ສປປ ລາວ ໃນນາມເປັນເຈົ້າພາບ ກອງປະຊຸມ ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ສະພາທີ່ປຶກສາທຸລະກິດອາຊຽນໄດ້ເນັ້ນໜັກໃນການສົ່ງເສີມ MSMEs ໃນພາກພື້ນໃນການຫັນເປັນດີຈີຕອນ ສົ່ງເສີມການເຊື່ອມໂຍງທາງດ້ານເສດຖະກິດ ທຸລະກິດໃນພາກພື້ນ.

ຄຳເຫັນດັ່ງກ່າວ, ມີຂຶ້ນໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ ໃນກອງປະຊຸມ ສະພາທີ່ປຶກສາທຸລະກິດອາຊຽນ ທີ່ໄດ້ມີຂຶ້ນໃນວັນທີ 16 ກັນຍາ ທີ່ຜ່ານມາ, ໂດຍມີ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາທີ່ປຶກສາທຸລະກິດ ອາຊຽນ ປີ 2024 ແລະ ບັນດາຜູ້ແທນຈາກບັນດາປະເທດສະມາຊິກ ເຂົ້າຮ່ວມ.

ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ໃນປີຜ່ານມາ ແລະ ປີນີ້ ພວກເຮົາໄດ້ປຶກສາຫາລືຫຼາຍບັນຫາທີ່ຕິດພັນກັບການຮ່ວມມື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ສະພາທີ່ປຶກສາທຸລະກດິອາຊຽນ ເຊິ່ງໃນນັ້ນ ພວກເຮົາໄດ້ເນັ້ນໃສ່ວຽກງານການພັດທະນາແບບຍືນຍົງ ແລະ ການຫັນເປັນດິຈິຕອນ ເປັນຕົ້ນ ການນໍາໃຊ້ລະບົບ QR Code ໃນອາຊຽນ, ການຄໍ້າປະກັນສະບຽງອາຫານ, ຄວາມເຂັ້ມແຂງດ້ານສາທາລະນະສຸກ, ການອໍານວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນ ແລະ ການເຂົ້າເຖີງແຫຼ່ງທຶນ ຂອງ MSMEs.

ໃນກອງປະຊຸມຄັ້ງນີ້ ບັນດາປະເທດສະມາຊິກໄດ້ເນັ້ນໃສ່ ແລກປ່ຽນທັດສະນະ ກ່ຽວກັບບັນດາແຜນວຽກບູລິມະສິດ ຂອງສະພາທີ່ປຶກສາທຸລະກິດ ອາຊຽນ ສະບັບປັບປຸງຄັ້ງວັນທີ 14/09/24 ພາຍໃຕ້ການເປັນປະທານຂອງ ສປປ ລາວ ເປັນຕົ້ນແມ່ນ ການສົ່ງເສີມ MSMEs ໃນການຫັນເປັນດີຈີຕອນ, ການເຂົ້າເຖິງພະລັງງານສະອາດ, ການຄົ້ນຄວ້າ ແລະ ການ ພັດທະນາວັກຊີນ, ການຮັບປະກັນດ້ານສະບຽງອາຫານ, ການຫຼຸດຜ່ອນສິ່ງກີດຂວາງດ້ານການຄ້າ.

ໃນປີ 2023 ທີ່ຜ່ານມາ, ກາານຂະຫຍາຍຕົວທາງດ້ານເສດຖະກິດ ຂອງອາຊຽນ ສະເລ່ຍ ແມ່ນ 4,1% ແລະ ຄາດວ່າ ຈະເພີ່ມຂຶ້ນເປັນ 4,6% ໃນປີ 2024. ການລົງທຶນໃນອາ ຊຽນ ໄດ້ເພີ່ມຂຶ້ນ 0,3% ຈາກ 229 ຕື້ໂດລາສະຫະລັດ ໃນປີ 2022 ມາເປັນ 230 ຕື້ໂດລາສະຫະລັດ ໃນປີ 2023; ມູນຄ່າການຄ້າດ້ານສິນຄ້າຂອງອາຊຽນ ໄດ້ຫລຸດລົງ 1,2% ຈາກ 3.846 ຕື້ໂດລາສະຫະລັດ ໃນປີ 2022 ມາເປັນ 3.525 ຕື້ໂດລາສະຫະລັດ ໃນປີ 2023 ແລະ ຄາດວ່າ ຈະເພີ່ມຂຶ້ນມາເປັນ 3.617 ຕື້ໂດລາສະຫະລັດ ໃນປີ 2024.