ລຶ້ງຕໍ່ຄວາມຮຸນແຮງ? ຈິດຕະວິທະຍາເປີດເຜີຍກົນໄກຂອງສະໝອງທີ່ເຮັດໃຫ້ພວກເຮົາລຶ້ງເຄີຍກັບເລື່ອງທີ່ບໍ່ດີ ຈົນກາຍເປັນເລື່ອງປົກກະຕິ


ໃຜເປັນຄົນໃຫ້ນິຍາມວ່າສິ່ງໃດເປັນເລື່ອງ “ປົກກະຕິ” ຫຼື “ບໍ່ປົກກະຕິ”? ແນ່ນອນວ່າໃນຊີວິດປະຈຳວັນຫຼາຍຄົນຄົງເຄີຍຮູ້ສຶກວ່າ “ເປັນຫຍັງພວກເຮົາຈຶ່ງລຶ້ງກັບເລື່ອງພວກນີ້ໄປແລ້ວ?” ໂດຍສະເພາະແມ່ນເລື່ອງທີ່ບໍ່ດີເຊັ່ນ: ການສັນຈອນຕິດຂັດ, ນໍ້າຖ້ວມ, ບັນຫາຄວາມສໍາພັນ, ການນອກໃຈ ແລະອື່ນໆ.

ປາກົດການນີ້ມີຄໍາອະທິບາຍທາງຈິດຕະວິທະຍາທີ່ໜ້າສົນໃຈ. ເຊິ່ງບົດຄວາມນີ້ຈະພາທ່ານໄປໄຂລະຫັດວ່າເປັນຫຍັງສະໝອງຂອງພວກເຮົາເຖິງປັບຕົວໃຫ້ເຂົ້າກັບສິ່ງເຫຼົ່ານີ້ຈົນມັນກາຍເປັນ “ເລື່ອງປົກກະຕິ” ໂດຍບໍ່ຮູ້ຕົວ.

ຂະບວນການແນວຄິດທີ່ເຮັດໃຫ້ເລື່ອງຕ່າງໆກາຍເປັນ “ເລື່ອງປົກກະຕິ”

  • ຄວາມຖີ່: ສະໝອງຂອງເຮົາມີກົນໄກການຮຽນຮູ້ທີ່ບອກວ່າ “ຍິ່ງເຈົ້າເຮັດຫຼາຍເທົ່າໃດ, ມັນກໍຈະຍິ່ງຄຸ້ນເຄີຍ”.

ຍົກຕົວຢ່າງງ່າຍໆເຊັ່ນ: ເມື່ອເຮົາຕື່ນເຊົ້າເປັນປະຈໍາ, ແຕ່ມີບາງມື້ໜຶ່ງທີ່ເຮົາຕື່ນສວາຍ ຈະເຮັດໃຫ້ມີຄວາມ​ຮູ້ສຶກ​ຕື່ນ​ຕົກ​ໃຈ​ ແລະ ເກີດຄວາມ​ກັງວົນ​, ແຕ່​ຖ້າ​ເຫດການ​ນີ້​ບໍ່​ໄດ້​ເຮັດ​ໃຫ້​ເກີດ​ອັນຕະລາຍ​ໃດໆ. ສະໝອງຈະບັນທຶກວ່າສາມາດ “ຕື່ນສວາຍໄດ້”

  • ການຫຼຸດຄວາມຮູ້ສຶກ: ເມື່ອປະເຊີນກັບສິ່ງໃໝ່ ຫຼື ເຫດການທີ່ຮ້າຍແຮງ, ເຊັ່ນ: ສົງຄາມ ຫຼື ການລະບາດຂອງ COVID-19, ໃນໄລຍະທຳອິດມັນຈະດຶງດູດຄວາມສົນໃຈ ແລະ ສ້າງຄວາມຕື່ນຕົກໃຈ. ແຕ່ເມື່ອເວລາຜ່ານໄປ ຄວາມຖີ່ຂອງຂ່າວໄດ້ຫຼຸດລົງ ຜູ້ຄົນເລິ່ມຄຸ້ນເຄີຍຈົນເຮັດໃຫ້ມັນກາຍເປັນເລື່ອງປົກກະຕິ
  • ການປັບຕົວ: ມະນຸດມີສັນຊາດຕະຍານໃນການປັບຕົວເພື່ອຄວາມຢູ່ລອດ. ເຖິງແມ່ນວ່າຈະປະເຊີນກັບສະຖານະການຮ້າຍແຮງກໍຕາມ. ການປະເຊີນກັບເຫດການເຫຼົ່ານີ້ຢູ່ເລື້ອຍໆກໍຈະເຮັດໃຫ້ເຮົາປັບຕົວໃຫ້ລຶ້ງເຄີຍກັບມັນໄດ້ໃນທີ່ສຸດ.

ຜົນທີ່ໄດ້ຮັບຈາກການລຶ້ງເຄີຍກັບເລື່ອງທີ່ບໍ່ດີ

  1. ຜົນ​ກະ​ທົບ​ຕໍ່​ຄວາມ​ຄິດ​:
  • ຄວາມ​ຮັບ​ຮູ້ຫຼຸດລົງ: ເມື່ອ​ເຮົາ​ຄຸ້ນ​ເຄີຍ​ກັບ​ສິ່ງທີ່ບໍ່ດີ​, ເຮົາ​ຈະ​ເລີ່ມ​ມອງ​ຂ້າມ ​ຫຼື ​ບໍ່​ສົນ​ໃຈ​ບັນ​ຫາ​ເຫຼົ່າ​ນັ້ນ.
  • ຄວາມ​ເປັນ​ຈິງ​ທີ່​ບິດ​ເບືອນ: ສະ​ໝອງ​ຂອງ​ເຮົາ​ອາດ​ຕີ​ຄວາມ​ໝາຍ​ເຫດ​ການທີ່ບໍ່ດີວ່ານີ້ແມ່ນເລື່ອງປົກກະຕິ ຫຼື ແມ່ນແຕ່ສິ່ງທີ່ດີ
  • ມີຄວາມຄິດສ້າງສັນໜ້ອຍລົງ: ການປະເຊີນໜ້າກັບສິ່ງທ້າທາຍ ແລະ ບັນຫາເລື້ອຍໆ ຈະກະຕຸ້ນສະໝອງໃຫ້ຄິດຫາວິທີແກ້ໄຂບັນຫາ. ແຕ່ເມື່ອພວກເຮົາຄຸ້ນເຄີຍກັບມັນ ຄວາມຄິດສ້າງສັນກໍອາດຈະຫຼຸດລົງ
  1. ຜົນກະທົບທາງອາລົມ:
  • ຄວາມຄຽດ: ເຖິງແມ່ນວ່າເຈົ້າຈະຄຸ້ນເຄີຍກັບມັນ ແຕ່ຄວາມຄຽດສະສົມຈາກບັນຫາຕ່າງໆ. ຍັງຄົງສົ່ງຜົນກະທົບຕໍ່ສຸຂະພາບຈິດ
  • ຄວາມວິຕົກກັງວົນ: ການເບິ່ງໂລກໃນແງ່ລົບ ແລະ ຄວາມຢ້ານກົວໃນອະນາຄົດອາດຈະເພີ່ມຂຶ້ນ.
  • ພາວະຊຶມເສົ້າ: ຮູ້ສຶກສິ້ນຫວັງ ແລະ ບໍ່ມີພະລັງ.
  • ຄວາມໂກດແຄ້ນ: ຄວາມຮູ້ສຶກບໍ່ພໍໃຈ ແລະ ຫງຸດຫງິດຕໍ່ກັບບັນຫາທີ່ເກີດຂຶ້ນ.
  1. ຜົນ​ກະ​ທົບ​ຕໍ່​ພຶດ​ຕິ​ກໍາ​:
  • ການເມິນເສີຍ: ບໍ່ສົນໃຈຕໍ່ກັບບັນຫາ ແລະ ປ່ອຍມັນໄວ້ແບບນັ້ນ
  • ຍອມຈຳນົນ: ຮູ້ສຶກສິ້ນຫວັງ ຫຼື ບໍ່ເຫັນຫົນທາງທີ່ຈະຕໍ່ສູ້ໄດ້.
  • ພຶດຕິກຳທີ່ບໍ່ເໝາະສົມ: ສະແດງໃຫ້ເຫັນພຶດຕິກໍາທີ່ຮຸນແຮງ
  • ການເພິ່ງພາອາໄສສິ່ງເສບຕິດ: ພະຍາຍາມໜີບັນຫາໂດຍການໃຊ້ຢາ ຫຼືພຶດຕິກຳທີ່ມີຄວາມສ່ຽງ.
  1. ຜົນ​ກະ​ທົບ​ຕໍ່​ສັງ​ຄົມ​:
  • ບັນຫາຊໍາເຮື້ອ: ບັນຫາຕ່າງໆທີ່ບໍ່ໄດ້ຮັບການແກ້ໄຂ.
  • ຄວາມເບື່ອໜ່າຍ: ຜູ້ຄົນບໍ່ສົນໃຈທີ່ຈະປ່ຽນແປງ.
  • ຄວາມຂັດແຍ້ງ: ເກີດຄວາມຂັດແຍ້ງ ແລະ ຄວາມຮຸນແຮງໃນສັງຄົມ.
  • ການ​ພັດ​ທະ​ນາ​ທີ່​ຖົດຖອຍ: ສັງ​ຄົມ​ຢຸດຢູ່ກັບບ່ອນ ​ແລະ ​ບໍ່ມີການ​​ພັດ​ທະ​ນາ​.

ຕົວຢ່າງ:

ຄວາມລຶ້ງຕໍ່ກັບການຈະລາຈອນຕິດຂັດ: ປະຊາຊົນອາດຈະຍອມຮັບການສັນຈອນຕິດຂັດ ແລະ ບໍ່ພະຍາຍາມຊອກຫາວິທີແກ້ໄຂ.

ຄວາມຊິນຊາຕໍ່ກັບການສໍ້ລາດບັງຫຼວງ: ປະຊາຊົນອາດຈະມອງຂ້າມ ຫຼື ບໍ່ສົນໃຈການສໍ້ລາດບັງຫຼວງ.

ຄວາມລຶ້ງຕໍ່ກັບຄວາມຮຸນແຮງໃນຄອບຄົວ: ຄົນເຮົາອາດຄິດວ່າຄວາມຮຸນແຮງໃນຄອບຄົວເປັນເລື່ອງປົກກະຕິ.

ວິທີ​ແກ້​ໄຂ​ເພື່ອ​ຫຼີກເວັ້ນ​ການ​ເປັນ​ເລື່ອງ​ທີ່​ບໍ່​ດີ:

  1. ເຝິກສະຕິ:
  • ຕັ້ງຄໍາຖາມກັບສິ່ງທີ່ພວກເຮົາເຫັນ: ວິເຄາະ ແລະ ແຍກແຍະ ຂໍ້ມູນຂ່າວສານ. ຢ່າເຊື່ອຫຍັງງ່າຍໆ.
  • ສັງເກດຄວາມຄິດ ແລະ ຄວາມຮູ້ສຶກຂອງຕົນເອງ: ຈົ່ງຮູ້ຈັກອາລົມຂອງຕົນເອງ ວ່າຮູ້ສຶກແນວໃດກັບສິ່ງທີ່ເກີດຂຶ້ນ?
  • ເຝິກສະມາທິ: ຊ່ວຍໃຫ້ຈິດໃຈສະຫງົບ, ມີສະຕິ ແລະ ຄິດຢ່າງຮອບຄອບ.
  1. ຊອກຫາຂໍ້ມູນຈາກຫຼາກຫຼາຍແຫຼ່ງ:
  • ຢ່າອີງໃສ່ຂໍ້ມູນຈາກແຫຼ່ງດຽວ: ປຽບທຽບຂໍ້ມູນຂ່າວສານຈາກຫຼາຍແຫຼ່ງ.
  • ກວດສອບຄວາມໜ້າເຊື່ອຖື: ວິເຄາະວ່າຂໍ້ມູນນັ້ນມາຈາກໃສ, ໃຜເປັນຜູ້ຂຽນ? ມີຄວາມໜ້າເຊື່ອຖືຫຼາຍປານໃດ?
  • ເບິ່ງທັດສະນະທີ່ແຕກຕ່າງກັນ: ຟັງຄວາມຄິດເຫັນຂອງຄົນອື່ນ ເປີດໃຈໃຫ້ກວ້າງ
  1. ສົນທະນາແລກປ່ຽນຄວາມຄິດ:
  • ແບ່ງ​ປັນ​ມຸມມອງ​: ສົນ​ທະ​ນາ​ກັບ​ຄົນອ້ອມຂ້າງ​, ໝູ່ເພື່ອນ​, ຄອບ​ຄົວ​ ຫຼື ​ຜູ້​ຊ່ຽວ​ຊານ​.
  • ແລກປ່ຽນຄວາມຄິດເຫັນ: ຮັບຟັງມຸມມອງຂອງຄົນອື່ນ.
  • ລະດົມແນວຄິດ: ຊອກຫາວິທີແກ້ໄຂຮ່ວມກັນ.
  1.  ເຂົ້າຮ່ວມການແກ້ໄຂ:
  • ຊອກ​ຫາ​ວິ​ທີ​ການ​ຊ່ວຍ​ເຫຼືອ​: ອາ​ສາ​ສະ​ໝັກ​, ບໍ​ລິ​ຈາກ​ ຫຼື ​ເຮັດກິດຈະກຳເພື່ອ​ສັງ​ຄົມ​.
  • ສະໜັບສະໜູນອົງການຈັດຕັ້ງທີ່ເຮັດວຽກເພື່ອແກ້ໄຂບັນຫາ: ບໍລິຈາກເງິນ, ສະໝັກເປັນສະມາຊິກ ຫຼື ເຂົ້າຮ່ວມແຄມເປນ.
  • ກົດ​ດັນໃຫ້​ຜູ້​ທີ່​ມີ​ອໍາ​ນາດ​​ແກ້​ໄຂ​ບັນ​ຫາ​: ຮ້ອງຮຽນ​, ລົງຊື່ໃນຄຳ​ຮ້ອງ​ຟ້ອງ ຫຼື​ ປະ​ທ້ວງ​
  1.  ດູແລຕົນເອງ:
  • ພັກຜ່ອນໃຫ້ພຽງພໍ: ຮ່າງກາຍ ແລະ ຈິດໃຈທີ່ສົດຊື່ນ ຈະຊ່ວຍໃຫ້ທ່ານຄິດວິເຄາະໄດ້ດີຂຶ້ນ.
  • ການອອກກຳລັງກາຍ: ຊ່ວຍໃຫ້ຮ່າງກາຍແຂງແຮງ ແລະ ຫຼຸດຄວາມຄຽດ.
  • ກິນອາຫານທີ່ດີຕໍ່ສຸຂະພາບ: ຊ່ວຍໃຫ້ສະໝອງເຮັດວຽກໄດ້ຢ່າງມີປະສິດທິພາບ.

ຕົວຢ່າງ:

ໃນກໍລະນີຂອງການສັນຈອນຕິດຂັດ: ສະໜັບສະໜູນການນໍາໃຊ້ການຂົນສົ່ງສາທາລະນະ. ລົນນະລົງໃຫ້ສ້າງທາງຜ່ານ ຫຼື ເຂົ້າຮ່ວມໃນການອອກແບບລະບົບການຈະລາຈອນ

ໃນກໍລະນີນໍ້າຖ້ວມ: ສະໜັບສະໜູນໂຄງການປ້ອງກັນໄພນໍ້າຖ້ວມ, ຟື້ນຟູປ່າ ຫຼື ເຂົ້າຮ່ວມໃນການກະກຽມຮັບມືກັບໄພພິບັດ.

ໃນກໍລະນີຂອງບັນຫາຄວາມສໍາພັນ: ປຶກສາຜູ້ຊ່ຽວຊານ. ເຂົ້າຮ່ວມກຸ່ມປິ່ນປົວ ຫຼື ຊອກຫາຂໍ້ມູນກ່ຽວກັບຄວາມສໍາພັນທີ່ດີ

ໃນກໍລະນີຂອງການນອກໃຈ: ປຶກສາຜູ້ຊ່ຽວຊານ ເຂົ້າຮ່ວມກຸ່ມບຳບັດ ຫຼື ຊອກຫາຂໍ້ມູນກ່ຽວກັບການຈັດການກັບບັນຫາການນອກໃຈ.

  • ສະຫຼຸບຂໍ້ທີ່ຄວນຄິດຈາກບົດຄວາມ

“ຄວາມປົກກະຕິ” ແປຜັນຕາມບໍລິບົດ ຂຶ້ນຢູ່ກັບຍຸກສະໄໝ , ວັດທະນະທໍາ, ຈັນຍາບັນ ແລະ ກົດໝາຍ. ສິ່ງທີ່ເປັນເລື່ອງປົກກະຕິໃນອະດີດ ມັນອາດຈະບໍ່ເປັນປົກກະຕິໃນປັດຈຸບັນ ແລະ ສິ່ງທີ່ບໍ່ປົກກະຕິໃນປັດຈຸບັນ ມັນອາດຈະກາຍເປັນເລື່ອງປົກກະຕິໃນອະນາຄົດ.

ການເມີນເສີຍຕໍ່ບັນຫາ ຫຼື ຍອມຈຳນວນ ຈະສົ່ງຜົນເສຍຕໍ່ທັງຕົນເອງ, ຄົນອ້ອມຂ້າງ ແລະ ສັງຄົມ. ພວກເຮົາມີໜ້າທີ່ຮັບຜິດຊອບຕໍ່ສັງຄົມ ຕ້ອງຮູ້ຈັກວິເຄາະ ແຍກແຍະຂໍ້ມູນຂ່າວສານ ແລະ ຫາວິທີ ຫຼື ແນວທາງໃນການແກ້ໄຂ. ບໍ່ຊິນຊາກັບສິ່ງທີ່ຜິດປົກກະຕິ ເພາະອະນາຄົດຂອງສັງຄົມ ຂຶ້ນຢູ່ກັບພວກເຮົາວ່າຈະຊິນຊາກັບມັນ ຫຼື ລຸກຂຶ້ນມາແກ້ໄຂມັນຮ່ວມກັນ ເພື່ອສັງຄົມທີ່ດີຂຶ້ນ.

ທີ່ມາ:

facebook

blockdit

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/