ສະພາແຫ່ງຊາດ ລະດົມຄວາມຄິດປະກອບຄວາມເຫັນ ຕໍ່ການປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ການສະເໜີປັບປຸງລັດຖະທຳມະນູນ ປີ 2015 ໃຫ້ມີຄວາມສອດຄ່ອງກັບສະພາບໃນປັດຈຸບັນ

ລັດຖະທໍາມະນູນ ແມ່ນແນວທາງຂອງພັກກໍາອໍານາດ ທີ່ຖືກຫັນເປັນກົດຫມາຍພື້ນຖານຂອງຊາດ, ເປັນພາຫະນະທີ່ສໍາຄັນພື້ນຖານ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກໍາອໍານາດ, ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຂອງປະເທດ.

         ໂດຍອີງຕາມ ແຈ້ງການຂອງ ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ສະບັບເລກທີ 67/ຄຊລ, ລະບຸວ່າການຈັດຕັ້ງປະຕິບັດລັດຖະທຳມະນູນ ໃນໄລຍະເກືອບ 10 ປີ ທີ່ຜ່ານມາ (2015-2025) ມີດ້ານດີ, ດ້ານ ອ່ອນ ແນວໃດແດ່? ຍ້ອນເຫດຜົນອັນໃດ ແລະ ຄວນແກ້ໄຂແນວໃດ? ໃນນີ້:ການຜັນຂະຫຍາຍລັດຖະທຳມະນູນ ເປັນກົດໝາຍ ມີດ້ານດີ, ດ້ານອ່ອນ ຄືແນວໃດ? ຍ້ອນສາເຫດ ຕົ້ນຕໍໃດ ແລະ ຄວນຈະແກ້ໄຂແນວໃດ? ການໂຄສະນາ ເຜີຍແຜ່ ລັດຖະທຳມະນູນ ຕິດພັນກັບການສ້າງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ມີດ້ານດີ, ດ້ານອ່ອນແນວໃດ? ຍ້ອນສາເຫດຕົ້ນຕໍໃດ ແລະ ຄວນແກ້ໄຂແນວໃດ? ການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຕົວຈິງຢູ່ໃນຂົງເຂດຕ່າງໆ (ຂົງເຂດການເມືອງ-ການປົກຄອງ, ຂົງເຂດເສດຖະກິດ-ສັງຄົມ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຂົງເຂດການຕ່າງປະເທດ) ມີ ດ້ານດີ, ດ້ານອ່ອນແນວໃດ? ຍ້ອນສາເຫດຕົ້ນຕໍໃດ ແລະ ຄວນແກ້ໄຂແນວໃດ?ການປະຕິບັດສິດ ແລະ ພັນທະຂອງພົນລະເມືອງລາວ ມີດ້ານດີ, ດ້ານອ່ອນແນວໃດ? ຍ້ອນສາເຫດ ຕົ້ນຕໍໃດ ແລະ ຄວນແກ້ໄຂແນວໃດ?

ຜ່ານການຈັດຕັ້ງປະຕິບັດລັດຖະທໍາມະນູນ ປີ 2015 ເປັນເວລາ 9 ປີ ທີ່ຜ່ານມາ ທ່ານເຫັນວ່າ ມີໝວດ, ມາດຕາ ຫຼື ບົດບັນຍັດໃດຂອງລັດຖະທຳມະນູນ ສະເໜີໃຫ້ປັບປຸງ ຫຼື ເພີ່ມໃໝ່ແນວໃດແດ່? ເຊັ່ນ:

ໝວດທີ 1: ລະບອບການເມືອງ ແຕ່ມາດຕາ 1-12:

ໝວດທີ 2 ລະບອບເສດຖະກິດ ແລະ ສັງຄົມ ແຕ່ມາດຕາ 13-30;

ໝວດທີ 3 ການປ້ອງການຊາດ-ປ້ອງກັນຄວາມສະຫງົບ ແຕ່ມາດຕາ 31-33;

ໝວດທີ 4 ສິດ ແລະ ພັນທະຂອງພົນລະເມືອງ ແຕ່ມາດຕາ 34-51;

ໝວດທີ 5 ສະພາແຫ່ງຊາດ ແຕ່ມາດຕາ 52-64;

ໝວດທີ 6 ປະທານປະເທດ ແຕ່ມາດຕາ 65-68;

ໝວດທີ 7 ລັດຖະບານ ແຕ່ມາດຕາ 69-75;

ໝວດທີ 8 ສະພາປະຊາຊົນທ້ອງຖິ່ນ ແຕ່ມາດຕາ 76-84;

ໝວດທີ 9 ການປົກຄອງທ້ອງຖິ່ນ ແຕ່ມາດຕາ 85-89;

ໝວດທີ 10 ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ແຕ່ມາດຕາ 90-103:

ໝວດທີ 11 ອົງການກວດສອບແຫ່ງລັດ ແຕ່ມາດຕາ 104-107;

ໝວດທີ 12 ຄະນະກຳມະການເລືອກຕັ້ງ ແຕ່ມາດຕາ 108-109;

ໝວດທີ 13 ພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພງຊາດ, ວັນຊາດ, ສະກຸນເງິນ ແລະນະຄອນຫຼວງ ແຕ່ມາດຕາ 110-116;

ໝວດທີ 14 ບົດບັນຍັດສຸດທ້າຍ ແຕ່ມາດຕາ 117-119.

ນອກຈາກນີ້ ແຈ້ງການສະບັບດັ່ງກ່າວ ຍັງໄດ້ຖາມເຖິງຄວາມເຫັນ ຕໍ່ການກໍານົດບັນຫາສໍາຄັນລຸ່ມນີ້ ເຂົ້າໃສ່ເນື້ອໃນຂອງລັດຖະທໍາມະນູນ ສະບັບ ປັບປຸງໃໝ່ນີ້ຄື:

ບັນຫາບົດບາດນໍາພາຂອງພັກ ຈະຮັກສາໄວ້ຄືເກົ່າວ່າ “ເປັນແກນນໍາໃນລະບົບການເມືອງ” ຫຼື ຄວນ ລະບຸໄວ້ຢ່າງຈະແຈ້ງ ບົດບາດນໍາພາຂອງພັກເປັນມາດຕາໜຶ່ງ ໃນໝວດວ່າດ້ວຍລະບອບການເມືອງ?

ບັນຫາຈຸດໝາຍສັງຄົມນິຍົມ ຄວນກໍານົດໄວ້ຢູ່ໃນໝວດລະບອບການເມືອງບໍ່ ?

ບັນຫາເສດຖະກິດເອກະລາດເປັນເຈົ້າຕົນເອງ ຄວນກໍານົດໄວ້ຢູ່ໃນໝວດເສດຖະກິດບໍ່ ? ບັນຫາວຽກງານກວດກາແຫ່ງລັດ ຄວນກຳນົດໄວ້ໃນລັດຖະທຳມະນູນບໍ່?

ບັນຫາການສ້າງຕັ້ງອົງການປົກຄອງທ້ອງຖິ່ນຂັ້ນຕາແສງ ຄວນກໍານົດແນວໃດ?

ຄວາມເຫັນຕໍ່ຄໍາຖາມຕ່າງໆດັ່ງກ່າວ ທ່ານສາມາດມີຄວາມເຫັນໃນນາມການຈັດຕັ້ງ ຫຼື ເປັນລາຍບຸກຄົນ ຕໍ່ ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ປີ 2015 ຫຼື ເປັນລາຍລັກອັກສອນ ສົ່ງໃຫ້ຄະນະກຳ ມະການລະດັບຊາດ ປັບປຸງລັດຖະທຳມະນູນ ປີ 2015 ຕາມອິເມວ: laocon@nalao.la ຫຼື ເວບໄຊ: https://na.gov.la/