ສສຊ ສະເໜີໃຫ້ລັດຖະບານແກ້ໄຂລາຄາສິນຄ້ານຳເຂົ້າ-ສົ່ງອອກ ໃຫ້ມີຄວາມເໝາະສົມ ແລະ ຊັດເຈນ


ປັດຈຸບັນ ການເໜັງຕີງຂອງລາຄາສິນຄ້າ ຢູ່ຕາມທ້ອງຕະຫຼາດ ໃນຂອບເຂດທົ່ວປະເທດ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະ ລາຄາສິນຄ້າທີ່ສາມາດຜະລິດຢູ່ພາຍໃນປະເທດ. ຕໍ່ກັບບັນຫາດັ່ງກ່າວ, ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສະເໜີ ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 1 ພະຈິກ 2023 ນີ້ ໂດຍສະເໜີ ໃຫ້ລັດຖະບານ ເລັ່ງປັບປຸງແກ້ໄຂ, ຄຸ້ມຄອງລາຄາສິນຄ້າ ບໍ່ວ່າຈະເປັນສິນຄ້ານຳເຂົ້າ ຫຼື ສິນຄ້າທີ່ສາມາດຜະລິດໄດ້ຢູ່ພາຍໃນປະເທດ ໃຫ້ມີຄວາມ   ເໝາະສົມ ແລະ ຊັດເຈນ.

ທ່ານ ສາຍທອງ ໄຊຍະວົງ ສສຊ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ສະເໜີລັດຖະບານ ກຳນົດໂຄງສ້າງລາຄາສິນຄ້າ ເປັນຕົ້ນ, ລາຄາເຂົ້າ, ຊີ້ນງົວ, ຄວາຍ, ໝູ, ໄຂ່ ທີ່ສາມາດຜະລິດຢູ່ພາຍໃນປະເທດ ໃຫ້ມີຄວາມຊັດເຈນ, ເໝາະສົມ, ມີລາຄາເປັນເອກະພາບກັນ, ຫຼີກເວັ້ນການນຳເຂົ້າສິນຄ້າ, ອັນໃດທີ່ສາມາດຜະລິດໄດ້ຢູ່ພາຍໃນ ລັດຖະບານຕ້ອງສຸມໃສ່ຊຸກຍູ້ສົ່ງເສີມ, ຄວນມີນະໂຍບາຍເພື່ອເຮັດໃຫ້ການຜະລິດມີຕົ້ນທຶນຕ່ຳລົງ ລວມເຖິງການເຂົ້າເຖິງແຫຼ່ງທຶນ ໃຫ້ມີຄວາມສະດວກສະບາຍ ໂດຍສະເພາະຕ້ອງຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ທົດແທນການນຳເຂົ້າ, ໄປພ້ອມກັບການຜະລິດເພື່ອສົ່ງອອກ.

ຄຽງຄູ່ກັບບັນຫາລາຄາສິນຄ້າ ກໍແມ່ນບັນຫາອັດຕາເງິນເຟິ້, ອັດຕາແລກປ່ຽນ ສະເໜີໃຫ້ລັດຖະບານເລັ່ງແກ້ໄຂ ເພື່ອເຮັດໃຫ້ສະພາບການດັ່ງກ່າວ ກັບຄືນສູ່ສະພາບປົກກະຕິໂດຍໄວ, ພ້ອມທັງໃຫ້ຄຸ້ມຄອງເງິນຕາຕ່າງປະເທດ ຕິດພັນກັບການນຳເຂົ້າ-ສົ່ງອອກ ສິນຄ້າ ຕ້ອງຜ່ານລະບົບທະນາຄານ, ລັດຕ້ອງຊຸກຍູ້ສົ່ງເສີມໃຫ້ມີການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ບໍລິສັດໃດທີ່ນຳເຂົ້າ-ສົ່ງອອກ ໂດຍບໍ່ຜ່ານລະບົບທະນາຄານ ຕ້ອງໃສ່ລະບຽບຢ່າງເດັດຂາດ ເພື່ອເຮັດໃຫ້ບັນຫາດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດເປັນເອກະພາບກັນໃນທົ່ວປະເທດ.

ຂອບໃຈຂໍ້ມູນຈາກ: ປະເທດລາວ Pathedlao

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/