ສຕລ ປະກາດຕັ້ງ Arena Gugliermo ຄູເຝິກສັນຊາດ ອິຕາລີ ເຂົ້າຄຸມທີມ ພ້ອມພິສູດຜົນງານ ພາທີມຊາດລາວ U23 ລຸຍເສິກທີ່ປະເທດໄທ


ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ເຫັນດີປະກາດແຕ່ງຕັ້ງ ອາເຣນ່າ ກູເລຍໂມ່ (Arena Gugliermo) ຄູເຝິກສັນຊາດອິຕາລີ ໃນໄວ 50 ປີ ເຂົ້າມາໃຫ້ເປັນຫົວໜ້າຄູເຝິກທິມຊາດລາວຄົນໃໝ່ ພ້ອມກຽມພິສູດຜົນງານທຳອິດ ທີ່ຈະນຳທີມຊາດລາວ U23 ເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດໄທ ໃນລະຫວ່າງວັນທີ 17-26 ສິງຫາ 2023 ນີ້.

ອາເຣນ່າ ກູເລຍໂມ່ ມີໃບປະກາດ UEFA Pro License ແລະ ມີຜົນງານການຄຸມທີມໃນລີກຫຼາຍປະເທດຄື: ລີກໃນປະເທດບູກີນາຟາໂຊ, ເບນິນ, ສິງກະໂປ, ໂອມານ, ແອລຈີເຣຍ,ສະຫະລັດອາຣັບ ເອມິເຣດ, ໂມຣັອກໂຄ, ເຄີຍເປັນຜູ້ຊ່ວຍຄູເຝິກ Philippe Troussier ໃນ ສະໂມສອນດັງຂອງປະເທດຈີນຢ່າງ  Hangzhou Greentown.

ໃນໂອກາດດັ່ງກ່າວ ທ່ານ ອາເຣນ່າ ກູເລຍໂມ່ ໄດ້ສະແດງຄວາມດີໃຈທີ່ໄດ້ມາມີສ່ວນຮ່ວມໃນການພັດທະນາກິລາບານເຕະທີມຊາດລາວ ແລະ ຈະເຮັດຜົນງານໃຫ້ດີທີ່ສຸດ ພ້ອມຈະຮ່ວມມືກັບສຕລ, ຄະນະທິມງານຄູເຝິກ ແລະ ນັກກິລາທິມຊາດລາວສ້າງຜົນງານໃຫ້ໄດ້ດີທີ່ສຸດ.

ສຳລັບ ອາເຣນ່າ ກູເລຍໂມ່ ເຄື່ອງພິສູດຜົນງານຄັ້ງທຳອິດ ແມ່ນຈະນຳພາ ທີມຊາດລາວU23 ເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ (AFF U23 CHAMPIONSHIP 2023) ຢູ່ທີ່ປະເທດໄທ ໃນລະຫວ່າງວັນທີ 17-26 ສິງຫາ 2023 ໂດຍທີມຊາດລາວ ຢູ່ ກຸ່ມຊີ ຮ່ວມກັບ ຟິລິບປິນ, ຫວຽດນາມ.

ນອກນັ້ນ ກໍຍັງມີການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 23 ປີ (U23) ຊິງແຊ້ມອາຊີ 2024 ຮອບຄັດເລືອກ (AFC U23 Asian Cup 2024 qualifying round) ລະຫວ່າງວັນທີ 06-12 ກັນຍາ 2023 ເຊິ່ງ ທີມຊາດລາວ ຢູ່ກຸ່ມ I ທີ່ຖືວ່າເປັນກຸ່ມທີ່ມີແຕ່ທີມລະດັບແຖວໜ້າຂອງທະວີບເຊັ່ນ: ອອສເຕຣເລຍ, ທາຈີກິສຖານ ແລະ ສປປ ເກົາຫຼີ.

ຂອບໃຈຮູບ ແລະ ຂໍ້ມູນຈາກ: https://t.ly/89J77

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/