ສະຫະພັນອີສະປອດ ແຫ່ງຊາດລາວ ສົ່ງທັບນັກກິລາ ພ້ອມດ້ວຍຄະນະ ເຂົ້າຮ່ວມການແຂ່ງຂັນ ກິລາອີສະປອດ ໃນງານມະຫະກຳກິລາ ຊີເກມຄັ້ງທີ 32 ທີ່ປະເທດ ກຳປູເຈຍເປັນເຈົ້າພາບ ໃນລະຫວ່າງເດືອນພຶດສະພາ 2023 ນີ້ ພ້ອມຕັ້ງເປົ້າຄວ້າໃຫ້ໄດ້ຢ່າງໜ້ອຍ 1 ຫຼຽນທອງ ກັບມາຝາກແຟນໆອີສະປອດ ແລະ ປະຊາຊົນລາວໃຫ້ໄດ້.
ສຳລັບຊີເກມໃນຄັ້ງນີ້ ສະຫະພັນອີສະປອດ ແຫ່ງຊາດລາວ ຈະມີການສົ່ງນັກກິລາເຂົ້າຮ່ວມທັງໝົດ ຈຳນວນ 38 ຄົນ ເປັນຍິງ 8 ຄົນ ລວມຄູເຝິກ ແລະ ຈະເຮັດການແຂ່ງຂັນ ໃນຈຳນວນ 5 ລາຍການ ຈາກ 9 ລາຍການ ໂດຍປະກອບມີ PUBG Mobile Team, PUBG Mobile ດ່ຽວ, Mobile Legend BangBang ທີມຊາຍ, Mobile Legend BangBang ທີມຍິງ ແລະ ປະເພດ CrossFire.

ທ່ານ. ວັນທະນາ ກຸນນະວັນ ຮອງປະທານ ແລະ ເລຂາທິການສະຫະພັນອີສະປອດ ແຫ່ງຊາດລາວ ໄດ້ເປີດເຜີຍກັບທີມຂ່າວ Lao X ວ່າ: “ສຳລັບການແຂ່ງຂັນຄັ້ງນີ້ພວກເຮົາຕັ້ງເປົ້າຄວ້າໃຫ້ໄດ້ຢ່າງໜ້ອຍ 1 ຫຼຽນທອງ” ນອກຈາກນີ້ ທ່ານ. ວັນທະນາ ກຸ ນນະວັນ ຍັງໃຫ້ຮູ້ອີກວ່າ: “ມີຄວາມຫວັງຫຼັກໆ ໃນການຄວ້າຫຼຽນຮາງວັນ ກັບລາຍການ ປະເພດ Crossfire ແລະ Mobile Legends ປະເພດທີມຍິງ”

ສຳລັບການກະກຽມຄວາມພ້ອມ ທາງທັບນັກກິລາທັງ 38 ຊີວິດ ໄດ້ມີການເກັບຕົວ ແລະ ເຝິກຊ້ອມກັນມາຕັ້ງແຕ່ໄລຍະເດືອນ ມີນາ ເປັນຕົ້ນມາ. ແຕ່ດ້ວຍຄວາມຂັດສົນທັງໃນດ້ານງົບປະມານ ສະຖານທີ່ ແລະ ບຸຄະລາກອນ ເຮັດການເຝິກຊ້ອມທີ່ຜ່ານມາພົບກັບຄວາມຫຍຸ້ງຍາກຫຼາຍດ້ານ ແລະ ບໍ່ສາມາດເຝິກຊ້ອມໄດ້ຢ່າງເຕັມທີ່.

ໂດຍ ທ່ານ. ວັນທະນາ ກຸນນະວັນ ລະບຸວ່າ: “ການແຂ່ງຂັນຄັ້ງນີ້ ມີສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນ ງົບປະມານ ເຊິ່ງພວກເຮົາກໍຄືສະຫະພັນ ອີສະປອດແຫ່ງຊາດລາວ ກຸ່ມຕົນເອງຮອບດ້ານ ແລະ ຂາດງົບສະໜັບສະໜູນການເຝິກຊ້ອມ. ທີ່ຜ່ານມາໄດ້ລະດົມ ທີມ ສະໂມສອນ ຊ່ວຍກັນ ລວມເຖິງ ການຊ້ອມຂອງບາງປະເພດຫວັງຫຼຽນກໍບໍ່ເຕັມເມັດເຕັມໜ່ວຍ ແລະ ບໍ່ໄດ້ຮັບການອຳນວຍຄວາມສະດວກເທົ່າທີ່ຄວນ ເຊັ່ນ ໄອດີເຝິກຊ້ອມ ການປົດລັອກອຸປະກອນໃນເກມ ແລະ ຄູ່ຊ້ອມ ແມ່ນຊອກໄດ້ຍາກຫຼາຍ”.

ນອກນີ້ ທາງສະຫະພັນ ຍັງໄດ້ກະກຽມການຍ້ອງຍໍ ແລະ ເງິນຮາງວັນອັດສີດຈຳນວນໜຶ່ງເພື່ອມອບໃຫ້ກັບນັກກິລາຜູ້ທີ່ມີຜົນງານໂດດເດັ່ນ ແລະ ສ້າງຊື່ສຽງໃຫ້ແກ່ວົງການອີສະປອດລາວ ແລະ ຊາດລາວເຮົາໄດ້.
ສຳລັບຕາຕະລາງການແຂ່ງຂັນຂອງທັບນັກກິລາອີສະປອດລາວ ໃນຊີເກມຄັ້ງນີ້ປະກອບມີ:
- Attack Online 2 ປະເພດດ່ຽວ ຈະແຂ່ງໃນວັນທີ 6/5/2023
- Attack Online 2 ປະເພດທີມ ຈະແຂ່ງໃນວັນທີ 6-7/5/2023
- League of Legends Wild Rift ປະເພດທີມ ຈະແຂ່ງໃນວັນທີ 6-7/5/2023
- Crossfire ປະເພດທີມ ຈະແຂ່ງໃນວັນທີ 8-9/5/2023
- VALORANT ປະເພດທີມ ຈະແຂ່ງໃນວັນທິ 8-10/5/2023
- Mobile Legends Bang Bang ປະເພດທີມຍິງ ຈະແຂ່ງໃນວັນທີ 10-11/5/2023
- PUBGM ປະເພດທີມ ຈະແຂ່ງໃນວັນທີ 11-14/5/2023
- Mobile Legends Bang Bang ປະເພດທີມຊາຍ ຈະແຂ່ງໃນວັນທີ 12-14/5/2023
- PUBGM ປະເພດດ່ຽວ ຈະແຂ່ງໃນວັນທີ 15/5/2023
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/