ສສຊ ສະເໜີໃຫ້ ລັດຖະບານປັບປຸງ ການສະໜອງທຶນ ໃຫ້ຫົວໜ່ວຍການຜະລິດສາມາດເຂົ້າເຖິງແຫຼ່ງທຶນໄດ້


ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ ລັດຖະບານປັບປຸງຂັ້ນຂອດ ການສະໜອງທຶນ ເພື່ອໃຫ້ຫົວໜ່ວຍການຜະລິດຂະໜາດນ້ອຍທີ່ມີຄວາມຈຳເປັນ ແລະ ຕ້ອງການ ສາມາດເຂົ້າເຖິງແຫຼ່ງທຶນໄດ້.

ຄຳເຫັນດັ່ງກ່າວ ມີຂຶ້ນ ໂດຍທ່ານ ປອ. ສົມໄຊ ສີຫາຈັກ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 15 ແຂວງ ຈຳປາສັກ ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 11 ມິຖຸນາ  ຕໍ່ບົດລາຍງານ ຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ແຜນ 6 ເດືອນທ້າຍປີ 2024 ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.

ໂດຍຄຳເຫັນຂອງ ທ່ານ ປອ. ສົມໄຊ ສີຫາຈັກ ແນໃສ່ວຽກງານສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ເຊິ່ງໄດ້ສະເໜີໃຫ້ລັດຖະບານ ສະໜອງທຶນໃຫ້ແກ່ຫົວໜ່ວຍການຜະລິດ ໂດຍສະເພາະແມ່ນຫົວໜ່ວຍການຜະລິດຂະໜາດນ້ອຍ ກະແຈກກະຈາຍ ທີ່ບໍ່ສາມາດເຂົ້າຫາແຫຼ່ງທຶນໄດ້  ແຕ່ຫົວໜ່ວຍການຜະລິດດັ່ງກ່າວ ຊໍ້າພັດມີຄວາມຈໍາເປັນຫຼາຍ.

 ທ່ານ ປອ.​ສົມໄຊ ກ່າວວ່າ: ພາກສ່ວນທີ່ກ່ຽວຂ້ອງ ຄວນຄົ້ນຄວ້າ, ແກ້ໄຂ ເພື່ອໃຫ້ຫົວໜ່ວຍການຜະລິດດັ່ງກ່າວເຂົ້າເຖິງແຫຼ່ງທຶນ ເພື່ອນໍາໄປລົງທຶນໃສ່ການຜະລິດ, ນອກຈາກນີ້ ຍັງສະເໜີລັດຖະບານ ມີນະໂຍບາຍຫຼຸດຜ່ອນການເກັບພາສີ-ອາກອນ ການນໍາເຂົ້າ ປະເພດປຸ໋ຍ, ຝຸ່ນ, ຫົວອາຫານສັດ ແລະ ສິນຄ້າທີ່ຈໍາເປັນອື່ນໆ ທີ່ເປັນປັດໄຈການຜະລິດ ໂດຍສະເພາະການປູກຝັງ- ລ້ຽງສັດ. ຄຽງຄູ່ກັນນັ້ນ ກໍຄວນຊຸກຍູ້, ສົ່ງເສີມ ໃຫ້ພາກທຸລະກິດ ຕ້ອງໄດ້ສືບຕໍ່ຜະລິດຝຸ່ນ, ຫົວອາຫານ ເພື່ອຮັບໃຊ້ພາຍໃນຫຼຸດຜ່ອນການນໍາເຂົ້າ. 

ການຜະລິດສິນຄ້າເພື່ອສົ່ງອອກ ຕ້ອງໄດ້ນໍາໃຊ້ເຕັກນິກວິຊາການ ເພື່ອໃຫ້ຜົນຜະລິດມີຄຸນະພາບ ຖ້າຫາກວ່າບໍ່ນໍາໃຊ້ເຕັກນິກວິທະຍາສາດ ເຂົ້າໃນການຜະລິດ, ການຜະລິດສິນຄ້າສົ່ງອອກຈະບໍ່ສາມາດແຂ່ງຂັນກັບຕ່າງປະເທດໄດ້   ເຊິ່ງຜ່ານມາ ປະຊາຊົນກໍສຸມໃສ່ການຜະລິດ ແຕ່ຄຸນະພາບບໍ່ສາມາດຮັບປະກັນ ແລະ ບໍ່ສາມາດແຂ່ງຂັນກັບຕ່າງປະເທດໄດ້.

ໃນໄລຍະທີ່ຜ່ານມາ ລຖບ ອອກນະໂຍບາຍສິນເຊື່ອ ຈຳນວນ 4.500 ຕື້ກີບ ດອກເບ້ຍຕໍ່າ ໃຫ້ທະນາຄານທຸລະກິດ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ກະຕຸ້ນການຜະລິດພາຍໃນ ແຕ່ຜ່ານການຈັດຕັ້ງປະຕິບັດ ຕົວຈິງ ຍັງເຫັນວ່າມີຄວາມຫຍຸ້ງຍາກ ແລະ ຍັງຊັກຊ້າຍ້ອນຂັ້ນຕອນການອະນຸມັດ, ເງື່ອນໄຂຂອງຜູ້ຂໍທຶນ ຍັງບໍ່ຄົບຖ້ວນ ແລະ ຄວາມເຂົ້າໃຈຕໍ່ກັບແຫຼ່ງທຶນຂອງ ບັນດາຫົວໜ່ວຍທຸລະກິດ ຍັງບໍ່ທັນຊັດເຈນ.

ໃນ ກາງປີ 2023 ທີ່ຜ່ານມາ ລັດຖະບານຂອງ ສປປ ລາວ ໄດ້ຂໍ້ຕົກລົງໃຫ້ ທຫລ ນໍາໃຊ້ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ  ແລະ ສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ. ເພື່ອສົ່ງເສີມຂະແໜງການຜະລິດ, ການຄ້າ ແລະ ການບໍລິການທີ່ເປັນປາຍແຫຼມ ທົດແທນການນໍາເຂົ້າ-ສົ່ງເສີມການສົ່ງອອກສິນຄ້າ ແລະ ການບໍລິການ, ສ້າງວຽກເຮັດງານທໍາ ແລະ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ມະຫາພາກດ້ານການເງິນ-ເງິນຕາ ແລະ ພັດທະນາເສດຖະກິດ ແບບຍືນຍົງ ໂດຍສະເພາະຢູ່ທ້ອງຖິ່ນໃນຂອບເຂດທົ່ວປະເທດ.

ມາຮອດປັດຈຸບັນ ຜ່ານການປະຕິບັດຕົວຈິງ ເຫັນວ່າ ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ແມ່ນສາມາດຈັດຕັ້ງປະຕິບັດໄດ້ໝາກຜົນທີ່ດີກວ່າ ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ  ເນື່ອງຈາກເປັນແຫຼ່ງທຶນທີ່ມີຂະໜາດນ້ອຍ ມີນະໂຍບາຍຜ່ອນຜັນຫຼາຍກວ່າ ແລະ ເປັນແຫຼ່ງທຶນທີ່ທະນາຄານແຫ່ງ ສປປ ລາວ ສະໜອງທຶນໃຫ້ທະນາຄານທຸລະກິດ ໂດຍກົງ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/