ສັນຍານສັນຕິພາບ? ຜູ້ນຳຢູເຄຣນ ເຜີຍຢາກເຂົ້າພົບ ສີຈິ້ນຜິງ ຫວັງຫາລືແນວທາງສັນຕິພາບ ໃນຂໍ້ຂັດແຍ້ງ ລະຫວ່າງ ຣັດເຊຍ-ຢູເຄຣນ

ສັນຍານສັນຕິພາບ

ໂວໂລດິເມຍ ເຊເລັນສະກີ (Volodymyr Zelenskyy) ປະທານາທິບໍດີ ຢູເຄຣນ ເຜີຍຢາກພົບປະກັບ ປະທານປະເທດ ຂອງ ສປ ຈີນ ສີຈິ້ນຜິງ ເພື່ອປຶກສາຫາລືກ່ຽວກັບວິທີສັນຕິພາບຕໍ່ຂໍ້ຂັດແຍ້ງລະຫວ່າງ ຣັດເຊຍ-ຢູເຄຣນ ຫຼັງຈີນໄດ້ເປີດເຜີຍເອກະສານແຜນສັນຕິພາບ ໃນວັນທີ 24​ ກຸມພາທີ່ຜ່ານມາ.

ຜູ້ນໍາຢູເຄຣນກ່າວວ່າ “ຂ້ອຍມີແຜນຢາກພົບກັບ ສີຈິ້ນຜິງ ແລະ ຢາກເຊື່ອໄດ້ແທ້ໆວ່າ ຈີນຈະບໍ່ສົ່ງອາວຸດໃຫ້ກັບຣັດເຊຍ ດັ່ງທີ່ຈີນໄດ້ລະບຸໃນເອກະສານສະເໜີແຜນລິເລີ່ມເພື່ອສັນຕິພາບ ທີ່ໄດ້ເຜີຍແຜ່ອອກມານີ້”

ແຕ່ຢ່າງໃດກໍຕາມ ເອກະສານດັ່ງກ່າວທີ່ລະບຸເຖິງຈຸດຢືນຂອງຈີນຕໍ່ກັບວິກິດການ ຢູເຄຣນ-ຣັດເຊຍ ບໍ່ໄດ້ມີຂໍ້ຮຽກຮ້ອງໃຫ້ຣັດເຊຍຖອນກຳລັງທະຫານອອກຈາກພື້ນທີ່ຂອງຢູເຄຣນໃນທັນທີ ເຊິ່ງເປັນເງື່ອນໄຂທີ່ສຳຄັນອັນດັບຕົ້ນໆທີ່ທາງຢູເຄຣນຕ້ອງການ ເພື່ອຈະຍອມເຈລະຈາ.

ສັນຍານສັນຕິພາບ

ໂດຍການຖະແຫຼງການດັ່ງກ່າວ ມີຂຶ້ນ ທ່າມກາງກະແສແຮງກົດດັນຈາກປະຊາຄົມໂລກທີ່ກຳລັງຕັ້ງຄຳຖາມເຖິງຄວາມເປັນກາງ ລວມເຖິງທ່າທີຂອງຈີນທີ່ມີຄວາມໃກ້ຊິດສະໜິດສະໜົມກັບ ຣັດເຊຍຫຼາຍຂຶ້ນ ຫຼັງ ວັງຢີ້ ກຳມະການກົມການເມືອງ ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດຂອງສູນກາງພັກຄອມມູນິດຈີນ ໄດ້ເດີນທາງໄປຢາມຣັດເຊຍ ພ້ອມກັບປະກາດວ່າ ຄວາມສຳພັນ ຈີນ-ຣັດເຊຍ ນັ້ນເຂ້ມແຂງປຽບເໝືອນພູຜາ.

ສັນຍານສັນຕິພາບ

ໃນຂະນະທີ່ ທາງການຣັດເຊຍກໍເບິ່ງຄືວ່າຈະເຫັນດີກັບ ເອກະສານດັ່ງກ່າວ ແລະ ໄດ້ອອກຖະແຫຼງການວ່າ: ຂໍ້ສະເໜີຂອງຈີນນັ້ນ ເປັນຂໍ້ສະເໜີທີ່ໜ້າສົນໃຈ ພວກເຮົາມີຄວາມເຫັນສອດຄ່ອງກັບປັກກິ່ງ. ແຕ່ຢ່າງໃດກໍຕາມ ຣັດເຊຍກໍຍັງບໍ່ໄດ້ລົງລາຍລະອຽດວ່າ ເຫັນດີກັບແຜນຂອງຈີນໜ້ອຍຫຼາຍປານໃດ ແລະ ເງື່ອນໄຂໃດແດ່ທີ່ຍອມຮັບໄດ້ ຫຼື ບໍ່ໄດ້.

ສັນຍານສັນຕິພາບ

ສິ່ງທີ່ໜ້າສົນໃຈກໍຄື ທັງ ຣັດເຊຍ ແລະ ຢູເຄຣນ ຕ່າງກໍບໍ່ໄດ້ປະຕິເສດແຜນລິເລີ່ມເພື່ອສັນຕິພາບຂອງຈີນແຕ່ຢ່າງໃດ ແລະ ພ້ອມຈະປຶກສາຫາລື ເພື່ອຂະຫຍາຍຄວາມລົງເລິກເຖິງຄວາມເປັນໄປໄດ້ທີ່ແຜນນີ້ຈະສຳເລັດຜົນ.

ຂະນະທີີ່ໂລກອີກຝັ່ງໜຶ່ງ ໂຈ ໄບເດັນ ຜູ້ນຳສະຫະລັດອາເມຣິກາ ໄດ້ໃຫ້ຄຳເຫັນຕໍ່ ແຜນລິເລີ່ມເພື່ອສັນຕິພາບຂອງຈີນວ່າ: “ເອກະສານດັ່ງກ່າວ ໄດ້ຮັບສຽງຕົບມືຈາກທາງຝັ່ງຣັດເຊຍແລ້ວ ຖ້າປູຕິນມັກໃນເອກະສານນີ້ ມັນຈະເປັນສິ່ງທີ່ດີໄດ້ແນວໃດ, ຂ້ອຍຍັງບໍ່ເຫັນຫຍັງໃນແຜນດັ່ງກ່າວທີ່ຈະລະບຸເຖິງຜົນປະໂຫຍດກັບຜູ້ອື່ນ ນອກຈາກຣັດເຊຍ”.

ສັນຍານສັນຕິພາບ

ຢ່າງໃດກໍຕາມ ຫຼາຍຝ່າຍກໍຍັງປະເມີນວ່າ ຕາບໃດທີ່ການໂອ້ລົມ ແບບລັບໆ ຫຼື ຢ່າງຈິງຈັງຍັງບໍ່ເກີດຂຶ້ນນັ້ນ ແຜນການຂອງຈີນ ທີ່ຈະເປັນຕົວແປສຳຄັນໃນການກໍ່ໃຫ້ເກີດສັນຕິພາບຍັງເກີດຂຶ້ນໄດ້ຍາກ ເນື່ອງຈາກຈຸດຢືນຂອງທັງ ຢູເຄຣນ-ຣັດເຊຍນັ້ນ ຍັງເບິ່ງຄືວ່າຈະບໍ່ມີທາງມາບັນຈົບກັນໄດ້ລີຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/