ສປປ ລາວ ເຈລະຈາດ້ານສຸຂານາໄມພືດ-ສັດ ເປີດຕະຫຼາດກັບປະເທດຄູ່ຄ້າໄດ້ສຳເລັດ 48 ລາຍການໃນ 3 ປະເທດໃກ້ຄຽງ


ໃນໄລຍະທີ່ຜ່ານມາ ສປປ ລາວ ໄດ້ສໍາເລັດ ການເຈລະຈາດ້ານສຸຂານາໄມພືດ-ສັດ ເປີດຕະຫຼາດກັບປະເທດຄູ່ຄ້າ ໄດ້ສຳເລັດ 48 ລາຍການໃນ 3 ປະເທດໃກ້ຄຽງຄື ຈີນ, ໄທ ແລະ ຫວຽດນາມ ເພື່ອສ້າງເງື່ອນໄຂໃຫ້ຜູ້ປະກອບການໃນການຜະລິດ ແລະ ສົ່ງອອກ.

ທ່ານ  ເພັດ ພົມພີພັກ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລາຍງານໃນກອງປະຊຸມຜູ້ປະກອບການທຸລະກິດໃນຂະແໜງກະສິກໍາ ແລະ ປ່າໄມ້ ຄັ້ງທີ I ປີ 2023 ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດ ເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນ ສປປ ລາວ ໄດ້ສຸມໃສ່ເຈລະຈາດ້ານສຸຂານາໄມພືດ-ສັດ ເພື່ອເປີດຕະຫຼາດກັບປະເທດຄູ່ຄ້າໄດ້ແລ້ວ 48 ລາຍການໃນ 3 ປະເທດໃກ້ຄຽງ ໃນນີ້ ລວມມີ: ສປ ຈີນ ມີຈໍານວນ 16 ພືດ ແລະ 1 ສັດໃຫຍ່ (ເຂົ້າສານ, ສາລີແຂງ, ມັນຕົ້ນ, ກ້ວຍ , ໝາກໂມ, ມັນດ້າງ, ຖົ່ວເບີ, ຖົ່ວຍາວ, ຖົ່ວເຫຼືອງຝັກສົດ, ໝາກນອດສົດ, ໝາກກ້ຽງເປືອກໜາ, ໝາກພຸກ ແລະ ໝາກນາວເຫຼືອງ, ຢາຫົວ, ເຄືອແດງດ່າງ, ໃບຢາສູບແຫ້ງ ແລະ ສັດໃຫຍ່: ງົວ-ຄວາຍ).

ສສ ຫວຽດນາມ ມີຈໍານວນ 16 ພືດ (ສາລີ, ມັນຕົ້ນ, ໝາກກ້ວຍ, ເຂົ້າສານ, ຫົວກະລົດ, ຫົວຜັກບົວໃຫຍ່, ຫຍ້າເນເປຍ, ໝາກມັງກອນ, ໝາກນອດ, ໝາກກ້ຽງຂຽວ, ໝາກມ່ວງ, ໝາກກ້ຽງນ້ອຍ, ໝາກພຸກ, ໝາກມີ້, ຜັກກາດຂາວ ແລະ ຜັກສະຫຼັດ) ແລະ ປະເທດ ໄທ ມີຈໍານວນທັງໝົດ 15 ພືດ (ສາລີ, ແກນສາລີ, ໝາກເລັ່ນ, ຢາສູບເສັ້ນແຫ້ງ, ໝາກກ້ຽງ, ໝາກກ້ວຍນ້ຳ, ມັນຝຣັ່ງ, ໝາກຫຸ່ງ, ໝາກນອດ, ມັນຕົ້ນ (ເສັ້ນ ແລະ ແປ້ງ), ໝາກຖົ່ວດິນ, ໝາກເຍົາ, ໝາກເຜັດ, ໃບຢາສູບແຫ້ງ, ພືດຜັກສົດຕາມສັນຍາ.

ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ຍັງໃຫ້ຮູ້ກ່ຽວກັບການຊຸກຍູ້ສົ່ງເສີມການລົງທຶນຂອງພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ໃນຂະແໜງກະສິກໍາ ແລະ ປ່າໄມ້ ທົ່ວປະເທດ ມາຮອດປັດຈຸບັນ ມີທັງໝົດ 2.065 ບໍລິສັດ, ໃນນັ້ນ, ການລົງທຶນພາຍໃນ 1.434 ບໍລິສັດ, ຕ່າງປະເທດ 593 ບໍລິສັດ ແລະ ຮ່ວມທຶນພາຍໃນ ແລະ ຕ່າງປະເທດ 38 ບໍລິສັດ, ມີມູນຄ່າການ ລົງທຶນທັງໝົດ 5,53 ຕື້ໂດລາສະຫະລັດ, ທຶນຈົດທະບຽນ 3,77 ຕື້ໂດລາສະຫະລັດ, ມີເນື້ອທີ່ດິນສຳປະທານ ປະມານ 407.075 ເຮັກຕາ ແລະ ສົ່ງເສີມປະມານ 91.646 ເຮັກຕາ.

https://www.facebook.com/photo/?fbid=697046752459581&set=a.598450565652534

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/