ສະຫະລັດອາເມຣິກາ ກ່າວເຕືອນຈະໃຊ້ມາດຕະການຂວ້ຳບາດທາງເສດຖະກິດຕໍ່ຣັດເຊຍ! ຫາກຣັດເຊຍເລີ່ມຮຸກຮານ ຢູເຄຣນ


ສະຫະລັດອາເມຣິກາ ກຳນົດບົດລົງໂທດທີ່ຮຸນແຮງຕໍ່ຣັດເຊຍ ຖ້າຫາກຣັດເຊຍເປີດການໂຈມຕີຢູເຄຣນ ໂດຍມາດຕະການຂວ້ຳບາດຄັ້ງໃໝ່ນີ້ແມ່ນຈະເນັ້ນເປົ້າໝາຍໄປທີ່ການສ້າງຜົນກະທົບສູງຕໍ່ລະບົບການເງິນ ແລະ ພາກອຸດສາຫະກຳທີ່ສຳຄັນ ເຊິ່ງຈະສ້າງຄວາມເສຍຫາຍຢ່າງຮຸນແຮງແລະຄອບຄຸມຕໍ່ເສດຖະກິດຂອງຣັດເຊຍ.

ແຫຼ່ງຂ່າວທາງການຈາກຝ່າຍບໍລິຫານຂອງປະທານາທິບໍດີ ໂຈ ໄບເດັນ ກ່າວກັບສຳນັກຂ່າວ CNN ວ່າ ການຂວ້ຳບາດແມ່ນຈະສົ່ງຜົນກະທົບຫຼວງຫຼາຍກັບຜູ້ບໍລິໂພກ,  ພາກອຸດສາຫະກຳ ແລະ ການຈ້າງງານໃນຣັດເຊຍ ເຊິ່ງອາດເຮັດໃຫ້ຣັດເຊຍຢູ່ໃນກຸ່ມປະເທດທີ່ຖືກຈຳກັດການສົ່ງອອກເຊັ່ນດຽວກັບ ຄິວບາ, ອີຣານ, ເກົາຫຼີເໜືອ ແລະ ຊີເລຍ.

ສະຫະລັດ ແລະ ຣັດເຊຍມີກຳນົດປະຊຸມຮ່ວມກັນໃນວັນຈັນນີ້ ເພື່ອຫຼີກເວັ້ນການເຮັດສົງຄາມ ໃນຂະນະທີ່ຣັດເຊຍຍັງສັ່ງການລະດົມກຳລັງທະຫານໄປຢູ່ໃກ້ຊາຍແດນຂອງຢູເຄຣນຢ່າງຕໍ່ເນື່ອງ. ແຕ່ທາງການສະຫະລັດກ່າວວ່າ ຖ້າການເຈລະຈາບໍ່ສຳເລັດ ແລະຣັດເຊຍເຮັດການເປີດສາກໂຈມຕີ ທາງສະຫະລັດກໍຈະໃຊ້ມາດຕະການຂວ້ຳບາດທີ່ເນັ້ນໜັກໄປຫາເປົ້າໝາຍທີ່ສ້າງຜົນກະທົບສູງ ເຊິ່ງແຕກຕ່າງຈາກປີ 2014 ເມື່ອສະຫະລັດຕອບໂຕ້ດ້ວຍການຍຶດເອົາແຫຼມ ໄຄຣເມຍ (Crimea) ໃນເບື້ອງຕົ້ນ ດ້ວຍການແນໄປທີ່ຈຸດໝາຍການຂວ້ຳບາດທີ່ທະນາຄານຂະໜາດນ້ອຍ ແລະ ພະນັກງານລັດລະດັບລຸ່ມຂອງຣັດເຊຍ. ແຕ່ໃນຄັ້ງນີ້ ສະຫະລັດ ຈະຮ່ວມກັບຊາດພັນທະມິດ ເຊິ່ງເປັນການແນເປົ້າການຂວ້ຳບາດ ໄປທີ່ລະບົບການເງິນ ແລະ ພາກສ່ວນທີ່ສຳຄັນຂອງຣັດເຊຍ.

ການປ່ຽນແປງຍຸດທະສາດດັ່ງກ່າວສະທ້ອນໃຫ້ເຫັນເຖິງການຍອມຮັບຂອງສະຫະລັດວ່າ  ການຂວ້ຳບາດຈົນຮອດປັດຈຸບັນບໍ່ໄດ້ມີການປ່ຽນແປງພຶດຕິກຳຂອງປະທານາທິບໍດີຣັດເຊຍ ຄື ວາລາດິເມຍ ປູຕິນ ພ້ອມຍັງສະທ້ອນຄວາມເຊື່ອໝັ້ນຂອງໂຈໄບເດັນເອງ, ເນື່ອງຈາກເມື່ອຕອນທີ່ດຳລົງຕຳແໜ່ງຮອງປະທານາທິບໍດີໃນປີ 2014 ໄບເດັນ ໄດ້ສະເໜີໃຫ້ປະທານາທິບໍດີ ບາຣັກ ໂອບາມາ ໃຊ້ມາດຕະການຂວ້ຳບາດທີ່ຮຸນແຮງກວ່ານັ້ນຕໍ່ຣັດເຊຍ ລວມໄປຮອດການສະໜັບສະໜູນອາວຸດໃຫ້ແກ່ຢູເຄຣນ ແຕ່ຂໍ້ສະເໜີດັ່ງກ່າວຖືກປະຕິເສດໄປ.

ແຫຼ່ງຂ່າວໃກ້ຊິດເຜີຍວ່າ ຝ່າຍບໍລິຫານຂອງໄບເດັນກຳລັງກຽມຂໍ້ຈຳກັດທາງດ້ານການຄ້າຕໍ່ຣັດເຊຍ ເຊິ່ງລວມເຖິງມາດຕະການຄວບຄຸມການສົ່ງອອກທີ່ອາດຂັດຂວາງຣັດເຊຍບໍ່ໃຫ້ສາມາດນຳເຂົ້າໂທລະສັບ smart phone, ສ່ວນປະກອບທີ່ສຳຄັນຂອງເຮືອບິນຫຼັກ ແລະ ລົດໃຫຍ່. ໂດຍຂໍ້ຈຳກັດດັ່ງກ່າວອາດເປັນຕົວຂັດຂວາງຄວາມກ້າວໜ້າທາງເທັກໂນໂລຢີຂອງຣັດເຊຍ ລວມໄປຮອດການປ້ອງກັນປະເທດແລະການບິນພົນລະເຮືອນ. 

ນອກຈາກນີ້ແຫຼ່ງຂ່າວເຜີຍວ່າ ຝ່າຍບໍລິຫານຂອງໄບເດັນກຳລັງຄິດກ່ຽວກັບການຫ້າມສົ່ງອອກ microelectronics ໄປທີ່ຣັດເຊຍ ເຊັ່ນ ຊິບຄອມພິວເຕີ້ ເຊິ່ງມັນອອກແບບດ້ວຍ software ຂອງສະຫະລັດ ຫຼື ຜະລິດໂດຍໃຊ້ອຸປະກອນຂອງສະຫະລັດ ພາຍໃຕ້ Foreign-Produced Direct Product Rule ແບບດຽວກັບທີ່ສະຫະລັດ ບັງຄັບໃຊ້ກັບ Huawei ບໍລິສັດເທັກໂນໂລຢີຂອງຈີນ.

ໃນໄລຍະ2-3 ອາທິດທີ່ຜ່ານມາ ເຈົ້າໜ້າທີ່ບາງຄົນໃນຝ່າຍບໍລິຫານຂອງໄບເດັນໄດ້ອອກມາເຕືອນວ່າສະຫະລັດ ຈະໄດ້ຮັບຄວາມເສຍຫາຍທາງເສດຖະກິດເຊັ່ນກັນ ຫາກໃຊ້ມາດຕະການຂວ້ຳບາດທີ່ຮຸນແຮງຕໍ່ຣັດເຊຍ ລວມໄປຮອດຍັງສ່ຽງທີ່ຈະຖືກຣັດເຊຍໂຈມຕີທາງດ້ານໄຊເບີ້ເພື່ອເປັນການຕອບໂຕ້ເຈົ້າໜ້າທີ່ຄົນອື່ນໆ ເຊິ່ງໃນຝ່າຍບໍລິຫານເຊື່ອວ່າສະຫະລັດຈະສາມາດຈັດການຜົນກະທົບຈາກການໃຊ້ມາດຕະການຂວ້ຳບາດ ທີ່ຮຸນແຮງຕໍ່ຣັດເຊຍໄດ້ ແລະກ່າວວ່າສະຫະລັດ ຈະດຳເນີນມາດຕະການຕ່າງໆຮ່ວມກັບພັນທະມິດເພື່ອບັນເທົາຜົນກະທົບທີ່ບໍ່ຕ້ອງການ.

ຂອບໃຂຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/