ວິໄຈເຜີຍ ຄົນຮຸ່ນໃໝ່ບໍ່ມັກວັນລວມຍາດ ເພາະຊັງຄໍາຖາມທີ່ເຮັດໃຫ້ອຶດອັດໃຈ ເຊັ່ນເປັນຫຍັງຄືຍັງບໍ່ແຕ່ງງານ? ເງິນເດືອນເທົ່າໃດ?

ວິໄຈເຜີຍ ຄົນຮຸ່ນໃໝ່

ເຊື່ອວ່າຫຼາຍຄົນອາດຈະມີວັນລວມຍາດພີ່ນ້ອງເປັນຂອງຕົນ ບໍ່ວ່າຈະເປັນ ວັນພັກຜ່ອນ, ວັນສຳຄັນຂອງຕະກຸນ, ວັນພິເສດ ຫຼື  ຕາມເທສະການຕ່າງໆ. ທັງນີ້ໃນມື້ລວມຍາດດັ່ງກ່າວມັນອາດເຮັດໃຫ້ຫຼາຍໆຄົນເກີດຄວາມບໍ່ສະບາຍໃຈ ຈົນໜ້າເສຍເລີຍກໍມີ ເນື່ອງຈາກຕ້ອງປະເຊີນກັບຄຳຖາມຕ່າງໆ ຈາກຄົນໃນຕະກຸນທີ່ມັນປຽບດັ່ງເໝືອນເຂັມແຫຼມຄົມມາຈີ້ໃຈເຮົາ. ຈາກຜົນສຳຫຼວດໃໝ່ພົບວ່າ ໃນຄວາມເປັນຈິງແລ້ວຜູ້ຄົນບໍ່ຄ່ອຍມັກວັນລວມຍາດພີ່ນ້ອງແບບນີ້ພໍເທົ່າໃດ ໂດຍສະເພາະຄົນຮຸ່ນໃໝ່ ເພາະຢ້ານທີ່ຈະພົບກັບຄຳຖາມທີ່ໜ້າອຶດອັດໃຈ.

ວິໄຈເຜີຍ ຄົນຮຸ່ນໃໝ່

ໂດຍຜົນສຳຫຼວດດັ່ງກ່າວນີ້ແມ່ນຈັດຂຶ້ນໂດຍ Samsung KX ແລະ ດຳເນີນການໂດຍໜ່ວຍງານວິໄຈຕະຫຼາດຊື່ດັງຢ່າງ One Poll ເຊິ່ງເປັນການສຳຫຼວດຄວາມຄິດເຫັນຂອງຊາວອັງກິດຈຳນວນ 2.000 ຄົນ ກັບຄຳຖາມຕ່າງໆ. ໂດຍຄຳຖາມກ່ຽວກັບຄອບຄົວເຊັ່ນ “ເມື່ອໃດເຈົ້າຈະມີລູກ?”, “ເຈົ້າຫາແຟນດີໆໄດ້ແລ້ວຫວາ?” ແລະ “ເປັນຫຍັງເຈົ້າຄືຍັງບໍ່ແຕ່ງງານ?” ເປັນຄຳຖາມທີ່ຜູ້ເຮັດບົດສຳຫຼວດບໍ່ຄ່ອຍຈະມັກພໍເທົ່າໃດ ແລະ ສຳລັບຄົນຮຸ່ນໃໝ່ເບິ່ງວ່າການຕ້ອງຕອບຄຳຖາມກ່ຽວກັບຊີວິດ ມັນເປັນສິ່ງທີ່ໜ້າອຶດອັດໃຈຫຼາຍ.

ຍິ່ງໄປກວ່ານັ້ນ 57% ຂອງຜົນສຳຫຼວດນີ້ເຜີຍພວກເຂົາຕ້ອງຍອມຖືກຖາມແບບນີ້ທຸກປີ ຫຼື ທຸກຄັ້ງເມື່ອພົບເຈິຍາດຜູ້ໃຫຍ່ ແລະ 1 ໃນ 4 ບໍ່ມັກການສົນທະນາທົ່ວໄປໃນວົງຍາດພີ່ນ້ອງ.

ວິໄຈເຜີຍ ຄົນຮຸ່ນໃໝ່

ນອກຈາກນີ້ ຍັງມີຄຳຖາມອື່ນໆທີ່ຄົນຮຸ່ນໃໝ່ບໍ່ມັກ ແລະ ບໍ່ຢາກລົມກັບຄອບຄົວເຊັນ:

– ຕຸ້ຍຂຶ້ນຫວາ?

– ເປັນຫຍັງຄືບໍ່ມີແຟນ?

– ຍາມໃດຊິໄດ້ວຽກງານດີໆ?

– ຊີວິດຮັກເຈົ້າເປັນແນວໃດແລ້ວ?

– ເມື່ອໃດເຈົ້າຈະຊື້ເຮືອນເປັນຂອງຕົນເອງ? ແລະ ອື່ນໆອີກຫຼາຍ.

ວິໄຈເຜີຍ ຄົນຮຸ່ນໃໝ່

ເມື່ອພົບຄຳຖາມເຫຼົ່ານີ້ ຜູ້ຄົນສ່ວນໃຫຍ່ແມ່ນຢາກຈະຍ່າງໜີແຕ່ກໍເຮັດບໍ່ໄດ້ ສຸດທ້າຍກໍມັກຈະຈົບລົງດ້ວຍການຜິດຖຽງ, ມີປາກສຽງກັນ ຫຼື ບາງຄົນກໍເລືອກຮັບມືືກັບຄຳຖາມເຫຼົ່ານີ້ດ້ວຍການຂໍຕົວໄປຫ້ອງ, ອອກໄປນອກ ຫຼື ບໍ່ກໍດື່ມໜັກໆ ໄປເລີຍ.

ຢ່າງໃດກໍຕາມໃນມື້ທີ່ມີການລວມຍາດພີ່ນ້ອງຄວນຫຼີກເວັ້ນການໃຊ້ຄຳຖາມທີ່ເປັນການຖາມຄວາມເປັນສ່ວນຕົວຫຼາຍເກີນໄປ ຫຼື ບໍ່ກໍປ່ຽນມາລົມເລື່ອງທີ່ເກີດຂຶ້ນໃນສັງຄົມ, ເລື່ອງໜ້າສົນໃຈຕ່າງໆ ພຽງເທົ່ານີ້ກໍບໍ່ເປັນການເຮັດໃຫ້ຄົນທີ່ຖືກຖາມເກີດຄວາມອຶດອັດໃຈແລ້ວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/