ລົດໄຟຂົນສົ່ງສິນຄ້າ ASEAN Express ຖ້ຽວທໍາອິດ ຈາກມາເລເຊຍ ມາຮອດ ລາວຢ່າງເປັນທາງການ


ຂະບວນລົດໄຟຂົນສົ່ງສິນຄ້າຖ້ຽວປະຖົມມະເລີກ ຈາກປະເທດມາເລເຊຍ ມາຮອດດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ເປັນສ່ວນໜຶ່ງຂອງ ASEAN Express ເຊິ່ງເປັນລະບົບຂົນສົ່ງສິນຄ້າທາງລົດໄຟລະຫວ່າງປະເທດມາເລເຊຍ ກັບ ໄທ, ລາວ ແລະ ຈີນ, ເຊິ່ງເປັນບາດກ້າວສຳຄັນໃນການຊຸກຍູ້ການຄ້າການຂົນສົ່ງໃນບັນດາປະເທດໃນພາກພື້ນ.

ຂະບວນລົດໄຟດັ່ງກ່າວ ມາຮອດດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ ໃນວັນທີ 5 ກໍລະກົດ 2024 ທີຜ່ານມາ, ໂດຍມີ ທ່ານ ແອດີ ອີວານ ບິນ ມາມູດ ເອກອັກຄະລັດຖະທູດ ມາເລເຊຍ ປະຈໍາ ສປປ ລາວ, ທ່ານ ສາຄອນ ພິລາງາມ ຜູ້ອໍານວຍການໃຫຍ່ ບໍລິສັດທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ, ທ່ານ Tee Chee Seng ຮອງປະທານບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ, ທ່ານ ຢອງປີແອມີເຊວ ກຣີເຊວຊິກ ຜູ້ຈັດການທົ່ວໄປ ບໍລິສັດ ດີພີ ເວີດ ສະຫວັນ ໂລຈີສຕິກ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.     

ລົດໄຟຂະບວນດັ່ງກ່າວ ໄດ້ກາຍເປັນຜົນສໍາເລັດ ໃນການ ເຊື່ອມຈອດລະບົບຂົນສົ່ງທາງລາງ ລະຫວ່າງມາເລເຊຍ ກັບ ໄທ, ລາວ ແລະ ຈີນ.

ຂະບວນລົດໄຟດັ່ງກ່າວ ເລີ່ມຈາກ ຊູໄຮເວ ເມເລເຊຍ ມາຮອດດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ ໝາຍເຖິງເປັນການເຊື່ອມຈອດລະບົບຂົນສົ່ງທາງລາງຄັ້ງທໍາອິດລະຫວ່າງ 2 ປະເທດ ເຊິ່ງຈະອໍານວຍຄວາມສະດວກໃຫ້ການຂົນສົ່ງສິນຄ້າໃຫ້ມີຄວາມສະດວກວ່ອງໄວຂຶ້ນ ເຮັດໃຫ້ຫຼຸດຜ່ອນຕົ້ນທຶນດ້ານການຂົນສົ່ງ ແລະ ຫຼຸດໄລຍະເວລາໃຫ້ສັ້ນລົງ.

ທ່ານ Tee Chee Seng ກ່າວວ່າ: ການເປີດຂະບວນຄັ້ງນີ້ແມ່ນເປັນຖ້ຽວປະຖົມ ມະເລີກ ແລະ ຈະມີການເພີ່ມຖ້ຽວຂົນສົ່ງສິນຄ້າເພີ່ມຂຶ້ນໃນຕໍ່ໜ້າ. ເພື່ອເຮັດໃຫ້ຜູ້ປະກອບການລາວ ສາມາດເຮັດທຸລະກິດຢູ່ມາເລເຊຍ ແລະ ຜູ້ປະກອບການມາເລເຊຍສາມາດເຮັດທຸລະ ກິດໄດ້ຢູ່ ສປປ ລາວ. ພ້ອມທັງໃຫ້ປະຊາຊົນສອງປະເທດໄດ້ຊົມໃຊ້ສິນຄ້າ  ແລະ ເຂົ້າເຖິງແຫຼ່ງຜະລິດສິນຄ້າຂອງກັນ ແລະ ກັນ ສ້າງວຽກເຮັດງານທໍາ  ໃຫ້ຜູ້ປະກອບການ ແລະ ປະຊາຊົນສອງປະເທດ.

vientianetimes

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/