ລ້ຳໄປອີກ! ເມື່ອຣັດເຊຍເປັນປະເທດທຳອິດທີ່ຂຶ້ນໄປຖ່າຍທຳຮູບເງົາເທິງອະວະກາດ


ສຳນັກງານຂ່າວ NBC ຂອງອາເມຣິກາ ໄດ້ລາຍງານວ່າ ທາງ ຣັດເຊຍ ໄດ້ປ່ອຍຍານບິນ Soyuz MS-19 ເພື່ອພານັກສະແດງຍິງ Yulia Peresild ແລະ ຜູ້ກຳກັບ Klim Shipenk ຂຶ້ນໄປສະຖານີອະວະກາດເພື່ອຖ່າຍທຳຮູບເງົາ.

ການເດີນທາງໄປຍັງສະຖານີອະວະກາດຄັ້ງນີ້ ແມ່ນມີນັກບິນວະວະກາດ ທ່ານ Anton Shkaplerov ໄດ້ເຂົ້າຮ່ວມການເດີນທາງນຳ ແລະ ຍານບິນໄດ້ຖືກປ່ອຍຂຶ້ນ ທີ່ ສູນປ່ອຍຍານບິນອະວະກາດ Baikonur ທີ່ ຄາຊັກສະຖານ ໃນວັນທີ 5 ຕຸລາ.

ຍານບິນ Soyuz MS-19

ຫຼັງຈາກນັກສະແດງ ແລະ ທີມງານບິນຂຶ້ນໄປເຖິງສະຖານີອະວະກາດ ເຈົ້າໜ້າທີ່ອະວະກາດກໍໄດ້ລາຍງານເຖິງສະພາບຂອງທີມງານວ່າ ປົກກະຕິດີ ແລະ ລະບົບຍານອະວະກາດທັງໝົດກໍເຮັດວຽກໄດ້ຕາມປົກກະຕິ. ຄະນະຮູບເງົາມີແຜນຈະຖ່າຍທຳບາງສ່ວນຂອງຮູບເງົາ ທີ່ມີຊື່ວ່າ “Challenge” (ຄວາມທ້າທາຍ), ໂດຍ ນັກສະແດງ Peresild ຈະໄດ້ຮັບບົດເປັນທ່ານໝໍຜ່າຕັດ ໂດຍມີພາລະກິດຂຶ້ນໄປອະວະກາດເພື່ອໄປຊ່ວຍເຫຼືອ ນັກບິນອະວະກາດທີ່ເປັນໂຣກຫົວໃຈ.

Peresild ນັກສະແດງຍິງ ອາຍຸ 37ປີ ໄດ້ກ່າວກ່ອນຍານບິນຖືກປ່ອຍວ່າ ຍອມຮັບວ່າລາວໄດ້ພົບກັບຫຼາກຫຼາຍຄວາມທ້າທາຍເພື່ອປັບຕົວໃຫ້ເຂົ້າກັບລະບຽບວິໄນທີ່ເຂັ້ມງວດແລະ ຄວາມຕ້ອງການທີ່ເຂັ້ມງວດໃນລະຫວ່າງການເຝິກອົບຮົມ.

Yulia Peresild ກ່າວໃນງານຖະແຫຼງຂ່າວກ່ອນຂຶ້ນບິນ

ຜູ້ກຳກັບ Shipenko ອາຍຸ 38 ປີ ຜູ້ທີ່ເຄີຍສ້າງຮູບເງົາມາຫຼາຍເລື່ອງຈົນປະສົບຄວາມສຳເລັດ ໄດ້ກ່າວເຖິງການກະກຽມຢ່າງໄວວາສຳລັບຖ້ຽວບິນສີ່ເດືອນຂອງລາວເອງວ່າມັນເປັນເລື່ອງທີ່ຍາກ “ແນ່ນອນ, ພວກຂ້ອຍບໍ່ສາມາດເຮັດຫຼາຍໆຢ່າງໄດ້ໃນຄັ້ງທຳອິດ ແລະ ບາງຄັ້ງພະຍາຍາມຮອດຄັ້ງທີສາມ ແຕ່ມັນກໍເປັນເລື່ອງປົກກະຕິ” Shipenko ໄດ້ກ່າວໄວ້ ແລະ ລາວຍັງບອກຕື່ມອີກວ່າ ສອງນັກບິນອະວະກາດຊາວຣັດເຊຍ Oleg Novitskiy ແລະ  Pyotr Dubrov ທີ່ປະຈຳການເທິງສະຖານີອະວະກາດຈະມີສ່ວນຮ່ວມໃນການສະແດງຮູບເງົານີ້ນຳອີກ.

ຫຼັງຈາກ 12 ມື້ເທິງອະວະກາດ ທີມຖ່າຍທຳຮູບເງົາກໍຈະກັບມາໂລກພ້ອມກັບນັກບິນອະວະກາດ Shkaplerov. ຜູ້ອຳນວຍການສຳນັກງານອະວະກາດແຫ່ງສະຫະພັນຣັດເຊຍ (Roscosmos) ທ່ານ Dmitry Rogozin ໄດ້ອະທິບາຍວ່າການສ້າງຮູບເງົາສາລະຄະດີເລື່ອງທຳອິດໃນອະວະກາດເປັນໂອກາດທີ່ດີ ທີ່ຈະຍົກລະດັບຊື່ສຽງທາງດ້ານອະວະກາດຊອງປະເທດນີ້.

ນອກຈາກນີ້ ທາງ Hollywood ເອງ ກໍມີແຜນທີ່ຈະພາ ນັກສະແດງ Tom Cruise ຂຶ້ນໄປຖ່າຍຮູບເງົາເທິງສະຖານີອາວະກາດພາຍໃນປາຍປີນີ້ອີກພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/