ສະເປນ ກຽມປະກາດໃຊ້ແອັບ “ພາດສະປອດໜັງຜູ້ໃຫຍ່” ແທນບັດປະຈຳຕົວເພື່ອເຂົ້າເບິ່ງຄອນເທັນ 18+


ລັດຖະບານສະເປນໄດ້ອອກມາດຕະການໃໝ່ດ້ານການຈຳກັດອາຍຸຜູ້ເຂົ້າຊົມຄອນເທນເນື້ອຫາ 18+ ໂດຍຄາດຫວັງວ່າຈະແກ້ບັນຫາການເສບຕິດຮູບເງົາຜູ້ໃຫຍ່ໃນກຸ່ມເດັກນ້ອຍ ແລະ ເຍົາວະຊົນທີ່ຍັງບໍ່ບັນລຸນິຕິພາວະ ໂດຍມາດຕະການນີ້ຢູ່ໃນຮູບແບບແອັບພິເຄຊັນໃນໂທລະສັບ ພ້ອມໃຊ້ຊື່ວ່າ “Porn Passport” ນັ້ນເອງ.

ໂດຍ “Porn Passport” ຫຼື ເອກະສານປະຈຳຕົວຜູ້ຮັບຊົມຮູບເງົາສຳລັບຜູ້ໃຫຍ່ອອນລາຍ ຈະຖືກຜູກຕິດກັບແອັບພິເຄຊັນປະເພດດິຈິຕອນວໍເລັດຂອງລັດຖະບານ ເຊິ່ງຈະອະນຸຍາດໃຫ້ຜູ້ໃຊ້ງານເຂົ້າຊົມເວັບໄຊ 18+ ໄດ້ຢ່າງຖືກຕ້ອງຕາມກົດໝາຍ ແລະ ບໍ່ມີການເກັບຂໍ້ມູນສ່ວນຕົວລະຫວ່າງການເຂົ້າຊົມ.

ແນວຄິດແອັບພິເຄຊັນນີ້ກໍຄືເພື່ອລະບຸອາຍຸຜູ້ໃຊ້ງານເວັບໄຊຕິດເຣດ ໂດຍຜູ້ໃຊ້ຕ້ອງຢືນຢັນຕົວຕົນຜ່ານລະບົບຂໍ້ມູນປະຊາກອນກ່ອນເພື່ອແຍກອາຍຸ ຫຼັງຈາກນັ້ນຈະໄດ້ຮັບຫຼຽນເຄດິດ 30 ຫຼຽນ ເຊິ່ງຫຼຽນນີ້ຈະໃຊ້ເຂົ້າຮັບຊົມເວັບໄຊ 18+ ເຊິ່ງແຕ່ລະຫຼຽນຈະມີອາຍຸການນຳໃຊ້ 30 ມື້ ແລະ 1 ຫຼຽນສາມາດເຂົ້າເວັບໄຊແຫ່ງດຽວກັນໄດ້ຮອດ 10 ເທື່ອ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/