ກຽມກາຍເປັນປະຫວັດສາດຂອງວົງການບານເຕະລາວ ເມື່ອສະໂມສອນນົນທະບຸຣີ ທີມໃນໄທລີກ 3 ຕົ້ນສັງກັດຂອງ ສາຍຝົນ ແກ້ວຫານາມ ນັກເຕະດາວເດັ່ນທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ຖະແຫຼງການວ່າ: ສາຍຝົນ ໄດ້ຖືກຮັບເຊີນໄປທົດສອບກັບສະໂມສອນ ເຄວີຊີ ເວສະເຕີໂລ ໃນຈູປິເລລີກ ຫຼື ລີກສູງສຸດຂອງປະເທດເບວຢຽມ. ຜ່ານມາກໍມີຜົນງານທີ່ໂດດເດັ່ນຢູ່ສະເໝີ ສາມາດສ້າງປະຕູໃຫ້ກັບທີມໄດ້ຫຼາຍພໍສົມຄວນ.
ສະໂມສອນນົນທະບຸຣີ ປະກາດຜ່ານ Facebook ທາງການວ່າ: ທາງສະໂມສອນໄດ້ຮັບໜັງສືເຊີນ ແລະ ຂໍສະແດງຄວາມຍິນດີກັບ ສາຍຝົນ ແກ້ວຫານາມ ນັກເຕະດີເດັ່ນຂອງທີມຊາດລາວ ໄປທົດສອບສີຕີນເປັນໄລຍະເວລາ 1 ເດືອນລະຫວ່າງເດືອນເມສາ–ພຶດສະພາ 2023 ຫຼັງຈາກທີ່ຈົບການແຂ່ງຂັນບານເຕະນັດອຸ່ນເຄື່ອງຕາມປະຕິທິນຂອງ ຟີຟາ ປະຈໍາເດືອນມີນາ 2023 ເຊິ່ງສະໂມສອນ ເຄວີຊີ ເວສະເຕີໂລ ຈະອອກຄ່າໃຊ້ຈ່າຍທັງໝົດ.

ສໍາລັບ ສາຍຝົນ ແກ້ວຫານາມ ເປັນນັກເຕະເຍົາວະຊົນລາວ ໂດດເດັ່ນຕັ້ງແຕ່ຍັງນ້ອຍໆ ກ່ອນຖືກສະໂມສອນຈາກໄທຢ່າງ ສະມຸຍ ອະຄາເດມີ ດຶງຕົວໄປຮ່ວມທີມຕັ້ງແຕ່ຍັງນ້ອຍໆຕອນອາຍຸ 13 ປີ ກ່ອນຖືກຊຸກຍູ້ຂຶ້ນໄປຢູ່ກັບ ສະໂມສອນນົນທະບູຣີ ຢູໄນເຕັດ ທີມພັນທະມິດກັບສະໂມສອນດັ່ງກ່າວ ຈົນເຖິງປັດຈຸບັນ ສາຍຝົນ ແມ່ນສ້າງຜົນງານຢ່າງໂດດເດັ່ນ ໂດຍຜົນງານຫຼ້າສຸດພາທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີສ້າງປະຫວັດສາດຜ່ານເຂົ້າຮອບສຸດທ້າຍໃນການແຂ່ງຂັນບານເຕະຊິງແຊ້ມເອເຊຍ 2023.

ພ້ອມກັນນີ້ ສາຍຝົນ ກໍຖືກຮຽກກັບມາເຂົ້າສູນເຝິກຊ້ອມກັບ ທີມຊາດລາວ ຊຸດໃຫຍ່ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະນັດອຸ່ນເຄື່ອງ ຕາມປະຕິທິນຂອງ ຟີຟາ ທີ່ປະເທດເນປານ ໃນລະຫວ່າງວັນທີ 22-31 ມີນາ 2023 ເຊິ່ງມີ 3 ປະເທດເຂົ້າຮ່ວມຊີງໄຊຄື: ເນປານ ເຈົ້າພາບ, ບູຖານ ແລະ ລາວ ເຊິ່ງຫຼັງຈາກຈົບລາຍການນີ້ກໍກຽມຕົວໄປທົດສອບກັບສະໂມສອນໃນລີກສູງສຸດຂອງປະເທດເບວຢຽມ.

ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/