ສາຍການບິນສະຫະລັດ ປະເຊີນກັບສິ່ງທ້າທາຍ! ຄວາມຕ້ອງການໃນການເດີນທາງທີ່ເພີ່ມຂຶ້ນ ແຕ່ຜົນກໍາໄລກັບບໍ່ມີການປ່ຽນແປງ


ຄວາມຕ້ອງການໃນການເດີນທາງທາງອາກາດເພີ່ມສູງຂຶ້ນເຮັດສະຖິຕິສູງສຸດ ແຕ່ສາຍການບິນສະຫະລັດກັບປະເຊີນກັບບັນຫາຂອງຜົນກໍາໄລທີ່ບໍ່ປ່ຽນແປງ ສ້າງຄວາມທ້າທາຍໃຫ້ແກ່ທຸລະກິດການບິນໃນໄຕມາດທີ່ສອງ. ຂໍ້ມູນຈາກອົງການຄວາມປອດໄພການຂົນສົ່ງ (TSA) ຊີ້ໃຫ້ເຫັນວ່າ ຈໍານວນຜູ້ໃຊ້ທາງອາກາດໃນສະຫະລັດໄດ້ເພີ່ມຂຶ້ນເປັນ 3 ລ້ານຄົນໃນວັນອາທິດທີ 7 ກໍລະກົດ ເຊິ່ງນີ້ສະແດງໃຫ້ເຫັນເຖິງການເພີ່ມຂຶ້ນຢ່າງຫຼວງຫຼາຍໃນຄວາມຕ້ອງການໃນການເດີນທາງ.

ຢ່າງໃດກໍຕາມ, ຍັງມີປັດໄຈຈໍານວນຫຼາຍທີ່ຜົນກະທົບຕໍ່ຜົນກໍາໄລຂອງສາຍການບິນດັ່ງນີ້:

  • ຄ່າໃຊ້ຈ່າຍທີ່ສູງຂຶ້ນ: ຄ່າໃຊ້ຈ່າຍໃນການດໍາເນີນງານທີ່ເພີ່ມສູງຂຶ້ນເຊັ່ນ: ຄ່າຈ້າງຂອງພະນັກງານ, ຄ່າໃຊ້ຈ່າຍນໍ້າມັນ ແລະ ຄ່າໃຊ້ຈ່າຍອື່ນໆ ສົ່ງຜົນກະທົບຕໍ່ຜົນກຳໄລຂອງສາຍການບິນ
  • ການຂາດແຄນພະນັກງານ: ບັນຫາການຂາດແຄນພະນັກງານໄດ້ສົ່ງຜົນໃຫ້ຖ້ຽວບິນຖືກຍົກເລີກ ແລະ ຄວາມຫຼ້າຊ້າ. ສ້າງຄວາມເສຍຫາຍໃຫ້ກັບສານການບິນ ແລະ ປະສົບການຂອງລູກຄ້າ.
  • ຄວາມຫຼ້າຊ້າໃນການຈັດສົ່ງເຮືອບິນ: ສາຍການບິນປະເຊີນກັບຄວາມຊ້າໃນການຈັດສົ່ງເຮືອບິນໃໝ່ທີ່ປະຢັດນ້ຳມັນກວ່າຈາກຜູ້ຜະລິດ Airbus ແລະ Boeing, ສົ່ງຜົນກະທົບຕໍ່ຄວາມສາມາດໃນການເພີ່ມຖ້ຽວບິນ ແລະ ລາຍຮັບ.
  • ການແຂ່ງຂັນທີ່ຮຸນແຮງ: ການແຂ່ງຂັນທີ່ຮຸນແຮງໃນອຸດສາຫະກໍາການບິນ ເຮັດໃຫ້ລາຄາປີ້ຍົນຫຼຸດລົງ ສົ່ງຜົນກະທົບຕໍ່ລາຍໄດ້ຂອງສາຍການບິນ

ເຖິງວ່າຈະມີສິ່ງທ້າທາຍເຫຼົ່ານີ້ ບາງສາຍການບິນກຳລັງພະຍາຍາມປັບຕົວຄື:

  • ​ເພີ່ມ​ຂີດຄວາມ​ສາມາດ: ​ສາຍ​ການບິນ​ບາງແຫ່ງເພີ່ມ​ຈຳນວນ​ຖ້ຽວ​ບິນ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ທີ່​ເພີ່ມ​ຂຶ້ນ.
  • ປັບປ່ຽນໂຄງສ້າງທຸລະກິດ: ສາຍການບິນບາງສາຍໄດ້ປັບປ່ຽນໂຄງສ້າງທຸລະກິດເພື່ອຫຼຸດຕົ້ນທຶນ ແລະ ເພີ່ມປະສິດທິພາບເຊັ່ນ: ຍົກເລີກຖ້ຽວບິນທີ່ບໍ່ຫວັງຜົນກຳໄລ.
  • ສະເໜີບໍລິການໃໝ່: ສາຍການບິນບາງແຫ່ງໄດ້ສະເໜີບໍລິການໃໝ່ ເຊັ່ນ: ປີ້ຍົນທີ່ມີລາຄາຖືກ ເຊິ່ງລວມມີບ່ອນນັ່ງ ແລະ ການບໍລິການເພີ່ມເຕີມ. ເພື່ອດຶງດູດລູກຄ້າ

ນັກລົງທຶນໄດ້ຕິດຕາມຜົນໄດ້ຮັບໃນໄຕມາດທີສອງຂອງສາຍການບິນຢ່າງໃກ້ຊິດ, ໂດຍສາຍການບິນ Delta Air Lines ຄາດວ່າຈະລາຍງານຜົນໄດ້ຮັບທີ່ດີທີ່ສຸດໃນກຸ່ມ. ແຕ່ໂດຍລວມ ອະນາຄົດຂອງອຸດສາຫະກໍາການບິນຂອງສະຫະລັດ ຍັງມີຄວາມບໍ່ແນ່ນອນ, ເຊິ່ງຂຶ້ນຢູ່ກັບປັດໄຈຕ່າງໆເຊັ່ນ: ເສດຖະກິດໂລກ, ລາຄານໍ້າມັນ ແລະ ສະຖານະການໂຣກລະບາດ.

ບົດ​ລາຍ​ງານນີ້​ຍັງ​ໄດ້​ຍົກ​ໃຫ້​ເຫັນ​ສະພາບ​ການ​ຂອງ​ແຕ່ລະ​ສາຍ​ການບິນ​ຄື:

  • Delta Air Lines: ສາຍການບິນທີ່ມີປະສິດທິພາບດີທີ່ສຸດໃນກຸ່ມ. ຄາດວ່າຈະລາຍງານລາຍໄດ້ທີ່ 2.20-2.50 ໂດລາຕໍ່ຮຸ້ນໃນໄຕມາດທີສອງ.
  • United Airlines: ຮຸ້ນປັບຕົວເພີ່ມຂຶ້ນ 14% ໃນປີນີ້
  • Alaska Airlines: ຮຸ້ນປົບຕົວຫຼຸດລົງ 2% ໃນປີນີ້.
  • JetBlue: ຕັດຖ້ຽວບິນທີ່ບໍ່ມີປະໂຫຍດ ມຸ່ງເນັ້ນໃສ່ບ່ອນນັ່ງຊັ້ນທຸລະກິດແບບປະຢັດ
  • Frontier Airlines: ຍົກເລີກຄ່າທໍານຽມການປ່ຽນແປງຖ້ຽວບິນ. ປະເຊີນກັບບັນຫາເຄື່ອງຈັກ, Pratt & Whitney ອາດຈະຕ້ອງພັກງານນັກບິນ 200 ຄົນ
  • Spirit Airlines: ຮຸ້ນມີການປັບຕົວຫຼຸດລົງຫຼາຍທີ່ສຸດໃນກຸ່ມ, ປະເຊີນກັບການສັ່ງຫ້າມບິນ, CEO Pratt & Whitney ປະຕິເສດຂ່າວລືກ່ຽວກັບການຍື່ນລົ້ມລະລາຍ

ສະຫຼຸບແລ້ວ, ອຸດສາຫະກໍາການບິນຂອງສະຫະລັດຍັງຄົງປະເຊີນກັບສິ່ງທ້າທາຍທີ່ຮ້າຍແຮງໃນໄຕມາດທີສອງ, ພວກເຮົາຕ້ອງຕິດຕາມເບິ່ງວ່າໃນແຕ່ລະສາຍການບິນຈະໃຊ້ກົນລະຍຸດໃດເພື່ອໃຫ້ສາມາດຜ່ານວິກິດໃນຄັ້ງນີ້ໄປໄດ້.

ທີ່ມາ:

facebook

cnbc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/