ສປປ ລາວ ເປີດສະມາຄົມທຸລະກິດບໍລິການຈັດຫາງານລາວ ດຶງດູດແຮງງານເຂົ້າຕະຫຼາດພາຍໃນໃຫ້ຫຼາຍຂຶ້ນ


ກະຊວງແຮງງານ ແລະ ສະຫວັດດິການສັງຄົມ ປະກາດສະມາຄົມທຸລະກິດບໍລິການຈັດຫາງານລາວ ຢ່າງເປັນທາງການ ເພື່ອສ້າງສະພາບແວດລ້ອມ ສ້າງເງື່ອນໄຂໃນການເຮັດວຽກ ຈັດຫາງານໃຫ້ແກ່ຜູ້ອອກແຮງງານ ດຶງດູດແຮງງານເຂົ້າຕະຫຼາດພາຍໃນໃຫ້ຫຼາຍຂຶ້ນ.

ພິທີເປີດຕົວຢ່າງເປັນທາງການ ມີຂຶ້ນເມື່ອບໍ່ດົນມານີ້ ໂດຍມີ ທ່ານ ນາງໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ(ຮສສ), ທ່ານ ນາງ ອີນາ ມາຈໍລູນີແຕ ເອກອັກຄະລັດຖະທູດ ສຳນັກງານຜູ້ຕາງໜ້າສະຫະພາບເອີຣົບປະຈຳລາວ, ທ່ານ ນາງ ມີແກນ ຈອນສ ເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີປະຈຳລາວ, ທ່ານ ວຽງປະສິດ ເທບພະສຸດາ ຜູ້ຕາງໜ້າອົງການແຮງງານສາກົນ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ໃບຄຳ ກ່າວວ່າ: ການສ້າງຕັ້ງສະມາຄົມດັ່ງກ່າວ ເປັນພຽງຜົນສຳເລັດເບື້ອງຕົ້ນ, ບັນຫາສຳຄັນແມ່ນໝາກຜົນຂອງການເຄື່ອນໄຫວຂອງສະມາຄົມ ໃນການບໍລິການຈັດຫາງານໃຫ້ແກ່ຜູ້ອອກແຮງງານ, ກໍຄື ສະໜອງແຮງງານໃຫ້ແກ່ບັນດາຕໍາແໜ່ງງານ ທັງພາຍໃນ ແລະ ຕ່າງປະເທດ ເພື່ອເປັນການປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ກໍຄື ກຳລັງແຮງງານ, ເຮັດໃຫ້ກຳລັງແຮງງານມີລາຍໄດ້, ມີວຽກເຮັດງານທຳທີ່ໝັ້ນຄົງ, ມີສະຫວັດດີການສັງຄົມຢ່າງເປັນລະບົບຄົບຊຸດ ເພື່ອຮັບປະກັນໃຫ້ເສດຖະກິດມີການຂະຫຍາຍຕົວ, ທັງເປັນການສ້າງຄວາມໝັ້ນທ່ຽງໃຫ້ແກ່ຂະແໜງ ການຜະລິດ ແລະ ບໍລິການ ໄດ້ດຳເນີນທຸລະກິດດ້ວຍຄວາມລາບລື່ນ ແລະ ມີຜົນສຳເລັດ.

ສະມາຄົມທຸລະກິດບໍລິການຈັດຫາງານລາວ ແມ່ນການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ເປັນການເພີ່ມກຳລັງແຮງທາງດ້ານສະຕິປັນຍາ, ກຳລັງຊັບພະຍາກອນ ເພື່ອສາມາດແຂ່ງຂັນກັບກົນໄກເສດຖະກິດຕະຫຼາດ, ທັງເປັນການຫຼຸດຜ່ອນການຍາດແຍ່ງແຂ່ງຂັນທາງດ້ານທຸລະກິດ ເພື່ອປົກປ້ອງ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ພ້ອມກັນເຕີບໃຫຍ່ຂະຫຍາຍຕົວໄປທາງໜ້າ. ພ້ອມນີ້, ກໍເພື່ອຊ່ວຍພາກລັດໃນການຄຸ້ມຄອງ ແລະ ດັດສົມລະຫວ່າງຄວາມຕ້ອງການ ແລະ ຄວາມອາດສາມາດໃນການສະໜອງແຮງງານ ໃນເງື່ອນໄຂປັດຈຸບັນ ແລະ ອະນາຄົດ.

ໂອກາດດຽວກັນ ທ່ານ ລັດຖະມົນຕີ ຮສສ ໄດ້ສະແດງຄວາມຫວັງວ່າ: ສະມາຄົມຈັດຫາງານ ຈະເປັນສ່ວນໜຶ່ງໃນການປະສານສົມທົບກັບຜູ້ປະກອບການພາຍໃນ ເພື່ອປັບປຸງສະພາບແວດລ້ອມ, ເງື່ອນໄຂຂອງການເຮັດວຽກທີ່ເອື້ອອຳນວຍ, ສ້າງຕຳແໜ່ງງານທີ່ໝັ້ນຄົງ ເພື່ອສ້າງແຮງຈູງໃຈດຶງດູດແຮງງານໃຫ້ເຂົ້າສູ່ຕະຫຼາດແຮງງານພາຍໃນໃຫ້ຫຼາຍຂຶ້ນ.

ທີ່ມາ:

https://www.facebook.com/permalink.php?story_fbid=pfbid09VV3mLCowVDSt5WfGcCLvJhGLi2hzdQbsTDjzSujzzRa7bTKUbuDMBAHAGWnVfY8l&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/