ສະໂມສອນ MASTER 7 ແຕ່ງຕັ້ງຄູເຝິກປະສົບການສູງຈາກ ປະເທດໄທ ເພື່ອກຽມຄວາມພ້ອມລຸຍ ລາວລີກ 1

ສະໂມສອນ MASTER 7

ສະໂມສອນບານເຕະ ມາສເຕີເຊເວັນ ເອຟຊີ (MASTER 7 FC) ໄດ້ແຕ່ງຕັ້ງທ່ານ ວຸດທິວັດ ແດງສະເໝີກຽດ ໃຫ້ເປັນຄູເຝິກຄົນໃໝ່ ເຊິ່ງປະສົບການສູງຈາກປະເທດໄທ ເພື່ອຫວັງພາທີມ ຄວ້າແຊ້ມ ລາວລີກ 1 ປະຈຳປີ 2023 ໃຫ້ໄດ້  ແລະ ເພື່ອພັດທະນາຂີດຄວາມສາມາດຂອງນັກເຕະເຍົາວະຊົນລາວ ໃຫ້ມີຄວາມເຂັ້ມແຂງຫຼາຍຍິ່ງຂຶ້ນ.

ທ່ານ ວຸດທິວັດ ແດງສະເໝີກຽດໄດ້ກ່າວວ່າ: “ສໍາລັບປະສົບການຂອງຕົນເອງແມ່ນເຄີຍຕິດທີມຊາດໄທ, ເຄີຍຄຸມທີມຊາດໄທ ໃນຮຸ່ນເຍົາວະຊົນ ແລະ ເຄີຍຫຼິ້ນໃຫ້ສະໂມສອນໃນລີກສູງສຸດຂອງປະເທດໄທ, ການເລືອກມາຄຸມ ສະໂມສອນ ມາສເຕີເຊເວັນ ກໍຢູ່ໃນເສັ້ນທາງ ແລະ ແນວຄິດ ລວມເຖິງຍຸດທະສາດໃນທາງດຽວກັນ ໂດຍສະເພາະແມ່ນການພັດທະນານັກເຕະເຍົາວະຊົນ, ພັດທະນາທີມ ແລະ ພັດທະນາວົງການບານເຕະລາວ, ເປົ້າໝາຍແມ່ນຢາກຄວ້າແຊ້ມ”.

ສະໂມສອນ MASTER 7

ທ່ານ ບຸນຖະໜອມ ສີຫາລາດ ຮອງປະທານສະໂມສອນ ມາສເຕີເຊເວັນ ເອຟຊີ ໄດ້ລາຍງານເຖິງຄວາມພ້ອມຂອງທີມໃນການເຂົ້າຮ່ວມການແຂ່ງຂັນບານເຕະເປບຊີ ລາວລີກ 1 ປະຈຳປີ 2023 ວ່າ: “ມາສເຕີເຊເວັນ   ໄດ້ດຶງຄູເຝິກ ທີ່ມີປະສົບການສູງ ແລະ ມີຜົນສໍາເລັດໃນວົງການບານເຕະໄທ ມາຊ່ວຍໃນການພັດທະນາວົງການບານເຕະລາວ ໃຫ້ດີຍິ່ງຂຶ້ນ ໂດຍສະເພາະແມ່ນນັກກິລາ ສະໂມສອນ ທີ່ເນັ້ນການພັດທະນາບານເຕະເຍົາວະຊົນ, ສ່ວນການເສີມນັກກິລາແມ່ນໄດ້ດຶງນັກກິລາທີມຊາດລາວ ຈຳນວນໜຶ່ງມາຮ່ວມທີມ ແລະ ໄດ້ປ່ອຍນັກເຕະກຳລັງຫຼັກບາງຕຳແໜ່ງໃຫ້ກັບສະໂມສອນອື່ນ. ສ່ວນແຜນກອງເຊຍຂອງ ສະໂມສອນ ໃນປີນີ້ແມ່ນໄດ້ເພີ່ມອຸປະກອນໃນການເຊຍເພື່ອໃຫ້ມີສີສັນ ໂດຍມີການສະແດງຫຼາຍຂຶ້ນບໍ່ວ່າຈະເປັນການສະແດງພື້ນເມືອງ ແລະ ສາກົນ ເພື່ອໃຫ້ມີສີສັນກວ່າເກົ່າ”.

ສະໂມສອນ MASTER 7

ນີ້ຖືເປັນໝຸດໝາຍສຳຄັນ ຂອງສະໂມສອນບານເຕະ ມາສເຕີເຊເວັນ ເອຟຊີ ທີ່ຍົກລະດັບຂີດຄວາມສາມາດ ຄວາມພ້ອມເພື່ອລຸຍການແຂ່ງຂັນ ລາວລີກ 1 ແລະ ໄລ່ລ່າຂັນແຊ້ມ ລາວລີກ 1 ຂັນທຳອິດຂອງ ສະໂມສອນ ມາປະດັບຢູ່ຕູ້ກຽດຕິຍົດຂອງສະໂມສອນ ໃຫ້ໄດ້.

ສຳລັບນັດທຳອິດ ສະໂມສອນ ບານເຕະ ມາສເຕີເຊເວັນ ແມ່ນຈະພົບກັບ ສະໂມສອນ ກິລາບານເຕະ ຫຼວງນໍ້າທາ ແຂ່ງຂັນວັນທີ 18  ກຸມພາ 2023 ເວລາ 19:00 ແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ 16.

ຂອບໃຈຂໍ້ມູນຈາກ: https://bit.ly/3jupkBc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/