ສສຊ ສະເໜີໃຫ້ ລັດຖະບານກີດກັນການນຳເຂົ້າສິນຄ້າ ທີ່ພາຍໃນສາມາດຜະລິດເອງໄດ້ ຫຼຸດຜ່ອນຄວາມຕ້ອງການເງິນຕາ


ສສຊ ສະເໜີໃຫ້ ລັດຖະບານກີດກັນການນຳເຂົ້າສິນຄ້າທີ່ ພາຍໃນສາມາດຜະລິດເອງໄດ້ເພື່ອສະໜັບສະໜູນສິນຄ້າພາຍໃນ ແລະ ຫຼຸດຜ່ອນຄວາມຕ້ອງການເງິນຕາຕ່າງປະເທດ ແກ້ໄຂບັນຫາເງິນກີບອ່ອນຄ່າ ແລະ ໄພເງິນເຟີ້.

ຄຳເຫັນດັ່ງກ່າວ ຖືກສະເໜີໂດຍ ທ່ານ ຈັນທະບູນ ສຸກອາລຸນ ສະມາຊິກສະພາແຫ່ງຊາດ ເຂດ 15 ແຂວງ ຈຳປາສັກ ທີ່ໄດ້ມີຄຳເຫັນຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອບໍ່ດົນມານີ້ ຕໍ່ກັບການແກ້ໄຂບັນຫາ ໄພເງິນເຟີ້ ແລະ ເງິນຕາອ່ອນຄ່າ ທີ່ກໍາລັງສົ່ງຜົນກະທົບຢ່າງໜັກຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນໃນ ສປປ ລາວ.

ທ່ານ ຈັນທະບູນກ່າວວ່າ: “ອີງຈາກສະພາບການໃນປັດຈຸບັນ ການແກ້ໄຂບັນຫາໄພເງິນເຟີ້ ແລະ ອັດຕາແລກປ່ຽນ ທີ່ຜັນຜວນນັ້ນ ເປັນເລື່ອງຍາກ ເນື່ອງຈາກ ປະເທດເຮົາມີຄວາມຕ້ອງການເງິນຕາຈຳນວນຫຼາຍເພື່ອຊື້ສິນຄ້າ ແລະ ບໍລິການຈາກຕ່າງປະເທດເຂົ້າມາໃຊ້ໃນປະເທດລາວ ແຕ່ເຮົາບໍ່ສາມາດສ້າງລາຍໄດ້ທີ່ເປັນເງີນຕາໄດ້ພຽງພໍ, ການທີ່ເຮົາເກີນດຸນການຄ້າໃນທຸກໆປີ ກໍບໍ່ສາມາດແກ້ບັນຫານີ້ໄດ້ ເນື່ອງຈາກການເກີນດຸນນັ້ນສ່ວນໃຫຍ່ແມ່ນມາຈາກການຂາຍໄຟຟ້າ ເຊິ່ງເປັນການລົງທຶນໂດຍກົງຈາກຕ່າງປະເທດ ແລະ ໄດ້ຮັບອະນຸຍາດໃນການນຳເງິນທີ່ພວກເຂົາຫາໄດ້ນັ້ນໄປຊຳລະ ໜີ້ໃຫ້ກັບທະນາຄານຢູ່ຕ່າງປະເທດທີ່ພວກເຂົາກູ້ຢືມມາ ເຮັດໃຫ້ເງິນຕາຈຳນວນດັ່ງກ່າວ ບໍ່ໄດ້ເຂົ້າມາຈະລາຈອນໃນລະບົບເສດຖະກິດບ້ານເຮົາ”.

ປັດຈຸບັນ ສປປ ລາວ ເປັນປະເທດທີ່ນຳໃຊ້ ສິນຄ້າ ແລະ ບໍລິການຈາກຕ່າງປະເທດເຖິງ 60-70% ເຮັດໃຫ້ການໃຫ້ການເໜັງຕີງຂອງອັດຕາແລກປ່ຽນ ກະທົບໂດຍກົງຕໍ່ການໃຊ້ຊີວິດປະຈຳວັນ. ອີງຈາກລາຍງານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າທະນາຄານແຫ່ງ ສປປ ລາວ ໃນກອງປະຊຸມເມື່ອບໍ່ດົນມານີ້.

ໂດຍທ່ານ ຈັນທະບູນ ໄດ້ສະເໜີ ແນວທາງໃນການຫຼຸດຄວາມຕ້ອງການເງິນຕາ ພ້ອມກັບການສະໜັບສະໜູນ ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ພ້ອມທັງເປັນການແກ້ໄຂບັນຫາຊີວິດການເປັນຢູ່ຂອງພະນັກງານລັດຖະກອນ ທະຫານ ຕຳຫຼວດ.

ທ່ານ ຈັນທະບູນກ່າວວ່າ: “ເພື່ອແກ້ໄຂບັນຫາດັ່ງກ່າວ ເປັນໄປໄດ້ບໍ່ ທີ່ລັດຖະບານຈະມີນະໂຍບາຍ ແທນທີ່ຈະເອົາເງິນໄປເພີ່ມເງິນເດືອນໃຫ້ພະນັກງານ ເຮົາເອົາລະດົບຊື້ ສິນຄ້າອຸປະໂພກບໍລິໂພກ ທີ່ເຮົາຜະລິດໄດ້ຢູ່ພາຍໃນ ໄປສະໜັບສະໜູນຊີວິດການເປັນຢູ່ຂອງ ພະນັກງານ ທະຫານຕຳຫຼວດ, ເຊິ່ງເປັນການສົ່ງເສີມ SME ຂອງເຮົາເຂັ້ມແຂງໄປໃນຕົວ ເພາະລັດຖະບານອຸດໜູນເຂົາເຈົ້າ ເນື່ອງຈາກ SME ເກີດໃໝ່ໃນປັດຈຸບັນນີ້ ບໍ່ສາມາດແຂ່ງຂັນກັບ ບໍລິສັດໃຫຍ່ໆ ທີ່ນຳເຂົ້າຈາກຕ່າງປະເທດໄດ້”

ສສຊ ເຂດ 15 ແຂວງ ຈຳປາສັກ ກ່າວຕໍ່ອີກວ່າ: “ນະໂຍບາຍຕໍ່ມາກໍຄືເຮົາຕ້ອງກີດກັນ ຫຼື ຈຳກັດສິນຄ້ານຳເຂົ້າ ທີ່ເຮົາສາມາດຜະລິດເອງໄດ້ໃນປະເທດ ຍົກຕົວຢ່າງ ນໍ້າດື່ມພວກເຮົາກໍຍັງນຳເຂົ້າ ເຊິ່ງມັນບໍ່ໜ້າຈະເປັນໄປໄດ້”

“ພາກສ່ວນທີ່ກ່ຽວຂ້ອງຕ້ອງເອົາໃຈໃສ່ ກວດກາບັນດາຊາຍແດນທີ່ອາດມີການນຳເຂົ້າສິນຄ້າແບບບໍ່ຖືກກົດໝາຍ ກວດດ່ານຊາຍແດນຕ່າງໆຢ່າງຮັດກຸມໃນການນຳເຂົ້າສິນຄ້າ ເພື່ອສ້າງເງື່ອນໄຂໃຫ້ສິນຄ້ານຳເຂົ້າທີ່ເຮົາຜະລິດເອງນັ້ນເຂົ້າມາໄດ້ຍາກທີ່ສຸດ ເຊິ່ງເປັນເລື່ອງທີ່ຫຼາຍປະເທດນຳໃຊ້ ເພື່ອປົກປ້ອງຜົນປະໂຫຍດຂອງປະເທດຕົນເອງ”.

ໃນໄລຍະທີ່ຜ່ານມາ ເພື່ອແກ້ໄຂບັນຫາດັ່ງກ່າວ ລັດຖະບານກໍໄດ້ມີການປັບຂຶ້ນພາສີ ແລະ ອາກອນມູນຄ່າເພີ່ມຂອງສິນຄ້າຟຸມເຟືອຍບາງປະເພດ ເພື່ອເປັນການຫຼຸດການນຳເຂົ້າສິນຄ້າທີ່ບໍ່ຈຳເປັນ ແລະ ເປັນການຫຼຸດຄວາມຕ້ອງການໃນເງິນຕາຕ່າງປະເທດລົງເຊັ່ນ ເສື້ອຜ້າເຄື່ອງໃຊ້ແບຣນແນມລາຄາແພງທີ່ນຳເຂົ້າຈາກຕ່າງປະເທດ, ນໍ້າຫອມ, ໂມງ, ອຸປະກອນຕົບແຕ່ງເຮືອນລາຄາແພງ ແລະ ອື່ນໆ ຈະເປັນການສ້າງແຮງກົດດັນໃຫ້ກັບທັງຜູ້ນຳເຂົ້າ ແລະ ຜູ້ຊົມໃຊ້ ໃຫ້ຫຼຸດຜ່ອນການນຳໃຊ້ສິນຄ້າຈຳພວກນີ້ລົງ ເຊິ່ງຈະເຮັດໃຫ້ ຄວາມຕ້ອງການໃນການນຳເຂົ້າ ແລະ ຄວາມຕ້ອງການເງິນຕາຕ່າງປະເທດຫຼຸດລົງເຊັ່ນດຽວກັນ.

ເຊັ່ນດຽວກັນກັບ ກະຊວງກະສິກຳ ແລະ ປ່າໄມ້ ທີ່ໄດ້ມີການອອກເງື່ອນໄຂຕ່າງໆ ທີ່ຮັດກຸມຂຶ້ນ ເພື່ອຈຳກັດຈຳນວນ ຫຼື ໂກຕ້າໃນການນຳເຂົ້າສິນຄ້າກະສິກຳ ບາງຊະນິດທີ່ສາມາດຜະລິດຢູ່ລາວໄດ້ ເພື່ອເປັນການສົ່ງເສີມ ແລະ ຊຸກຍູ້ການຜະລິດພາຍໃນ ໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/