ວ່ອງໄວທັນໃຈ! ຈີນ ສະກຣີນເສື້ອ Donald Trump ຖືກຍິງ ອອກມາຂາຍ


ພາບຂອງອະດີດປະທານນາທິບໍດີ Donald Trump ທີ່ຖືກຍິງໄປທີ່ໃບຫູໂດຍມີເລືອດໄຫຼອອກມາ ພ້ອມມືທີ່ຊູກຳປັ້ນຂຶ້ນໄວ້ ໃນທາງດຽວກັນກັບເຈົ້າໜ້າກຳລັງອາລັກຂາອ້ອມຕົວຂອງ Donald Trump ໄວ້ຢູ່ ຮູບພາບນີ້ໄດ້ຖືກນຳໄປສະກຣີນເຖິງເສື້ອຍືດ ແລະ ວາຈຳໜ່າຍຂາຍໃນລາຄາພຽງ 4 ໂດລາເທົ່ານັ້ນ.

ເສື້ອຍືດລາຍ Donald Trump ຖືກຍິງ ໄດ້ຖືກວາງຂາຍໃນ Taobao ແລະ JD.com ພ້ອມນັ້ນເສື້ອຍືດຍັງມີຂໍ້ຄວາມວ່າ “Make America Great Again” ສ່ວນອີກຜືນໜຶ່ງຈະມີຂໍ້ຄວາມວ່າ “ການຍິງເຮັດໃຫ້ຂ້ອຍເຂັ້ມແຂງຂຶ້ນ” ຫຼັງຈາກມີການປະກາດກໍມີຍອດສັ່ງເສື້ອຫຼາຍກວ່າ 2,000 ຜືນ ພາຍໃນເວລາ 3 ຊົ່ວໂມງ ແຕ່ໃນເວລາຕໍ່ມາລາຍເສື້ອດັ່ງໄດ້ຫາຍອອກໄປຈາກເວັບໄຊ JD.com ແຕ່ສາເຫດກໍບໍ່ແນ່ຊັດວ່າເປັນຍ້ອນຫຍັງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/