ສັນຍານເຕືອນ! ໜີ້ສິນໃນຕະຫຼາດທີ່ເກີດໃໝ່ເພີ່ມຂຶ້ນ, ຫຼາຍປະເທດມີຄວາມສ່ຽງຕໍ່ການລົ້ມລະລາຍ


ໜີ້ສິນທົ່ວໂລກໄດ້ເພີ່ມຂຶ້ນເຖິງລະດັບສູງສຸດຕະຫຼອດການ (All-Time High) ທີ່ 313 ພັນຕື້ໂດລາ ​ແລະ ຈາກ​ການ​ສຶກສາ​ໄດ້​ພົບ​ເຫັນ​ວ່າ​ຫຼາຍ​ປະ​ເທດ​ມີ​ຄວາມ​ສ່ຽງ​ທີ່​ຈະ​ບໍ່​ສາມາດ​ຊໍາລະ​ໜີ້​ໄດ້.

ອີງຈາກການລາຍງານຂອງສຳນັກຂ່າວຕ່າງປະເທດໄດ້ລະບຸວ່າ ສະຖາບັນການເງິນສາກົນ (IIF) ກ່າວວ່າໜີ້ສິນທົ່ວໂລກເພີ່ມຂຶ້ນ 15 ພັນຕື້ໂດລາລະຫວ່າງໄຕມາດທີ 4 ປີ 2022 ເຖິງໄຕມາດທີ 4 ປີ 2023. ແລະເມື່ອເບິ່ງກັບ​ຄືນ​ໃນ​ໄລຍະ 10 ປີ​ທີ່​ຜ່ານ​ມາ​ກໍ​ພົບ​ວ່າ​ໜີ້​ສິນ​ທົ່ວ​ໂລກ​ໄດ້​ເພີ່ມ​ຂຶ້ນ​ເປັນ 210 ພັນ​ຕື້​ໂດ​ລາ.

IIF ກ່າວວ່າ 55% ຂອງການເພີ່ມຂຶ້ນແມ່ນມາຈາກ “ຕະຫຼາດທີ່ອິ່ມຕົວ” ເຊິ່ງນໍາໂດຍສະຫະລັດ, ຝຣັ່ງ ແລະ ເຢຍລະມັນ.

ເຖິງ​ແມ່ນ​ວ່າ​ບັນດາ​ປະ​ເທດ​ທີ່​ພັດທະນາ​ແລ້ວຈະເຮັດໃຫ້​​ອັດຕາສ່ວນ​ໜີ້​ສິນ​ຕໍ່ GDP ຂອງ​ໂລກຫຼຸດ​ລົງ 2% ​ໃນ​ປີ​ກາຍ​ນີ້, ​ແຕ່​ການ​ສຶກສາ​ກໍໄດ້ລະບຸວ່າ ຍັງມີອີກຫຼາຍປະເທດທີ່ເລີ່ມຈະສົ່ງສັນຍານບໍ່ດີອອກມາ.

​“ຕະຫຼາດທີ່ເກີດໃໝ່ບາງແຫ່ງມີປະລິມານໜີ້ສິນເພິ່ມຂຶ້ນບັນລຸລະດັບສູງສຸດໃໝ່, ເຊິ່ງນີ້ຊີ້ໃຫ້ເຫັນເຖິງຄວາມສາມາດໃນການຊໍາລະໜີ້ຂອງປະເທດ.

ອິນເດຍ, ອາເຈນຕິນາ, ຈີນ, ຣັດເຊຍ, ມາເລເຊຍ ແລະ ອາຟຣິກາໃຕ້ມີໜີ້ສິນເພີ່ມຂຶ້ນຫຼາຍທີ່ສຸດ. ເຊິ່ງນີ້ເປັນສັນຍານທີ່ຈະສະແດງໃຫ້ເຫັນເຖິງການຜິດນັດໃນການຊຳລະໜີ້ເພີ່ມຂຶ້ນ”

ການຂາຍໜີ້ສິນໃນຕະຫຼາດທີ່ເກີດໃໝ່ກຳລັງເພີ່ມຂຶ້ນ ແລະ ໄດ້ບັນລຸເປັນສະຖິຕິສູງສຸດ 47 ຕື້ໂດລາໃນເດືອນມັງກອນຂອງປີນີ້.

IIF ເຊື່ອວ່າການເພີ່ມຂຶ້ນຂອງໜີ້ສິນເຫຼົ່ານີ້ແມ່ນມາຈາກການກູ້ຢືມ ແລະ ການລົງທຶນໃນຢູໂຣບ ແລະ ໃນກຸ່ມບໍລິສັດທີ່ບໍ່ແມ່ນຂະແໜງການເງິນໂດຍກົງ.

ນອກຈາກນີ້, IIF ຍັງໄດ້ເຕືອນວ່າອີກວ່າ ຄວາມເຄັ່ງຕຶງທາງດ້ານການເມືອງໃນທົ່ວໂລກກໍາລັງສົ່ງຜົນກະທົບຕໍ່ໂຄງສ້າງຕະຫຼາດ. ໂດຍລັດຖະບານຍັງມີການຂາດດຸນສູງກວ່າໄລຍະກ່ອນການເກີດໂຣກລະບາດ.

ທີ່ມາ:

dailyhodl

reuters

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/