ສປປ ລາວ- ADB ລົງນາມຮ່ວມມືແຜນຍຸດທະສາດສະບັບໃໝ່ ສົ່ງເສີມການເງິນພາກລັດໃຫ້ຍືນຍົງ


ກະຊວງແຜນການ ແລະ ການລົງທຶນ ແລະ ທະນາຄານພັດທະນາອາຊີ ຫຼື ເອດີບີ (ADB) ຈັດເຜີຍແຜ່ແຜນຍຸດທະສາດການຮ່ວມມືລະຫວ່າງ ສປປ ລາວ ແລະ ທະນາຄານພັດທະນາອາຊີ  ໄລຍະປີ 2024- 2028 ສະບັບໃໝ່ ແນໃສ່ການ ສົ່ງເສີມການເງິນພາກລັດໃຫ້ຍືນຍົງ ສ້າງຄວາມເຂັ້ມແຂງ ໃຫ້ແກ່ພື້ນຖານເສດຖະກິດ ທີ່ກະຈາຍຢ່າງທົ່ວເຖິງ, ຍືນຍົງ ແລະ ພ້ອມຮັບມືກັບການປ່ຽນແປງ ໃນ ສປປ ລາວ.

ແຜນຍຸດທະສາດການຮ່ວມມື ສະບັບໃໝ່ ແມ່ນສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IV ສໍາລັບ ໄລຍະປີ 2020-2025 ຂອງລັດຖະບານລາວ ເຊິ່ງແຜນຍຸດທະສາດດັ່ງກ່າວ, ຈະເປັນເຄື່ອງມືອັນສຳຄັນຂອງລັດຖະບານ ແລະ ADB ໃນການຮ່ວມມື ເພື່ອເລັ່ງບາດກ້າວການພັດທະນາ ຂອງ ສປປ ລາວ ໃຫ້ບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້.

ທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ຮູ້ວ່າ: ພາຍໃຕ້ແຜນຍຸດທະສາດ 5 ປີ ສະບັບໃໝ່ນີ້, ADB ຈະຮ່ວມມືຢ່າງໃກ້ຊິດກັບລັດຖະບານລາວ ເພື່ອສົ່ງເສີມການເງິນພາກລັດໃຫ້ຍືນຍົງ, ເສີມຂະຫຍາຍການເຂົ້າເຖິງການບໍລິການທີ່ສະເໝີພາບ ແລະ ມີຄວາມກ້າວໜ້າ ໃນການປະຕິບັດງານ ດ້ານການປ່ຽນແປງດິນຟ້າອາກາດ.

ໂອກາດດຽວກັນ, ທ່ານນາງ ໂຊໂນມິ ທະນາກະ ຫົວໜ້າສຳນັກງານ ADB ປະຈຳ ສປປ ລາວ ກໍໄດ້ກ່າວວ່າ: “ແຜນຍຸດທະສາດການຮ່ວມມືກັບປະເທດ ສຳລັບ ສປປ ລາວ ຂອງ ADB ສະບັບໃໝ່ ແມ່ນໄດ້ຖືກອອກແບບມາເພື່ອຊ່ວຍໃຫ້ປະເທດ ສາມາດຮັບມືກັບສິ່ງທ້າທາຍທາງດ້ານເສດຖະກິດ ແລະ ການເງິນ ເພື່ອສ້າງການເຕີບໂຕຢ່າງທົ່ວເຖິງ ແລະ ຍືນຍົງ ໂດຍເນັ້ນໜັກເຖິງຄວາມສຳຄັນຂອງຄວາມໝັ້ນຄົງ ຂອງເສດຖະກິດມະຫາພາກ, ການສະໜອງການບໍລິການດີທີ່ໄດ້ຮັບການປັບປຸງດີຂຶ້ນ ແລະ ຄວາມພ້ອມຮັບມືກັບສະພາບການປ່ຽນແປງດິນຟ້າອາກາດ ເຊິ່ງເປັນເສົາຄໍ້າແກ່ການຮ່ວມມືຂອງພວກເຮົາ”.

ແຜນຍຸດທະສາດດັ່ງກ່າວ, ໄດ້ແນະນໍາບັນດາມາດຕະການຮອບດ້ານເພື່ອຊຸກຍູ້ການເງິນພາກລັດ ໃຫ້ຍືນຍົງ, ໝູນໃຊ້ການໃຫ້ກູ້ຢືມແບບມີເງື່ອນໄຂສິດທິພິເສດ (Concessional loan), ທຶນຊ່ວຍເຫຼືອລ້າ ແລະ ທຶນຊ່ວຍເຫຼືອທາງດ້ານວິຊາການ.

ຄວາມພະຍາຍາມດັ່ງກ່າວ, ແນໃສ່ເສີມຂະຫຍາຍທ່າແຮງຄວາມສາມາດ ຂອງລັດຖະບານ ໃນການຄຸ້ມຄອງໜີ້ສິນ, ການປະຕິຮູບລັດວິສາຫະກິດ, ການຄຸ້ມຄອງການເງິນພາກລັດ ແລະ ເພື່ອຮັບປະກັນໃຫ້ການນຳໃຊ້ທຶນສາທາລະນະຢ່າງມີປະສິດທິຜົນ ແລະ ມີຄວາມຮັບຜິດຊອບ.

ໃນການປະຕິບັດຄໍາໜັ້ນສັນຍາກ່ຽວກັບ ວຽກການປ່ຽນແປງດິນຟ້າອາກາດ ໃຫ້ມີຄວາມກ້າວໜ້າ, ແຜນຍຸດທະສາດ ຈະສະໜັບສະໜູນ ຢ່າງເຫັນຄວາມສໍາຄັນໃນການສະໜອງທຶນຮອນ ແລະ ສະຕິປັນຍາ ເຂົ້າໃສ່ທຸກຂະແໜງການທີ່ສຳຄັນເຊັ່ນ: ກະສິກຳ, ການຄຸ້ມຄອງຊັບພະຍາກອນທຳມະຊາດ, ການບໍລິຫານຈັດການກັບມົນລະພິດ ແລະ ສິ່ງເສດເຫຼືອ ແລະ ການຄຸ້ມຄອງຄວາມສ່ຽງຈາກໄພພິບັດ ໂດຍເນັ້ນໜັກເຖິງຄວາມສໍາຄັນຂອງພະລັງ ງານທົດແທນ.

ໃນແຜນຍຸດທະສາດ ຍັງພະຍາຍາມຊຸກຍູ້ການລົງທຶນໃສ່ພາກເອກະຊົນ ດ້ານພະລັງງານລົມ ແລະ ພະ ລັງງານແສງຕາເວັນ ເພື່ອຊຸກຍູ້ບັນດາຄຳໝັ້ນສັນຍາ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ໃຫ້ມີຄວາມກ້າວໜ້າ.

https://www.facebook.com/permalink.php?story_fbid=pfbid02dnfvmH7ouWJcPfnHtcdNn6mMsFX5tRnA5bBVGacZb5V6CvymzgutfaPxZsN6n23Ll&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/