Agoda ເວັບໄຊ ທ່ອງທ່ຽວຊື່ດັງຂອງໂລກ ເຜີຍຜົນສຳຫຼວດ ສປປ ລາວ, ຍີ່ປຸ່ນ ແລະ ໄຕ້ຫວັນ ເປັນສະຖານທີ່ ທີ່ນັກທ່ອງທ່ຽວໄທ ຢາກກັບມາທ່ຽວຫຼາຍເທື່ອທີ່ສຸດ ຈາກແຮງດຶງດູດທາງດ້າານສິລະປະວັດທະນະທຳທ້ອງຖິ່ນ ແລະ ການເດີນທາງທີ່ສະດວກສະບາຍ.

ໂດຍ ຜົນສະຫຼວດຈາກ Agoda ເຜີຍວ່າ ນັກທ່ອງທ່ຽວ ໄທຫຼາຍກວ່າ 74% ເລືອກທີ່ຈະກັບໄປສະຖານທີ່ທ່ອງທ່ຽວທີ່ເຄີຍໄປມາແລ້ວ ຫລາຍເທື່ອ ບໍ່ແມ່ນແຕ່ 1 ຄັ້ງ ຫາ 2 ຄັ້ງ ແຕ່ບາງຄົນກັບໄປອີກບໍ່ຕໍ່າກວ່າ 10 ຄັ້ງ ໃນຮອບບໍ່ເທົ່າໃດປີ.

ຕາມການລາຍງານຂອງ ເຟດບຸກ ຂອງ The Standard Wealth, ໂດຍການສຳຫຼວດພົບເຫດຜົນຂອງນັກທ່ອງທ່ຽວໄທກັບມາຫລາຍຄັ້ງ ເຫັນວ່າ 53% ຂອງຜູ້ຕອບແບບສອບຖາມກ່າວວ່າ ຄວາມສະດວກໃນການເດີນທາງ’ ແມ່ນປັດໃຈສໍາຄັນໃນການຕັດສິນໃຈຂອງພວກເຂົາທີ່ຈະກັບໄປ, 49% ແມ່ນເຫດຜົນເລື່ອງອາຫານທ້ອງຖິ່ນ ທີ່ເຮັດໃຫ້ຫຼາຍຄົນຕິດໃຈຈົນຢາກກັບໄປຊີມອີກ. ນອກຈາກນັ້ນ, 42% ແມ່ນເລື່ອງຄວາມປອດໄພ ແລະ ຄວາມສະອາດ ທີ່ສ້າງຄວາມໝັ້ນໃຈໃຫ້ແກ່ນັກທ່ອງທ່ຽວ.

ເມື່ອຖາມເຖິງ ລາຍລະອຽດຂອງຈຸດປະສົງຂອງການເດີນທາງມາອີກຫລາຍຄັ້ງຂອງພວກເຂົາ ແມ່ນ 32% ກໍາລັງຊອກຫາ ການຜະຈົນໄພ ໃໝ່ໆໃນສະຖານທີ່ທີ່ຄຸ້ນເຄີຍ, ໃນຂະນະທີ່ 23% ມີຄວາມກະຕືລືລົ້ນກ່ຽວກັບອາຫານທ້ອງຖິ່ນ ແລະ 20% ມີຄວາມກະຕືລືລົ້ນໃນສິລະປະ ແລະ ວັດທະນະທໍາຂອງປະເທດ.

ອີກໜຶ່ງທ່າແຮງຂອງ ສປປ ລາວ ໃນການດຶງດູດນັກທ່ອງທ່ຽວໄທ ເຂົ້າມາແມ່ນເລື່ອງຂອງວັດທະນະທຳ, ພາສາ, ອາຫານ ແມ່ນມີຄວາມໃກ້ຄຽງກັນ, ການຂົນສົ່ງທາງລົດໄຟທີ່ເຊື່ອມຈອດກັນ ເຮັດໃຫ້ມີຄວາມສະດວກສະບາຍໃນການທ່ອງທ່ຽວຫຼາຍຂຶ້ນກວ່າແຕ່ກ່ອນ.

ນອກຈາກນີ ນັກທ່ອງທ່ຽວໄທ ຍັງໄດ້ຮັບຄວາມສະດວກສະບາຍໃນເລື່ອງຂອງການຊຳລະຄ່າສິນຄ້າ ແລະ ບໍລິການ ໃນລາວ ໂດຍສາມາດນຳໃຊ້ບັນຊີທະນາຄານຂອງຕົນເອງ ຊໍາລະຄ່າສິນຄ້າ ແລະ ບໍລິການ ຢູ່ລາວ ໄດ້ເລີຍຜ່ານ Qr Code ແບບຂ້າມຊາດ ຜ່ານແອັບພິເຄຊັ່ນ Mobile Banking ຂອງຕົນເອງ ໂດຍບໍ່ຈຳເປັນຕ້ອງແລກເງິນມາກ່ອນ.

ໃນ 4 ເດືອນຕົ້ນປີນີ້, ລາວໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1.5 ລ້ານເທື່ອຄົນ, ເພີ່ມຂຶ້ນປະມານ 35% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໂດຍມີນັກທ່ອງທ່ຽວຈາກໄທມາເປັນອັນດັບ 1 ຮອງລົງມາແມ່ນຫວຽດນາມ ແລະ ຈີນ ຕາມລໍາດັບ.

ທີ່ມາ: คนไทยหลงเสน่ห์ ‘ญี่ปุ่น-ไต้หวัน-สปป.ลาว’ ไม่รู้จบ เพราะไปแล้วเหมือน ‘เพื่อนเก่า’ (thestandard.co)