ສປປ ລາວ ປະກາດຈຳກັດການນຳເຂົ້າສິນຄ້າກະສິກຳຫຼາຍປະເພດ ຫຼຸດຄວາມຕ້ອງການເງິນຕາ ຊຸກຍູ້ການຜະລິດພາຍໃນ


ກະຊວງກະສິກຳ ແລະ ປ່າໄມ້ ຍົກລະດັບຄວາມເຂັ້ມງວດໃນການນຳເຂົ້າສິນຄ້າກະສິກຳ ທີ່ສາມາດຜະລິດໄດ້ພາຍໃນ ເພື່ອຫຼຸດຄວາມຕ້ອງການເງິນຕາ ຊຸກຍູ້ການຜະລິດພາຍໃນ ຫຼຸດຜ່ອນອັດຕາເງິນເຟີ້ ແລະ ເງິນກີບອ່ອນຄ່າ.

ຕາມການແຈ້ງການຂອງລັດຖະບານ ສະບັບວັນທີ 7 ມິຖຸນາ 2024 ໄດ້ມອບໝາຍໃຫ້ກະຊວງ ກະສິກຳ ແລະ ປ່າໄມ້ ປະຕິບັດມາດຕະການເກືອດຫ້າມການນໍາເຂົ້າສິນຄ້າກະສິກຳທີ່ສາມາດຜະລິດໄດ້ພາຍໃນ ຢູ່ບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ, ແຕ່ອະນຸຍາດໃຫ້ນໍາເຂົ້າໄດ້ ຜ່ານດ່ານສາກົນທີ່ມີດ່ານສາກົນທີ່ມີລະບົບກວດກາກັກກັນພືດ-ສັດ ເທົ່ານັ້ນ.

ການເຄື່ອນໄຫວດັ່ງກ່າວ ເປັນຄວາມພະຍາຍາມຂອງລັດຖະບານ ໃນການຊະລໍການນຳເຂົ້າສິນຄ້າຈາກຕ່າງປະເທດ ເພື່ອຫຼຸດຄວາມຕ້ອງການເງິນຕາ, ຊຸກຍູ້ ການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ການຜະລິດເປັນສິນຄ້າ ເພື່ອສົ່ງອອກ ຕາມວຽກຂອງຄະນະສະເພາະກິດ ວ່າດ້ວຍ ການແກ້ໄຂບັນຫາເຄັ່ງຮ້ອນ ດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ.

ໂດຍສິນຄ້າ ກະສິກຳທີ່ຫ້າມນຳເຂົ້າ ຕາມແຈ້ງການສະບັບດັ່ງກ່າວນັ້ນ ປະກອບມີ 5 ປະເພດ ໄດ້ແກ່ ເຂົ້າສານ ແລະ ເຂົ້າເປືອກທຸກຊະນິດ, ປະເພດຊີ້ນ ເຊັ່ນ: ຊີ້ນໝູ, ຊີ້ນງົວ, ຊີ້ນແບ້, ຊີ້ນເປັດ, ຊີ້ນໄກ່, ຊີ້ນຫ່ານ, ຊີ້ນສ່ວນ ແລະ ເຄື່ອງໃນສັດ ທຸກປະເພດ, ລວມທັງສັດມີຊີວິດ ຄື: ງົວ, ໝູ, ແບ້, ໄກ່, ເປັດ, ຫ່ານ ລວມທັງ ໄຂ່ໄກ່.

ນອກຈາກນີ້ຍັງມີ ປະເພດປາເຊິ່ງປະກອບມີ ປານ້ຳຈືດ ແລະ ຜະລິດຕະພັນປານໍ້າຈືດທຸກຊະນິດ ລວມທັງປາແດກ, ປະເພດພືດຜັກ ທີ່ລວມທັງພືດກິນໃບ (ຜັກກາດທຸກປະເພດ, ຜັກກະລ່ຳປີ, ຜັກສະຫຼັດ, ຜັກຫົມ, ຜັກຫອມປ້ອມ, ຜັກຊີ, ຜັກບົ້ງ, ຜັກບົ່ວໃບ, ຫອມລາບ, ຫອມເປ, ຫອມແພວ, ບົວລະພາ, ໃບຂີ້ຫູດ); ພືດກິນຫົວ (ຫົວຂີງ, ຫົວຂ່າ, ຫົວສີໄຄ, ເຜືອກ, ມັນດ້າງ, ມັນເພົາ, ມັນຕົ້ນ, ມັນສາຄູ, ຖົ່ວດິນ); ພືດກິນໝາກ (ໝາກເຂືອ, ຖົ່ວຝັກຍາວ, ຖົ່ວເບີ, ຖົ່ວແຂກ, ໝາກແຕງ, ໝາກອຶ, ໝາກນໍ້າ, ໝາກໂຕ່ນ, ໝາກເຜັດນ້ອຍ, ສາລີ, ໝາກໂມ, ໝາກບວບ, ໝາກແຄ້ງ, ຖົ່ວພູ).

ພາຍຫຼັງຈັດຕັ້ງປະຕິບັດ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ ແນະນຳໃຫ້ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ແລະ ແກ້ໄຂຜົນກະທົບທີ່ຈະຕາມມາຂອງການປະຕິບັດມາດຕະການດັ່ງກ່າວ, ພ້ອມທັງຮັບມື ບໍ່ໃຫ້ມີຜົນກະທົບຕໍ່ລາຄາສິນຄ້າ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ການເຄື່ອນໄຫວດັ່ງກ່າວ ສອດຄ່ອງກັບຄຳແນະນຳຂອງ ສະມາຊິກສະພາແຫ່ງຊາດ ປະຈຳແຂວງຈຳປາສັກ ທີ່ໄດ້ສະເໜີໃຫ້ລັດຖະບານ ເອົາໃຈໃສ່ຄຸ້ມຄອງກີດກັນສິນຄ້ານຳເຂົ້າທີ່ເຮົາສາມາດຜະລິດເອງໄດ້ ເພື່ອເປັນການສົ່ງເສີມສິນຄ້າພາຍໃນ ແລະ ຫຼຸດຄວາມຕ້ອງການຂອງເງິນຕາລົງ.

 ທ່ານ ຈັນທະບູນ ສຸກອາລຸນ ສະມາຊິກສະພາແຫ່ງຊາດ ເຂດ 15 ແຂວງ ຈໍາປາສັກ ທີ່ໄດ້ມີຄໍາເຫັນຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອບໍ່ດົນມານີ້ວ່າ: “ພາກສ່ວນທີ່ກ່ຽວຂ້ອງຕ້ອງເອົາໃຈໃສ່ ກວດກາບັນດາຊາຍແດນທີ່ອາດມີການນຳເຂົ້າສິນຄ້າແບບບໍ່ຖືກກົດໝາຍ ກວດດ່ານຊາຍແດນຕ່າງໆຢ່າງຮັດກຸມໃນການນຳເຂົ້າສິນຄ້າ ເພື່ອສ້າງເງື່ອນໄຂໃຫ້ສິນຄ້ານຳເຂົ້າທີ່ເຮົາຜະລິດເອງນັ້ນເຂົ້າມາໄດ້ຍາກທີ່ສຸດ ເຊິ່ງເປັນເລື່ອງທີ່ຫຼາຍປະເທດນຳໃຊ້ ເພື່ອປົກປ້ອງຜົນປະໂຫຍດຂອງປະເທດຕົນເອງ”

ເງິນກີບອ່ອນຄ່າ ແລະ ອັດຕາແລກປ່ຽນເງິນຕາຕ່າງປະເທດທີ່ສູງ ສືບຕໍ່ເຮັດໃຫ້ລາຄາສິນຄ້າຂຶ້ນລາຄາ, ເປັນໄພອັນຕະລາຍຕໍ່ທຸລະກິດ ແລະ ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນທົ່ວໄປ.

ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ວ່າ ສາເຫດຫຼັກທີ່ເຮັດໃຫ້ເງິນກີບອ່ອນຄ່າແມ່ນຍ້ອນໂຄງສ້າງເສດຖະກິດ ແລະ ການຜະລິດພາຍໃນຍັງບໍ່ແຂງແຮງ ຈຶ່ງເຮັດໃຫ້ສິນຄ້າຕ້ອງນໍາເຂົ້າເປັນຈໍານວນຫຼວງຫຼາຍ.

ທ່ານ ບຸນເຫຼືອ ກ່າວວ່າ: “ເສດຖະກິດຂອງພວກເຮົາເປັນເສດຖະກິດທີ່ນໍາໃຊ້ສິນຄ້ານໍາເຂົ້າ 60%-70% ດັ່ງນັ້ນການເໜັງຕີງຂອງອັດຕາແລກປ່ຽນ ຈຶ່ງສົ່ງກະທົບໂດຍກົງຕໍ່ການໃຊ້ຊີວິດປະຈຳວັນ”

ການເຄື່ອນໄຫວຄັ້ງນີ້ ບໍ່ແມ່ນຄວາມພະຍາຍາມດຽວຂອງລັດຖະບານ ທີ່ຈະແກ້ໄຂບັນຫາເງິນເຟີ້ ແລະ ເງິນກີບອ່ອນຄ່າ ໂດຍກ່ອນໜ້ານີ້ ໄດ້ມີການມອບໝາຍໃຫ້ກະຊວງການເງິນປັບຂຶ້ນອາກອນຊົມໃຊ້ສິນຄ້າບາງປະເພດ ໂດຍສະເພາະສິຄ້າຟຸມເຟືອຍ ຫຼື ສິນຄ້າທີ່ບໍ່ຈຳເປັນເພື່ອຫຼຸດຜ່ອນການໄຫຼອອກຂອງເງິນຕາ ຕ່າງປະເທດ ແກ້ໄຂບັນຫາດ້ານ ເສດຖະກິດ-ການເງິນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/