ສະຫະລັດອາເມຣິກາ ເສຍຊີວິດ 89 ຄົນ ເຫດພົບກັບອາກາດໜາວສຸດຂົ້ວ


ສະພາບອາກາດຂອງສະຫະລັດອາເມຣິກາ ຍັງຕ້ອງພົບກັບຄວາມໜາວເຢັນສຸດຂົ້ວ ເນື່ອງຈາກຫຼ້າສຸດພົບຜູ້ເສຍຊີວິດຈາກອາກາດໜາວຢ່າງໜ້ອຍ 89 ຄົນ ທົ່ວສະຫະລັດອາເມຣິກາ ພ້ອມກັບພະຍາກອນອາກາດທີ່ຄາດການວ່າ ອາກາດຍັງຈະໜາວເຢັນສຸດຂົ້ວຈະເກີດຂຶ້ນຈົນຮອດກາງອາທິດໜ້າ.

ພະຍາກອນອາກາດສະຫະລັດອາເມຣິກາໄດ້ລະບຸວ່າ ພື້ນທີ່ 2 ໃນ 3 ທົ່ວສະຫະລັດອາເມຣິກາ ມີຫິມະ ແລະ ຝົນເຍືອກແຂງຕົກລົງມາຢ່າງໜັກ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 89 ຄົນ ຕາມລາຍງານລະບຸວ່າ ໃນຈຳນວນ 25 ຄົນເສຍຊີວິດໃນລັດ Tennessee ແລະ ພົບເສຍຊີວິດ 16 ຄົນໃນລັດ Oregon ເຊິ່ງທັງ 2 ລັດປະກາດສະຖານະສຸກເສີນຫຼັງພາຍຸນ້ຳກ້ອນ.

ທັງນີ້ ຜູ້ເສຍຊີວິດບາງຄົນຍັງຢູ່ໃນລະຫວ່າງການສືບສວນສາເຫດວ່າມາຈາກສະພາບອາກາດແທ້ຈິງຫຼືບໍ່ ໂດຍສະພາບອາກາດທີ່ເປັນອັນຕະລາຍປົກຄຸມທົ່ວສະຫະລັດອາເມຣິກາ ເຊິ່ງສົ່ງຜົນກະທົບຕໍ່ປະຊາຊົນຫຼາຍ 10 ລ້ານຄົນ ທີ່ຍັງຕ້ອງພົບກັບອາກາດໜາວເຢັນທີ່ປົກຄຸມໄປທົ່ວສະຫະລັດອາເມຣິກາຮອດກາງອາທິດໜ້າ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/