ສປປ ລາວກຳນົດຄາດໝາຍ ຄວ້າຫຼຽນຄຳໃຫ້ໄດ້ ໃນການແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ XII ທີ່ກໍາປູເຈຍ


ນັບໄດ້ວ່າມີການພັດທະນາຂຶ້ນໄປເທື່ອລະກ້າວທັງໃນດ້ານຄວາມສາມາດ ແລະ ຄວາມຄາດໝາຍ ສຳລັບທັບນັກກິລາຄົນພິການລາວ ຫຼັງເຮັດຜົນງານໄດ້ໂດດເດັ່ນໃນການແຂ່ງຂັນອາຊຽນພາຣາເກມ ຄັ້ງທີ XI ທີ່ນະຄອນໂຊໂລ ໃນປີທີ່ຜ່ານມາ. ຫຼ້າສຸດ ໃນການແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ XII ປີ 2023 ທີ່ປະເທດກໍາປູເຈຍ ທີ່ກໍາລັງຈະເປີດສາກຂຶ້ນໃນເດືອນມິຖຸນານີ້ ຄະນະນຳ, ຄູເຝິກ ແລະ ທັບນັກກິລາຄົນພິການລາວ ໄດ້ກຳນົດຄາດໝາຍໄວ້ໃຫ້ໄດ້ 1 ຫຼຽນຄໍາ ແລະ ຫຼຽນເງິນ ຫຼຽນທອງ ໃຫ້ໄດ້ຫຼາຍກວ່າການແຂ່ງຂັນທີ່ຜ່ານໆມາ.

ສໍາລັບການກະກຽມເຂົ້າຮ່ວມງານແຂ່ງຂັນກິລາອາຊຽນພາຣາເກມຄັ້ງທີ 12 ໃນລະຫວ່າງວັນທີ 03-09 ມິຖຸນາ 2023 ທີ່ ນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ ຄະນະຮັບຜິດຊອບໄດ້ມີການ ກະກຽມຄວາມພ້ອມ ແລະ ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ ການກະກຽມນິຕິກຳຕ່າງໆ, ສຳເລັດການລົງທະບຽນລາຍຊື່ຜູ້ເຂົ້າຮ່ວມການແຂ່ງຂັນ, ການເຂົ້າຮ່ວມກອງປະຊຸມ CDM, ການປະສານງານວຽກງານຮອບດ້ານກັບເຈົ້າພາບ, ກະກຽມຄວາມພ້ອມຮອບດ້ານ ໃຫ້ນັກກິລາແຕ່ລະປະເພດ ເຂົ້າສູນເຝິກຊ້ອມຢ່າງເປັນລະບົບ.

ໂດຍໃນການແຂ່ງຂັນຄັ້ງນີ້ ສປປ ລາວ ຈະໄດ້ມີການສົ່ງນັກກິລາເຂົ້າຮ່ວມທັງໝົດ 07 ປະເພດກິລາຄື: 1) ກິລາແລ່ນ-ລານ, 2) ກິລາ ລອຍນໍ້າ, 3) ກິລາຍົກນໍ້າໜັກ, 4) ກິລາໂກນບານ, 5) ກິລາບານບ້ວງລໍ້ເລື່ອນ, 6) ກິລາອ໋ອດເຊຍ, 7) ກິລາບານເຕະຄົນພິການຕາ, ມີຄະນະນຳ,ຄູເຝິກ ແລະ ນັກກິລາຄົນພິການທີມຊາດລາວ ເຂົ້າຮ່ວມ ທັງໝົດ 89 ທ່ານ, ຍິງ 35 ທ່ານ; ແຕ່ລະປະເພດກິລາ ເຂົ້າສູນເຝິກຊ້ອມເລີ່ມແຕ່ວັນທີ 13 ມີນາ 2023 ເຖິງວັນທີ 28 ພຶດສະພາ 2023, ສະຖານທີ່ເຝິກຊ້ອມແມ່ນກໍານົດເອົາ: ສະໜາມກິລາ ເຈົ້າອານຸວົງ, ສະໜາມກິລາແຫ່ງຊາດຫຼັກ 16, ສະໜາມກິລາມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ແລະ ເດີ່ນກິລາສູນເຝິກສີເກີດ. ໄດ້ຮັບການອະນຸມັດງົບປະມານຮັບໃຊ້ການກະກຽມ ແລະ ເຂົ້າຮ່ວມ ງານແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 12 ປີ 2023 ມີທັງໝົດ 4 ຕື້ກີບ.

ທ່ານ ຂັນທະລີ ສິຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການພາຣາລິມປິກ ແຫ່ງຊາດລາວ ໄດ້ກ່າວໃນການຖະແຫຼງຂ່າວ ເມື່ອວັນທີ 7 ເມສາ ທີ່ຫ້ອງປະຊຸມຄະນະກຳມະການໂອລິມປິກແຫ່ງຊາດລາວ ວ່າ: “ຂ້າພະເຈົ້າ ມີຄວາມເຊື່ອໝັ້ນສູງ ຕໍ່ຄະນະນຳ, ຄູເຝິກ ແລະ ນັກກິລາ ທີ່ຈະພ້ອມພຽງກັນ ຮ່ວມແຮງຮ່ວມໃຈກັນເປັນຈິດໜຶ່ງໃຈດຽວ ໃນການກະກຽມນັກກິລາເຂົ້າເຝິກຊ້ອມໃຫ້ມີຄຸນະພາບ ເຂົ້າຮ່ວມງານແຂ່ງຂັນກິລາອາຊຽນພາຣາເກມ ແລະ ເຮັດຜົນງານໄດ້ຕາມຄາດໝາຍ ກໍຄື ຄວ້າໃຫ້ໄດ້ 1 ຫຼຽນຄໍາ ແລະ ຫຼຽນເງິນ ຫຼຽນທອງ ໃຫ້ໄດ້ຫຼາຍກວ່າການແຂ່ງຂັນທີ່ຜ່ານໆມາ”.

ສຳລັບຜົນງານຂອງ ສປປ ລາວ ໃນການແຂ່ງຂັນ ອາຊຽນພາຣາເກມໃນຄັ້ງທີ່ຜ່ານມາ ກໍຄື ອາຊຽນພາຣາເກມຄັ້ງທີ XI ໃນປີ 2022 ທີ່ນະຄອນໂຊໂລ ປະເທດອິນໂດເນເຊຍ ແມ່ນທັບນັກກິລາຄົນພິການລາວ ສາມາດສ້າງຜົນງານໄດ້ 2 ຫຼຽນເງິນ ແລະ 7 ຫຼຽນທອງ ລວມເປັນ 9 ຫຼຽນ.

ນອກຈາກນີ້ ໃນໄລຍະທີ່ຜ່ານມາ ນັກກິລາຄົນພິການທີມຊາດລາວ ຍັງໄດ້ເຂົ້າຮ່ວມການແຂ່ງຂັນໃນລາຍການຕ່າງໆ ແລະ ເຮັດຜົນງານໄດ້ຢ່າງໂດດເດັ່ນ ເປັນຕົ້ນແມ່ນ ກິລາຍົກນໍ້າໜັກ ເຂົ້າຮ່ວມແຂ່ງຂັນຊິງແຊ້ມໂລກ ທີ່ UAE ກໍສາມາດຍາດໄດ້ຫຼຽນທອງ, ກິລາບານເຕະຄົນພິການຕາ ເຂົ້າຮ່ວມແຂ່ງຂັນຊິງແຊມອາຊີປາຊີຟິກ ຢູ່ ປະເທດໄທ ກໍສາມາດຍາດໄດ້ອັນດັບທີ 2, ກິລາແລ່ນ-ລານເຂົ້າຮ່ວມແຂ່ງຂັນຊິງແຊ້ມອາຊີ-ປາຊີຟິກ ເພື່ອສະສົມຄະແນນ ກໍສາມາດຍາດໄດ້ 1 ຫຼຽນເງິນ, 2 ຫຼຽນທອງ, ກິລາບານບ້ວງລໍ້ເລື່ອນທີມຍິງ ກໍສາມາດແຂ່ງຂັນຜ່ານການຄັດເລືອກເຂົ້າໄປຮ່ວມແຂ່ງຂັນກິລາເອຊຽນພາຣາເກມຄັ້ງທີ 4 ທີ່ ສປ ຈີນ ໃນເດືອນຕຸລາ 2013 ແລະ ປະເພດອື່ນໆ ທີ່ພວມເດີນທາງເຂົ້າແຂ່ງຂັນໃນໄລຍະນີ້ ກໍສາມາດສ້າງຜົນງານໄດ້ດີ.

ການແຂ່ງຂັນກິລາອາຊຽນພາຣາເກມ ແມ່ນງານແຂ່ງຂັນກິລາສໍາລັບຄົນພິການ ຂອງບັນດາປະເທດ ໃນຂົງເຂດຕາເວັນອອກສຽງໃຕ້ ເຊິ່ງມີ 10 ປະເທດເປັນສະມາຊິກ ແລະ ບັນດາປະເທດສະມາຊິກໄດ້ປ່ຽນກັນເປັນເຈົ້າພາບ ຈັດຂື້ນ ສອງປີ ຕໍ່ໜຶ່ງຄັ້ງ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນໜຶ່ງໃນບັນດາປະເທດ ທີ່ໄດ້ເຂົ້າເປັນສະມາຊິກກິລາຄົນພິການໃນລະດັບອາຊຽນ (APSF) ແຕ່ປີ 2001 ເປັນຕົ້ນມາ ໂດຍການມີສ່ວນຮ່ວມ ແລະ ເຄື່ອນໄຫວວຽກງານຕ່າງໆ ໃນນາມ ສະມາຊິກ, ນຳພານັກກິລາຄົນພິການລາວ ເຂົ້າຮ່ວມການແຂ່ງຂັນກິລາ, ເຂົ້າຮ່ວມກອງປະຊຸມລະດັບຕ່າງໆ ໃນລະດັບອາຊຽນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/