ສປປ ລາວ ຈະບໍ່ມີການຕໍ່ຄິວຍາວ ແລະ ນາຍໜ້າແລ່ນເຮັດໜັງສືຜ່ານແດນອີກຕໍ່ໄປ

ສປປລາວ

ວັນທີ 13 ກຸມພາ 2023 ນີ້, ທ່ານ ອຳໄພວັນ ຈັນທະວົງ ຫົວຫນ້າພະແນກ, ກົມກົງສຸນ ກະຊວງການຕ່າງປະເທດ ໄດ້ຖະແຫຼງຂ່າວ ເພື່ອຊີ້ແຈງ, ອະທິບາຍເຖິງສະພາບການຕົວຈິງ ໃນການອອກໜັງສືຜານແດນ ໃຫ້ພົນລະເມືອງລາວ ໃນປັດຈຸບັນ, ລວມທັງປາກົດການຫຍໍ້ທໍ້ຕ່າງໆ ທີ່ອອກຢູ່ຕາມສື່ອອນລາຍ ໃນວັນທີ 10 ແລະ 12 ກຸມພາ 2023 ກ່ຽວກັບປາກົດການນາຍໜ້າແລ່ນ ເຮັດໜັງສືຜ່ານແດນ.

ຕໍ່ກັບຂ່າວທີ່ສື່ສັງຄົມອອນລາຍ ອອກຂ່າວດັ່ງກ່າວນັ້ນ, ກົມກົງສຸນ ຂໍຢືນຢັນວ່າ ຂໍ້ມູນຕາມຂ່າວດັ່ງກ່າວ ແມ່ນຂັດກັບນະໂຍບາຍ ແລະ ລະບຽບຫຼັກການຂອງກົມກົງສຸນ ໃນການ ດຳເນີນການອອກໜັງສືຜ່ານແດນໃຫ້ ແກ່ປະຊາຊົນ. ເຖິງຢ່າງໃດກໍຕາມ, ພວກເຮົາໃຫ້ຄວາມສຳຄັນຕໍ່ກັບຂໍ້ມູນດັ່ງກ່າວ ແລະ ຈະມີການກວດກາຢ່າງລະອຽດຮອບດ້ານ, ຖ້າພົບເຫັນວ່າ ພະນັກງານກົມກົງສຸນ ມີສ່ວນພົວພັນກັບ ນາຍໜ້າໃນການຮຽກເກັບເງິນນຳປະຊາຊົນທີ່ເຂົ້າມາໃຊ້ບໍລິການຂໍນຳໃຊ້ໜັງສືຜ່ານແດນ ເກີນອັດຕາທີ່ລັດຖະບານກຳນົດ ແມ່ນຈະດຳເນີນມາດຕະການ ຢ່າງເດັດຂາດ ແລະ ປະຕິບັດວິໄນຕໍ່ພະນັກງານຜູ້ທີ່ກະທຳຜິດ ຕາມລະບຽບ ກົດໝາຍ. ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງ ມາຍັງພໍ່ແມ່ປະຊາຊົນ ຫາກພົບເຫັນການເຄື່ອນໄຫວ ຫຼື ມີຂໍ້ມູນທີ່ພົວພັນກັບການກະທຳທີ່ຜິດລະບຽບກົດໝາຍ ຄືດັ່ງທີ່ສື່ຕ່າງໆໄດ້ເຜີຍແຜ່ອອກໄປນັ້ນ ຂໍໃຫ້ສະໜອງຂໍ້ມູນລະອຽດໃຫ້ແກ່ ກົມກົງສຸນ ກະຊວງການຕ່າງປະເທດດ້ວຍ ເພື່ອຈະໄດ້ດຳເນີນມາດຕະການປ້ອງກັນ ແລະ ແກ້ໄຂຕາມລະບຽບກົດໝາຍໂດຍດ່ວນ.

ສປປລາວ

ທ່ານ ອຳໄພວັນ ຈັນທະວົງ ໄດ້ໃຫ້ຮູ້ວ່າ: ມາເຖິງປັດຈຸບັນ, ຄວາມຕ້ອງການຂໍນຳໃຊ້ໜັງສືຜ່ານແດນຂອງປະຊາຊົນລາວເຮົາ ຍັງສືບຕໍ່ມີຈໍານວນຫຼວງຫຼາຍ ເຊິ່ງມີປະລິມານເກີນຂີດຄວາມສາມາດໃນການຮອງຮັບຕົວຈິງ ຂອງລະບົບການອອກໜັງສືຜ່ານແດນຂອງກົມກົງສຸນ ທີ່ມີຢູ່ໃນປັດຈຸບັນ. ສະນັ້ນ, ຈຶ່ງເຮັດໃຫ້ການອອກໜັງສືຜ່ານແດນ ຕ້ອງໄດ້ໃຊ້ເວລາດົນ, ບໍ່ຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຂອງບັນດາທ່ານ, ການສຳພາດເກັບກຳຂໍ້ມູນ ກໍບໍ່ສາມາດເຮັດໄດ້ກັບມື້ ຈຶ່ງໄດ້ເລື່ອນມື້ນັດເຂົ້າມາສຳພາດອອກໄປ ເຊິ່ງປັດຈຸບັນ ການນັດເຂົ້າມາສຳພາດແມ່ນ ຮອດວັນທີ 28 ກຸມພາ 2023 ແລ້ວ. ໃນສະພາບປົກກະຕິ ຢູ່ກົມກົງສຸນ ສາມາດພິຈາລະນາຮັບໄດ້ 300 ຄົນ/ມື້, ແຕ່ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນ ປັດຈຸບັນ ຢູ່ກົມກົງສຸນ ກໍໄດ້ລະດົມພະນັກງານ ສືບຕໍ່ປະຕິບັດໜ້າທີ່ເກີນໂມງລັດຖະການ ແຕ່ລະມື້ຮອດ 18:00 ໂມງ ແລະ ຮັບສຳພາດເກັບກຳຂໍ້ມູນ ໃຫ້ໄດ້ຫຼາຍກວ່າ 500 ຄົນ/ມື້ (ຖ້າລວມ 6 ສູນຮັບຄຳຮ້ອງທົ່ວປະເທດ ຈະມີ 1.700-1.800 ຄົນ/ມື້). ເຖິງແມ່ນວ່າຈະຮັບສຳພາດໄດ້ເປັນຈຳນວນຫຼວງຫຼາຍ ແຕ່ການດຳເນີນການອອກໜັງສືຜ່ານແດນຂອງພວກເຮົາປົກກະຕິ ແມ່ນໄດ້ພຽງແຕ່ 800-900 ເຫຼັ້ມຕໍ່ມື້. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ໜ່ວຍຈັດພິມໜັງສືຜ່ານແດນ ໄດ້ ເຮັດວຽກນອກໂມງຈົນຮອດ 21:00 ໂມງ ໃນແຕ່ລະມື້, ລວມທັງ ວັນເສົາ ແລະ ວັນອາທິດ. ແຕ່ກໍສາມາດແກ້ໄຂໄດ້ພຽງແຕ່ 1.200-1.300 ເຫຼັ້ມຕໍ່ມື້ເທົ່ານັ້ນ.

ສປປລາວ

ນອກນີ້, ເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການຜະລິດໜັງສືຜ່ານແດນທີ່ມີຢູ່ຈຳນວນໜຶ່ງ ກໍເປ່ເພ, ປັດຈຸບັນ, ກຳລັງສ້ອມແປງ ແລະ ຕິດຕັ້ງໃໝ່ ເພື່ອໃຫ້ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ໃນການອອກໜັງສືຜ່ານແດນໃຫ້ແກ່ປະຊາຊົນ. ສາເຫດທີ່ມີຈຳນວນຫຼາຍ ແມ່ນຍ້ອນແຮງງານທີ່ຕ້ອງການກັບໄປອອກແຮງງານຢູ່ຕ່າງປະເທດ ທີ່ກັບມາໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ນັ້ນ ຍັງມີຈຳນວນຫຼາຍທີ່ມາຂໍເຮັດໜັງສືຜ່ານແດນໃນແຕ່ລະມື້, ເຊິ່ງຄາດວ່າຍັງຈະໃຊ້ເວລາອີກໄລຍະໜຶ່ງ ສະພາບການຂໍນຳໃຊ້ໜັງສືຜ່ານແດນຈຶ່ງຈະກັບສູ່ສະພາບປົກກະຕິ.

ໂອກາດນີ້, ທ່ານ ອຳໄພວັນ ຈັນທະວົງ ໄດ້ແຈ້ງໃຫ້ຊາບອີກວ່າ: ກົມກົງສຸນ ຈະເລີ່ມທົດລອງນຳໃຊ້ລະບົບຄິວຈອງມື້ນັດສຳພາດອອນລາຍ ໃນວັນຈັນ ທີ 20 ກຸມພາ 2023 ນີ້ເປັນຕົ້ນໄປ.

ຂອບໃຈຂໍ້ມູນຈາກ:

https://bit.ly/3E5snH8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/