ສານກຽມພິຈາລະນາຄະດີ! O Yeong-su ນັກສະແດງຈາກ Squid Game ໃນຂໍ້ຫາລ່ວງລະເມີດທາງເພດ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ O Yeong-su ນັກສະແດງຊາວເກົາຫຼີໃຕ້ ອາຍຸ 79 ປີ ເຊິ່ງເປັນທີ່ຮູ້ຈັກໄປທົ່ວກັບບົດບາດໃນຊີຣີ້ຊື່ດັງຢ່າງ Squid Game ກຳລັງຕົກເປັນປະເດັນ ເມື່ອຫຼ້າສຸດທາງໄອຍະການໄດ້ອອກມາຮຽກຮ້ອງໃຫ້ເຂົາຕ້ອງໄດ້ຮັບໂທດຈຳຄຸກ 1 ປີ ຈາກກໍລະນີລ່ວງລະເມີດທາງເພດຍິງສາວເມື່ອປີ 2017.

ຕາມລາຍງານໄດ້ລະບຸວ່າ ດາຣາຮຸ່ນໃຫຍ່ຄົນນີ້ໄດ້ເຮັດພຶດຕິກຳບໍ່ເໝາະສົມເມື່ອກາງປີ 2017 ໂດຍທາງຍິງສາວໄດ້ເຂົ້າແຈ້ງຄວາມເມື່ອເດືອນ ທັນວາ ປີ 2021 ທີ່ຜ່ານມາ ຈົນທາງຕຳຫຼວດເອງໄດ້ປິດຄະດີນີ້ໄປຕັ້ງແຕ່ເດືອນ ເມສາ 2022 ໂດຍບໍ່ມີການຕັ້ງຂໍ້ຫາໃດໆ ທາງຜູ້ເສຍຫາຍຈຶ່ງໄດ້ຍື່ນອຸທອນຕໍ່ໄອຍະການເພື່ອໃຫ້ມີການສອບສວນອີກຄັ້ງໃນວັນທີ 24 ພະຈິກ 2022.

ຈົນມາຮອດປີ 2024 ຫຼ້າສຸດທາງໄອຍະການໄດ້ຮຽກຮ້ອງໃຫ້ຜູ້ພິພາກສາສັ່ງຈຳຄຸກ O Yeong-su ເປັນເວລາ 1 ປີ ພ້ອມສັ່ງຫ້າມບໍ່ໃຫ້ສະແດງຮ່ວມກັນກັບນັກສະແດງໄວໜຸ່ມ. ແຕ່ເຖິງຢ່າງໃດກໍຕາມ ທາງນັກສະແດງຮຸ່ນໃຫຍ່ເອງກໍປະຕິເສດຂໍ້ກ່າວຫາທັງໝົດ ແລະ ຈະມີການພິຈາລະນາຄະດີອີກຄັ້ງໃນວັນທີ 15 ມີນາ 2024 ທີ່ຈະມາເຖິງນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/