ລາວ-EU ຫາລື ຍົກລະດັບການຄ້າ, ການລົງທຶນ ແລະ ເຊື່ອມໂຍງແບບຍືນຍົງ ແລະ ທົ່ວເຖິງ ໃນຂະແໜງກະສິກໍາ ແລະ ປ່າໄມ້


ລັດຖະບານແຫ່ງ ສປປ ລາວ ແລະ ສະຫະພາບຢູໂຣບ EU ຈັດກອງປະຊຸມປຶກສາຫາລືື ແລະ ວາງແຜນກິດຈະກໍາແຜນງານ TICAF ເພື່ອຍົກລະດັບການຄ້າ, ການລົງທຶນ ແລະ ເຊື່ອມໂຍງແບບຍືນຍົງ ແລະ ທົ່ວເຖິງ ໃນຂະແໜງກະສິກໍາ ແລະ ປ່າໄມ້ TICAF ການປົກປັກຮັກສາ ແລະ ນໍາໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນານາພັນແບບຍືນຍົງ ProFEB.

ກອງປະຊຸມດັ່ງກ່າວມີຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍໃນກອງປະຊຸມມີ ທ່ານ ທອງພັດ ວົງມະນີ ຮອງລັດມົນຕີກະຊວງກະສິກຳ ແລະ ປ່າໄມ້,  ທ່ານ ນາງ ອິນາ ມາຊີລີອອນນີເຕ (Ina Marčiulionytė) ເອກອັກຄະລັດຖະທູດ ອີຢູ ປະຈໍາລາວ, ທ່ານ ນາງ ແອນເນັດເຕ ຄະນົບລັອກ (Annette Knobloch) ເອກອັກຄະລັດຖະທູດເຢຍລະມັນປະຈຳລາວ, ແຂກຖືກເຊີນ ພ້ອມດ້ວຍວິຊາການເຂົ້າຮ່ວມຢ່າງພ້ອມພຽງ.

ໃນຖານະທີ່ເປັນສ່ວນໜຶ່ງຂອງການເປັນຄູ່ຮ່ວມງານ ດ້ວຍການໃຫ້ທຶນຊ່ວຍເຫຼືອແບບຫຼາຍຝ່າຍ, ສະຫະພາບຢູໂຣບ (EU) ແລະ ລັດຖະບານເຢຍລະມັນ ໄດ້ປະກອບສ່ວນສະໜັບສະໜູນ 22 ລ້ານຢູໂຣ ໃຫ້ແກ່ ສປປ ລາວ ເພື່ອເພີ່ມທະວີການມີສ່ວນຮ່ວມ ຂອງຊຸມຊົນໃນທ້ອງຖິ່ນ ໂດຍສະເພາະແມ່ນ ແມ່ຍິງ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄ່າທຸລະກິດໄມ້ ເພື່ອນໍາໃຊ້ ໃຫ້ມີຄວາມຍືນຍົງ ແລະ ອະນຸລັກປ່າໄມ້ ຊຶ່ງໂຄງການຈະໄດ້ຖືກຈັດຕັ້ງປະຕິບັດໂດຍ Deutsche Gesellschaft für Internationale Zusammenarbeit (GIZ) GmbH ໂດຍຜ່ານໂຄງການຮ່ວມມື ແບບສອງຝ່າຍດ້ານວິຊາການ “ການປົກປັກຮັກສາ ແລະ ຊົມໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນານາພັນແບບຍືນຍົງ “Protection and Sustainable Use of Forest Ecosystems and Biodiversity (ProFEB).”

ການຮ່ວມມືພາຍໃຕ້ TICAF ຈະປະກອບສ່ວນໃຫ້ແກ່ການເຕີບໂຕສີຂຽວ, ຍືນຍົງ ແລະ ມີສ່ວນຮ່ວມ ດ້ວຍການຍົກລະດັບການຜະລິດພາຍໃນ, ການປຸງແຕ່ງ, ການສົ່ງອອກ, ການເກັບລາຍຮັບພາຍໃນ, ການສ້າງວຽກເຮັດງານທໍາທີ່ມີຄຸນຄ່າ ໃນຕ່ອງໂສ້ ມູນຄ່າເພີ່ມກາເຟ, ຊາ ແລະ ປ່າໄມ້ ຄຽງຄູ່ກັບການຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ເພື່ອປະກອບສ່ວນໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC) ໂດຍການປົກປັກຮັກສາປ່າໄມ້ ແລະ ຊີວະນານາພັນ.

ທ່ານ ທອງພັດ ວົງມະນີ ໄດ້ກ່າວວ່າ: ກອງປະຊຸມປຶກສາຫາລື ແລະ ວາງແຜນວຽກງານໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນ ແລະ ເປັນເວທີເປີດກວ້າງໃຫ້ແກ່ການປຶກສາຫາລືດ້ານວິຊາການ ແບບກົງໄປກົງມາ ກ່ຽວກັບການວາງແຜນວຽກ, ການຮ່ວມມື ແລະ ການກໍານົດບັນດາສິ່ງຄາດໝາຍຮ່ວມກັນ ເພື່ອບັນລຸໃນຊຸມປີຕໍ່ໜ້າ.

ທ່ານ ທອງພັດ ກ່າວຕື່ມອີກວ່າ: ຜົນຂອງການປຶກສາຫາລືນີ້ ຈະເປັນເຄື່ອງມືສໍາຄັນໃນການສ້າງແຜນງານທີ່ມີຄວາມຍືນຍົງ ຂອງພວກເຮົາໃນການຊົມໃຊ້ ແລະ ອະນຸລັກປ່າໄມ້ແບບຍືນຍົງ ແລະ ຫວັງວ່າໂຄງການນີ້ ຈະສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາຊຸມຊົນຂັ້ນທ້ອງຖິ່ນ ໂດຍສະເພາະແມ່ນແມ່ຍິງ ແລະ ຫວັງວ່າໂຄງການນີ້ຈະນໍາພາທຸກຄົນກ້າວສູ່ອະນາຄົດອັນສົດໃສ.

ນາງ ອິນາ ມາຊີລີອອນນີເຕ ໄດ້ເນັ້ນຄວາມສໍາຄັນ: ໂຄງການນີ້ ແມ່ນສ່ວນໜຶ່ງ ຂອງແຜນງານທີ່ສໍາຄັນພາຍໃຕ້ການລິເລີ່ມຂອງທີມງານພັດທະນາສີຂຽວຂອງຢູໂຣບ (TEI) ສໍາລັບ ສປປ ລາວ ເພື່ອຍົກລະດັບການຄ້າ, ການລົງທຶນ ແລະ ການເຊື່ອມໂຍງແບບຍືນຍົງ ແລະ ທົ່ວເຖິງ ໃນຂະແໜງກະສິກຳ ແລະ ປ່າໄມ້.

ໂຄງການຮ່ວມນີ້ແມ່ນການສືບສານຈາກຜົນສໍາເລັດຂອງບັນດາໂຄງການໃນເມື່ອກ່ອນ ພາຍໃຕ້ແຜນງານ ProFEB ໂດຍທີ່ໂຄງການນີ້ຈະຈັດຕັ້ງປະຕິບັດບັນດາວຽກງານທີ່ເປັນພື້ນຖານໃນແຕ່ລະຂົງເຂດວຽກໂດຍຈະສຸມໃສ່ ຄື:

1). ນະໂຍບາຍປ່າໄມ້: ອໍານວຍຄວາມສະດວກການປຶກສາຫາລື ແລະ ຊຸກຍູ້ການກຳນົດນະໂຍບາຍ ແລະ ກອບນິຕິກຳ ເພື່ອເຮັດໃຫ້ຂະແໜງປ່າໄມ້ມີການເຮັດວຽກແບບມີສ່ວນຮ່ວມ, ເປັນມິດຕໍ່ຊີວະນານາພັນ ແລະ ບໍ່ມີການທໍາລາຍປ່າ.

2) ການອະນຸລັກຊີວະນານາພັນ: ການສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາພາກສ່ວນປະຕິບັດງານຫຼັກໃນ ສປປ ລາວ ເພື່ອການຮ່ວມມືລະຫວ່າງສະຖາບັນ ແລະ ການຮ່ວມມືລະຫວ່າງຊາຍແດນໃນການອະນຸລັກສັດປ່າ ແລະ ການຄຸ້ມຄອງອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ການອະນຸລັກເຂດພູມີທັດອຸທິຍານ ຟອງຢາ-ເກບາງ.

3) ການສຶກສາ: ເພີ່ມທະວີການສຶກສາຄົ້ນຄວ້າ, ການເຝິກອົບຮົມ, ແລະ ຄວາມສາມາດດ້ານວິຊາການເພື່ອປັບປຸງການຊົມໃຊ້ ແລະ ການຄຸ້ມຄອງຊັບພະຍາກອນປ່າໄມ້ໃຫ້ດີຂຶ້ນໃນ ສປປ ລາວ.

4) ການຟື້ນຟູພູມີທັດປ່າໄມ້: ການສ້າງຄູ່ຮ່ວມງານ ລະຫວ່າງພາກສ່ວນກ່ຽວຂ້ອງ, ເປັນຕົ້ນແມ່ນພາກເອກະຊົນ, ຊຸມຊົນຂັ້ນບ້ານ, ພາກສ່ວນລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມເພື່ອສ້າງຄວາມເຂັ້ມແຂງໃນການຟື້ນຟູພູມີທັດປ່າໄມ້ໃຫ້ທົນທານກັບການປ່ຽນແປງດິນຟ້າອາກາດ ແລະ ການອະນຸລັກຊີວະນານາພັນ.

5) ການເພີ່ມມູນຄ່າຕ່ອງໂສ້: ການສ້າງຄູ່ຮ່ວມງານທຸລະກິດ ເພື່ອສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງເພື່ອການພັດທະນາມູນຄ່າຕ່ອງໂສ້ ຂອງຜະລິດຕະພັນເຄື່ອງປ່າຂອງດົງແບບຍືນຍົງ ແລະ ແບບສາມາດແຂ່ງຂັນໄດ້. ໄລຍະທີສາມຂອງໂຄງການນີ້ໄດ້ເລີ່ມຕົ້ນໃນເດືອນມັງກອນ 2024 ແລະ ຈະມີການຈັດຕັ້ງປະຕິບັດຈົນຮອດເດືອນ ມີນາ 2027.

ທີ່ມາ:

https://www.facebook.com/lnrlao/posts/pfbid04XUHmYwycg8kxCMTJJSAMpRnc1Rf4E4WS4w4CfFTLV9ZjFSB3jrJr3A1s2imp3rNl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/