ລົງທຶນ 200.000 ກີບ ໄດ້ຄືນມາ 7.000.000 ກີບ ເປັນໄປໄດ້ແທ້ບໍ່? ຫຼື ເປັນພຽງກົນໂກງ ຂອງທຸລະກິດ ແບບຕ່ອງໂສ້


ໃນໄລຍະ 2-3 ມື້ທີ່ຜ່ານມາ ໄດ້ມີຫຼາຍສຳນັກຂ່າວອອນລາຍອອກມາເຕືອນໄພເຖິງກະແສທີ່ມີການຊັກຊວນກັນໄປລົງທຶນ ທີ່ອ້າງວ່າລົງທຶນພຽງ 200.000 ກີບ ແລະ ຈະໄດ້ຜົນຕອບແທນມາເຖິງ 7.000.000 ກີບ ຫຼື ທຽບເທົ່າກັບ ກຳໄລເພີ່ມຂຶ້ນເຖິງ 3.400% ເຊິ່ງມັນເປັນໄປໄດ້ແທ້ບໍ່? ຫຼື ເປັນພຽງກົນໂກງ ຂອງທຸລະກິດແບບຕ່ອງໂສ້.

ກ່ອນອື່ນໝົດ ເຮົາມາຮູ້ຈັກການລົງທຶນກັນກ່ອນ ເຊິ່ງການລົງທຶນກໍຄືການຈັດສັນເງິນ ຫຼື ກຳລັງລົງໄປໃນບາງສິ່ງບາງຢ່າງ ໂດຍຄາດຫວັງຜົນຕອບແທນໃນອະນາຄົດ ເຊິ່ງການລົງທຶນໃນປັດຈຸບັນນີ້ກໍມີຫຼາກຫຼາຍຮູບແບບ, ສຳລັບມື້ນີ້ ເຮົາຈະເວົ້າສະເພາະການໃຊ້ເງິນໄປລົງທຶນ ໂດຍຄາດຫວັງວ່າຈະໄດ້ຮັບຜົນຕອບແທນກັບຄືນມາໃນຈຳນວນທີ່ຫຼາຍກວ່າ.

ເຊິ່ງໃນປັດຈຸບັນການລົງທຶນໃນລັກສະນະນີ້ກໍມີຫຼາກຫຼາຍຊ່ອງທາງໃນການລົງທຶນ ບໍ່ວ່າຈະເປັນ ການລົງທຶນໃນຮຸ້ນ, ລົງທຶນໃນກອງທຶນລວມ, ລົງທຶນໃນຄຳ ຫຼື ແມ່ນແຕ່ລົງທຶນໃນ ສິນຊັບດິຈິຕອນທີ່ກຳລັງມາແຮງ ຢ່າງຄຣິບໂຕເຄີເຣັນຊີ. ແລ້ວການລົງທຶນທີ່ວ່າມານີ້ ມີແບບໃດບໍ່ທີ່ລົງໄປແລ້ວ ໃຊ້ເວລາບຶດດຽວ ບໍ່ເທົ່າໃດເດືອນໄດ້ຜົນຕອບແທນກັບຄືນມາເຖິງ 3.400%.

ສຳລັບມື້ນີ້ ເຮົາຈະຂໍຍົກຕົວຢ່າງຂອງການຊື້ຂາຍຮຸ້ນ ໃນລັກສະນະຂອງການເກັງກຳໄລ ວ່າຕອນເຮົາຊື້ມາແລ້ວຂາຍໄປໄດ້ຫຼາຍເທົ່າໃດ ເຊິ່ງເຮົາຈະຂໍຍົກຕົວຢ່າງຮຸ້ນຂອງ 3 ບໍລິສັດ ຍັກໃຫຍ່ລະດັບໂລກທີ່ທຸກຄົນຮູ້ຈັກ ແລະ ເຊື່ອໝັ້ນວ່າ 1 ປີທີ່ຜ່ານມາ ຖ້າລົງທຶນໄປນຳເຂົາເຈົ້າ ເຮົາຈະໄດ້ກັບຄືນມາເທົ່າໃດ.

ບໍລິສັດທຳອິດ Apple Inc ບໍລິສັດຜະລິດເຄື່ອງມືສື່ສານ ເອເລັກໂຕຣນິກ ທີ່ເຮົາຮູ້ຈັກກັນດີ. 1 ປີທີ່ຜ່ານມາລາຄາເພີ່ມຂຶ້ນ 10.26% ໝາຍຄວາມວ່າ ຖ້າເຮົາລົງທຶນກັບ Apple 200.000 ກີບ 1 ປີຜ່ານໄປ ເຮົາຈະໄດ້ເງິນກັບມາ 220.520 ກີບ.

ບໍລິສັດທີ 2 ບໍລິສັດ Microsoft ບໍລິສັດຜູ້ໃຫ້ບໍລິການດ້ານເຕັກໂນໂລຊີ ທັງຮາດແວ ແລະ ຊອບແວ ລະດັບໂລກ ທີ່ເຮົາໃຊ້ກັນຢູທຸກມື້ນີ້ 1 ປີທີ່ຜ່ານມາລາຄາເພີ່ມຂຶ້ນ 35.72% ໝາຍຄວາມວ່າ ຖ້າເຮົາລົງທຶນກັບ Apple 200.000 ກີບ 1 ປີຜ່ານໄປ ເຮົາຈະໄດ້ເງິນກັບມາ 271.440 ກີບ.

ບໍລິສັດທີ 3  Facebook ທີ່ທຸກຄົນໃຊ້. 1 ປີທີ່ຜ່ານມາລາຄາເພີ່ມຂຶ້ນ 101% ໝາຍຄວາມວ່າ ຖ້າເຮົາລົງທຶນກັບ Apple 200.000 ກີບ 1 ປີຜ່ານໄປ ເຮົາຈະໄດ້ເງິນກັບມາ 402.000 ກີບ.

ຈາກຕົວຢ່າງທີ່ຜ່ານມາ ເຫັນໄດ້ຊັດເຈນວ່າ ເຖິງແມ່ນວ່າ ຈະເປັນບໍລິສັດລະດັບໂລກ ມູນຄ່າສູງທີ່ສຸດເປັນອັນດັບຕົ້ນໆຂອງໂລກ ມີທີມງານບໍລິຫານຈັດການລະດັບໂລກ ກໍຍັງບໍ່ສາມາດໃຫ້ຜົນຕອບແທນໄດ້ສູງຄືດັ່ງທີ່ເປັນຂ່າວ ຫຼື ເປັນກະແສຄືກັບທີ່ຢູ່ບ້ານເຮົາໃນປັດຈຸບັນ.

ແລ້ວການຊັກຊວນໃຫ້ລົງທຶນແບບນີ້ ເຂົ້າຂ່າຍ ທຸລະກິດແບບຕ່ອງໂສ້ຫຼືບໍ່? ທຸລະກິດແບບຕ່ອງໂສ້ ແມ່ນການຕົວະຍົວະໃຫ້ຫຼົງເຊື່ອເຂົ້າຮ່ວມລົງທຶນໃນທຸລະກິດໃດໜຶ່ງ ທີ່ບໍ່ມີຢູ່ຈິງ ໂດຍອ້າງວ່າຈະໄດ້ຮັບຜົນກຳໄລທີ່ດີຫຼາຍ ໂດຍສະເໜີຜົນຕອບແທນທີ່ສູງກວ່າຄວາມເປັນຈິງ ໃນເວລາອັນສັ້ນ ເພື່ອເປັນການຈູງໃຈ ໂດຍເນັ້ນໄປທີ່ຈຳນວນຜູ້ທີ່ເຂົ້າມາລົງທຶນ ຫຼື ການຫາສະມາຊິກໃໝ່ໄປເລື້ອຍໆ ເພື່ອເອົາເງິນຈາກຜູ້ໃໝ່ມາເປັນຜົນຕອບແທນໃຫ້ຜູ້ເກົ່າ ເຮັດແບບນີ້ໄປເລື້ອຍໆເກາະກ່າຍກັນຄືກັບຕ່ອງໂສ້. ເຊິ່ງຕໍ່ມາເມື່ອຊອກສະມາຊິກໃໝ່ບໍ່ໄດ້ ການເງິນເລີ່ມມີບັນຫາ ກໍມັກຈະປິດກິດຈະການ ແລ້ວຫອບເງິນໜີໄປ ສ້າງຄວາມເສຍຫາຍໄວ້ກັບຜູ້ລົງທຶນ.

ແລ້ວເຮົາຈະສັງເກດແນວໃດ ວ່າເປັນ ທຸລະກິດຕ່ອງໂສ້?

  • ການໂຄສະນາ, ການປະກາດ, ຫຼື ການເຜີຍແຜ່ຂ່າວໂດຍວິທີອື່ນ, ເຊັ່ນ: ການອ້າງອີງເຖິງຜູ້ທີ່ປະສົບຜົນສໍາເລັດໃນການລົງທຶນ ຫຼື ອ້າງຫຼັກຖານຂອງຜົນປະໂຫຍດ ແລະ ຜົນກຳໄລໃນຈຳນວນທີ່ຫຼາຍ.
  • ຈ່າຍຜົນປະໂຫຍດສູງກວ່າອັດຕາດອກເບ້ຍ ຕາມທີ່ສະຖາບັນການເງິນກຳນົດ
  • ມີການເອົາເງິນມາໃຫ້ ຫຼື ມີຄົນຢືມເງິນຈາກຜູ້ອື່ນ ເພື່ອເຮັດໃຫ້ການຊໍາລະໝູນວຽນໃຫ້ແກ່ຜູ້ກູ້ຢືມ
  • ທຸລະກິດບໍ່ໜ້າຈະໃຫ້ຜົນຕອບແທນທີ່ພຽງພໍ. ທີ່ສາມາດຈ່າຍໄດ້ໃນອັດຕານັ້ນໆໄດ້
  • ມີຄົນ 5 ຄົນຂຶ້ນໄປເຊີນຄົນຕ່າງໆ ໃຫ້ມາຮ່ວມລົງທຶນ
  • ມີຄົນທີ່ເຄີຍມີສ່ວນຮ່ວມໃນທຸລະກິດດັ່ງກ່າວ  ມາເຊີນຊວນ
  • ເອົາເງິນໄປໂດຍອ້າງວ່າຈະໄປລົງທຶນ ຫຼື ປະກອບທຸລະກິດໃຫ້
  • ບໍລິສັດບໍ່ໜ້າເຊື່ອຖື ຫາກໍຖືກສ້າງຕັ້ງຂຶ້ນໄດ້ບໍ່ດົນ

ໃນສະພາບທີ່ເສດຖະກິດ ມີຄວາມຝືດເຄືອງ, ຍຸກທີ່ທຸກຄົນຕ້ອງສູ້ຊົນເພື່ອຫາລ້ຽງປາກທ້ອງ ຈົນບາງຄັ້ງກໍເຮັດໃຫ້ເຮົາຂາດສະຕິໃນການຕັດສິນໃຈ ຫຼື ຢູ່ໃນສະພາວະທີ່ອ່ອນໄຫວ ຈົນຕົກເປັນເຫຍື່ອໃຫ້ກັບມິດສາຊີບ. ແຕ່ຢ່າງໃດກໍຕາມ ປັດໄຈການລົງທຶນຂອງແຕ່ລະຄົນມີຈຸດປະສົງທີ່ແຕກຕ່າງກັນ. ດັ່ງນັ້ນ, ບໍ່ວ່າທ່ານຈະເລືອກການລົງທຶນປະເພດໃດ, ຢ່າລືມພິຈາລະນາມັນ ຢ່າງຖີ່ຖ້ວນ ເພາະທຸກໆການລົງທຶນລ້ວນແລ້ວແຕ່ມີຄວາມສ່ຽງ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/