ສັນຍານ້ຳມັນດິບ West Texas (WTI) ຕະຫຼາດນິວຢອກປິດບວກ


ນ້ຳມັນ WTI ປິດບວກ 14 ເຊນ ຫຼັງຈາກ OPEC Plus ຢືນຢັນລົດການຜະລິດຕາມຂໍ້ຕົກລົງ. ຫຼັງຈາກທີ່ການປະຊຸມຂອງກຸ່ມປະເທດຜູ້ສົ່ງອອກນ້ຳມັນ OPEC ແລະ ຊາດພັນທະມິດ ຫຼື OPEC Plus ຢືນຢັນທີ່ຈະປະຕິບັດຕາມຂໍ້ຕົກລົງປັບລົດກຳລັງການຜະລິດນ້ຳມັນ.

ສັນຍານ້ຳມັນດິບ West Texas  (WTI)  ຕະຫຼາດນິວຢອກປິດບວກເມື່ອຄືນວັນທີ່ 18 ກັນຍາ 2020 ທີ່ຜ່ານມາຫຼັງຈາກທີ່ປະຊຸມຂອງກຸ່ມປະເທດຜູ້ສົ່ງອອກນ້ຳມັນ “ ໂອເປກ ” ແລະ ຊາດພັນທະມິດ ຫຼື OPEC Plus ຢືນຢັນທີ່ຈະປະຕິບັດຕາມຂໍ້ຕົກລົງປັບລົດກຳລັງການຜະລິດ.

  • ສັນຍານ້ຳມັນດິບ (WTI) ສົ່ງມອບໃນເດືອນຕຸລາທີ່ຜ່ານມາເພີ່ມຂື້ນ 14 ເຊັນ ຫຼື 0.3% ປິດທີ່ 41.11 ດອນລ້າ/barrel (ປະມານ 158.9873 ລິດ)  ແລະ ປັບຕົວຂື້ນ 10.1% ໃນຮອບອາທິດ.
  • ສັນຍານ້ຳມັນດິບເບັນ (BRENT) ສົ່ງມອບໃນເດືອນພຶດສະພາທີ່ຜ່ານມາລົດລົງ 15 ເຊັນ ຫຼື 0.4%  ປິດທີ່ 43.15 ດອນລ້າ/barrel ແຕ່ເພີ່ມຂື້ນ 8.3% ໃນຮອບອາທິດ.

ຕະຫຼາດນ້ຳມັນດິບ ໄດ້ແຮງໜຸນຫຼັງຈາກຄະນະກຳມະການກວດສອບການປະຕິບັດຕາມຂໍ້ຕົກລົງປັບລົດກຳລັງການຜະລິດ  (JMMC) ຂອງກຸ່ມປະເທດຜູ້ສົ່ງອອກນ້ຳມັນ ໂອເປກ ແລະ ຊາດພັນທະມິດ ຫຼື OPEC Plus ໄດ້ປະຊຸມຮ່ວມກັນເມື່ອວັນພະຫັດທີ່ຜ່ານມາ ແລະ ທີ່ປະຊຸມມັດຕິເຫັນພ້ອມທີ່ຈະໃຫ້ຄວາມສຳຄັນໃນການປະຕິບັດຕາມຂໍ້ຕົກລົງປັບລົດກຳລັງການຜະລິດ ແລະ ໃຫ້ຄຳໝັ້ນວ່າຈະດຳເນີນການຂັ້ນເດັດຂາດກັບປະເທດສະມາຊິກທີ່ບໍ່ປະຕິບັດຕາມຂໍ້ຕົກລົງ.

ໃນການປະຊຸມ OPEC Plus ດັ່ງກ່າວ ທີ່ປະຊຸມບໍ່ໄດມີການປ່ຽນແປງຂໍ້ຕົກລົງປັບລົດກຳລັງການຜະລິດ 7.7 ລ້ານບາເລນ/ມື້ ເຊິ່ງມະຕິດັ່ງກ່າວມີຜົນບັງຄັບໃຊ້ຕັ້ງແຕ່ເດືອນສິງຫາ 2020 ທີ່ຜ່ານມາ ໄປຈົນຮອດທ້າຍປີ 2020.

ນອກຈາກນີ້ ລາຄານ້ຳມັນຍັງໄດ້ປັດໄຈໜຸນຈາກການທີ່ Goldman Sachs ຄາດວ່າຕະຫຼາດນ້ຳມັນຈະປະສົບພາວະຂາດແຄນນ້ຳມັນເກືອຍໆ 3 ລ້ານບາເລນ/ມື້ ໃນໄຕມາດ 4/2563 ແລະ ໄດ້ປັບເພີ່ມເປົ້າໝາຍລາຄານ້ຳມັນດິບເບເລນຂື້ນສູ່ລະດັບ 49 ດອນລ້າໃນຊ່ວງປາຍປີນີ້ ແລະ 65 ດອນລ້າພາຍໃນໄຕມາດ 3 ຂອງປີໜ້າ.


ຮຽບຮຽງໂດຍ:ກະຕຸກIQ2
ກວດສອບໂດຍ:Tabee vorlasin
ທີ່ມາ: https://www.ryt9.com/s/iq35/3160251