ເມື່ອວັນທີ 12 ພຶດສະພາ 2024 ທີ່ຜ່ານມາ ທາງການຈີນໄດ້ລາຍງານວ່າ ຈີນໄດ້ເປີດໃຫ້ບໍລິການຫ້ອງຮັບຮອງສະໜາມບິນສຳລັບໝາ ແລະ ແມວໂດຍສະເພາະ ໃນພື້ນທີ່ຂົນສົ່ງສິນຄ້າພາຍໃນປະເທດຂອງສະໜາມບິນນານາຊາດ ເຊິນເຈິ້ນເປົ່າອັນ ໃນເມືອງ ເຊິນເຈິ້ນ ມົນທົນກວ້າງຕຸ້ງ ໂດຍຈະເປັນພື້ນແຍກຕ່າງຫາກໃຫ້ກັບໝາແມວ ພ້ອມຈະມີພື້ນທີ່ລໍຖ້າພິເສດ ແລະ ລະບົບຕິດຕາມທີ່ຄອບຄຸມພາຍໃນຫ້ອງຮັບຮອງ.
ການເປີດຫ້ອງຮັບຮອງສຳລັບສັດລ້ຽງກໍເພື່ອຄວາມສະດວກສະບາຍກັບຜູ້ໂດຍສານ ແລະ ສັດລ້ຽງທີ່ເດີນທາງມານຳກັນ. ທັງນີ້ ທາງສະໜາມບິນເອງກໍຍັງມີບໍການອື່ນໆກ່ຽວກັບສັດລ້ຽງເຊັ່ນ: ການຈອງປີ້ໃຫ້ສັດລ້ຽງ, ບໍລິການພາຫະນະສຳລັບສັດລ້ຽງ ແລະ ໃບຮັບຮອງການກັກກັນ ຂອງຜູ້ໂດຍສານທີ່ພາສັດລ້ຽງເດີນທາງມານຳກັນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/