ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ


ກະຊວງປ້ອງກັນຄວາມສະຫງົບ ແຈ້ງການເລີ່ມຈັດຕັ້ງປະຕິບັດ ນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ຈົນຮອດ ວັນທີ 31 ທັນວາ 2024 ດຶງດູດນັກທ່ອງທ່ຽວ ຊຸກຍູ້ປີທ່ອງທ່ຽວລາວ 2024.

ແຈ້ງການສະບັບດັ່ງກ່າວຂອງກະຊວງປ້ອງກັນຄວາມສະຫງົບ ມີຂຶ້ນ ຕາມ ຄໍາແນະນໍາ ຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະບັບເລກທີ 29/ຖວທ, ລົງວັນທີ 26 ມິຖຸນາ 2024 ກ່ຽວກັບນະໂຍບາຍຍົກເວັ້ນວີຊາ ແລະ ການກໍານົດໄລຍະເວລາພັກເຊົາ ຢູ່ ສປປ ລາວ ສໍາລັບນັກທ່ອງທ່ຽວກຸ່ມເປົ້າໝາຍ ໃນໄລຍະປີທ່ອງທ່ຽວລາວ 2024.

ອີງຕາມແຈ້ງການດັ່ງກ່າວ ຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2520/ຕມ ລົງວັນທີ 1 ກໍລະກົດ 2024​, ໄດ້ກໍານົດໃຫ້ນັກທ່ອງທ່ຽວ ສັນຊາດ ຈີນ (CHN) ທີ່ມາທ່ອງທ່ຽວເປັນກຸ່ມ ຜ່ານການບໍລິການຂອງບໍລິສັດນໍາທ່ຽວ ທີ່ຢູ່ ສປປ ລາວ ແລະ ໄດ້ລົງທະບຽນຮັບຮອງ ຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈະໄດ້ຮັບ ການຍົກເວັ້ນວີຊາ ແບບບໍ່ຕິດວິຊາສະຕິກເກີ້ ໃສ່ໜັງສືຜ່ານແດນ ແລະ ກຳນົດ ໄລຍະພັກເຊົາຢູ່ ສປປ ລາວ 15 ວັນ.

ນອກຈາກນີ້, ນັກທ່ອງທ່ຽວຈາກ 8 ປະເທດ ເຊັ່ນ: ເດັນມາກ (DNK), ນໍເວ (NOR), ຟິນແລນ (FIN), ສະວີເດັນ (SWE), ອອສເຕຣຍ (AUT), ເບວຢຽມ (BEL), ສະເປນ (ESP) ແລະ ກຣີສ (GRC) ແມ່ນ ຍົກເວັ້ນວີຊາເຂົ້າ ສປປ ລາວ ແບບບໍ່ຕິດວີຊາສະຕິກເກີວິຊາ ໃນໜັງສືຜ່ານແດນ ແລະ ກຳນົດເວລາພັກເຊົາ 15 ວັນ ໂດຍບໍ່ຈໍາເປັນຜ່ານການບໍລິການ ຂອງບໍລິສັດນໍາທ່ຽວ. ໃນກໍລະນີ ມີຈຸດປະສົງພັກເຊົາ ຢູ່ ສປປ ລາວ ເກີນກວ່າ 15 ວັນ ຕ້ອງເອົາວີຊາທ່ອງທ່ຽວ (T-B3)

ສ່ວນການຂະຫຍາຍກໍານົດເວລາພັກເຊົາ ຢູ່ ສປປ ລາວ ແມ່ນສໍາລັບວີຊາ ທ່ອງທ່ຽວ (T-B3) ຈາກກໍານົດ 30 ວັນ ເປັນ ກໍານົດ 60 ວັນ ໃຫ້ນັກທ່ອງທ່ຽວ ສັນຊາດ ອອສເຕຣເລຍ (AUS), ນິວຊີແລນ (NZL), ອາເມລິກາ (USA), ແຄນາດາ (CAN), ອອສເຕຣຍ (AUT), ເບວຢຽມ (BEL), ເດັນມາກ (DNK), ຟິນແລນ (FIN), ຝຣັ່ງ (FRA), ເຢຍລະມັນ (D), ກຣີສ (GRC), ໄອແລນ (IRL), ອີຕາລີ (ITA), ເນເທີແລນ (NLD), ນໍເວ (NOR), ໂປແລນ (POL), ໂປຕຸເກດ (PRT), ຣັດເຊຍ (RUS), ສະເປນ (ESP), ສະວີເດັນ (SWE), ສະວິດເຊີແລນ (CHE) ແລະ ສະຫະຣາຊະອານາຈັກ ຫຼື ອັງກິດ (GBR). ເຊິ່ງນັກທ່ອງທ່ຽວ ຂອງບັນດາປະເທດດັ່ງກ່າວ ບໍ່ຈໍາເປັນຕ້ອງຜ່ານການບໍລິການ ຂອງບໍລິສັດນໍາທ່ຽວ ແລະ ສາມາດສະເໜີ ຂໍວີຊາທ່ອງທ່ຽວ (T-B3) ເຂົ້າ-ອອກ ຫຼາຍຄັ້ງ (Multiple Visa) ຢູ່ ສະຖານທູດ ຫຼື ສະຖານກົງສຸນ ແຫ່ງ ສປປ ລາວ ປະຈຳ ຢູ່ຕ່າງປະເທດ ໂດຍ ການເຫັນດີອະນຸມັດຈາກກົມກົງສູນ ກະຊວງການຕ່າງປະເທດ. ກໍລະນີ ຂໍວີຊາກັບດ່ານ ຫຼື ວິຊາອອນລາຍ (E-VISA) ແມ່ນຈະໄດ້ຮັບວີຊາເຂົ້າ ສປປ ລາວ ແບບຄັ້ງດຽວ (Single Visa).

ນອກຈາກນີ້, ກຸ່ມນັກທ່ອງທ່ຽວ ສັນຊາດ ໄທ ທີ່ນໍາໃຊ້ປື້ມຜ່ານແດນ (Border Pass) ແລະ ໃບຜ່ານແດນຊົ່ວຄາວ (Temporary Border pass) ທີ່ມາທ່ອງທ່ຽວເປັນກຸ່ມ ຜ່ານການບໍລິການຂອງບໍລິສັດນໍາທ່ຽວ ທີ່ຢູ່ ສປປ ລາວ ແມ່ນໄດ້ເພີ່ມໄລຍະເວລາ ພັກເຊົາ ຢູ່ ສປປ ລາວ ຈາກ 03 ວັນເປັນ 10 ວັນ ແລະ ສາມາດເດີນທາງໄປຕໍ່ໄດ້ອີກ 3 ແຂວງຕິດຈອດກັນ.

ໃນ 4 ​ເດືອນ​ຕົ້ນ​ປີ​ນີ້, ລາວ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 1.5 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ​ປະມານ 35% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ນັກທ່ອງທ່ຽວຈີນມີຈຳນວນຢ່າງໜ້ອຍ 351,000 ຄົນ, ເຮັດໃຫ້ຈີນເປັນແຫຼ່ງນັກທ່ອງທ່ຽວຕ່າງປະເທດໃຫຍ່ອັນດັບ 3 ຂອງລາວຮອງຈາກໄທ ແລະ ຫວຽດນາມ ຕາມລໍາດັບ. ຈຳນວນ​ນັກ​ທ່ອງ​ທ່ຽວ​ຈາກ​ທຸກ​ປະ​ເທດ​ອາ​ຊຽນ​ເພີ່ມ​ຂຶ້ນ​ເປັນ 862.000 ກວ່າ​ຄົນ, ​ເພີ່ມ​ຂຶ້ນ 18% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/