ສຄອຊ ຫາລື ປັບປຸງກົນໄກການເຂົ້າເຖິງແຫຼ່ງທຶນຂອງ MSMEs ຊຸກຍູ້ການຜະລິດພາຍໃນ


ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຮ່ວມມືກັບຫຼາຍພາກສ່ວນຄົ້ນຄວ້າຫາລື ປັງປຸງກົນໄກໃນການເຂົ້າຫາແຫຼ່ງທຶນ ຂອງບັນດາ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາກກາງ MSMEs ໂດຍສະເພາະໃນຂະແໜງການກະສິກຳ ແນໃສ່ການສ້າງຄວາມເຂັ້ມແຂງໃຫ້ກຳລັງການຜະລິດພາຍໃນ.

ກອງປະຊຸມດັ່ງກ່າວ ມີຂຶ້ນເມື່ອບໍ່ດົນມານີ້ ພາຍໃຕ້ການເປັນປະທານຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ ແລະ ມີທ່ານ ຄໍາແກ້ວ ວິສີສົມບັດ ຫົວໜ້າ ກົມບໍລິການທະນາຄານ ທະນາຄານແຫ່ງ ສປປ ລາວ, ທ່ານ ສະເຫຼີມໄຊ ຫຼ່ຽມຜີ ຮອງອໍານວຍການ ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດກະສິກຳ, ທ່ານ ສຸວັນທອງ ນາມວົງ ຕາງໜ້າຈາກກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານຜູ້ຕ່າງໜ້າຈາກ ADB, ທະນາຄານທຸລະກິດ, ສະຖາບັນການເງິນ ແລະ ວິສາຫະກິດຂະແໜງກະສິກຳ ທີ່ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອກ້າວໄປເຖິງການຮັບປະກັນການນໍາໃຊ້ທຶນທີ່ມີປະສິດທິພາບ ແລະ ປະສິດທິຜົນສູງເພື່ອສາມາດເຊື່ອມໂຍງຜູ້ປະກອບການເຂົ້າສູ່ຕະຫຼາດ ແນໃສ່ການສົ່ງເສີມການ ຜະລິດສິນຄ້າກະສິກຳ ໃຫ້ມີປະລິມານ ແລະ ຄຸນະພາບເພື່ອຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ແລະ ກ້າວໄປສູ່ການ ສົ່ງອອກໃນອະນາຄົດ.

ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ ໄດ້ກ່າວໃນກອງປະຊຸມວ່າ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນນາມຕ່າງໜ້າພາກທຸລະກິດ, ສະມາຄົມເສດຖະກິດ-ກຸ່ມທຸລະກິດ, ສະຫະກອນ, ກຸ່ມຜູ້ປະກອບການທຸລະກິດອິດສະຫຼະ ແລະ ຫົວໜ່ວຍທຸລະກິດທີ່ສ້າງຕັ້ງ ແລະ ເຄື່ອນໄຫວ ຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ ຈະຍັງສຶບຕໍ່ ປະສານງານ ປຶກສາຫາລືກັບທຸກພາກສ່ວນ ໂດຍສະເພາະແມ່ນ ສະມາຄົມທຸລະກິດກະສິກຳ ເຮັດແນວໃດໃຫ້ທຸລະກິດກະສິກຳໃນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ມີປະລິມານ ແລະ ຄຸນະພາບເພື່ອຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ ແລະ ສາມາດສົ່ງອອກໄດ້ ແລະ ໃນຕໍ່ໜ້າຍັງຈະສືບຕໍ່ຈັດກອງປະຊຸມດ້ານການຜະລິດ ແລະ ຕະຫຼາດ ໃນໄວໆນີ້.

ໃນກອງປະຊຸມໄດ້ມີການປຶກສາຫາລືກັນ ແລະ ໄດ້ຮັບຮູ້ເຖິງນະໂຍບາຍຂອງສຳນັກງານສົ່ງເສີມຈຸລະວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ, ຂໍ້ມູນດ້ານການເງິນຂອງ ທະນາຄານ ແຫ່ງ ສປປ ລາວ ແລະ ທະນາຄານທຸລະກິດ, ຂໍ້ມູນການເຂົ້າຫາແຫຼ່ງທຶນ, ມີການສະເໜີສະມາຄົມທຸລະກິດກະສິກຳສຶບຕໍ່ເຮັດວຽກກັບບັນດາພາກສ່ວນທີ່ກ່ຽວຂ້ອງສົມທົບກັນອອກແບບຮູບການຈັດຕັ້ງປະຕິບັດການເຂົ້າຫາແຫຼ່ງທຶນທີ່ມີຄວາມເປັນໄປໄດ້ໃນອະນາຄົດ, ມີການສະເໜີໃຫ້ ADB ເກັບກຳຂໍ້ມູນດ້ານກະສິກຳທີ່ຍັງກະແຈກກະຈາຍໃຫ້ເປັນສູນຂໍ້ມູນກະສິກຳ ເປັນຕົ້ນແມ່ນຂໍ້ມູນການຜະລິດ ແລະ ອື່ນໆ ລວມໄປເຖິງການໂຄສະນາເຜີຍແຜ່ຂໍ້ມູນກະສິກຳຕ່າງໆ.

https://www.facebook.com/LNCCI/posts/pfbid0FPR8yXtAGYR4P8QyoZ4RD3btzzXE9epDES9nkLRLkAt9CK6gQTZu4y4UCM9diBABl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/