ລາວ ເພີ່ມທະວີການເຊື່ອມຈອດ ແລະ ແບ່ງປັນຄວາມຈະເລີນກ້າວໜ້າ


ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມພິທີເປີດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: “ເພີ່ມທະວີການເຊື່ອມຈອດ ແລະ ແບ່ງປັນຄວາມຈະເລີນກ້າວຫນ້າ: ຜົນສໍາເລັດ ແລະ ທ່າແຮງຂອງການເຊື່ອມສານ ຂໍ້ລິເລີ່ມ ໜຶ່ງແລວ ໜື່ງເສັ້ນທາງ (BRI) ແລະ ແຜນແມ່ບົດ ວ່າດ້ວຍ ການເຊື່ອມຈອດອາຊຽນ 2025”

ໃນຕອນເຊົ້າຂອງວັນທີ 27 ພະຈິກ 2023, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມພິທີເປິດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: “ເພີ່ມທະວີການເຊື່ອມຈອດ ແລະ ແບ່ງປັນຄວາມຈະເລີນກ້າວໜ້າ: ຜົນສໍາເລັດ ແລະ ທ່າແຮງຂອງການເຊື່ອມສານ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ແຜນແມ່ບົດ ວ່າດ້ວຍ ການເຊື່ອມຈອດອາຊຽນ 2025” ແລະ ບັນດາກິດຈະກໍາຕ່າງໆຈັດໂດຍສູນອາຊຽນ-ຈີນ ທີ່ ໂຮງແຮມ ດອນຈັນ ພາເລດ, ນະຄອນຫຼວງວຽງຈັນ, ໂດຍເຂົ້າຮ່ວມພິທິເປີດດັ່ງກ່າວ ມີ ທ່ານ ນາງ ເສີນ ເຢເຢ, ຮອງປະທານສະພາປະຊາຊົນທີ່ປຶກສາການເມືອງ ສປ ຈີນ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີຈາກປະເທດສະມາຊິກອາຊຽນ, ທ່ານ ສື ຈົງຈຸນ, ເລຂາທິການໃຫຍ່ສູນອາຊຽນ-ຈີນ, ພ້ອມດ້ວຍບັນດາແຂກຈາກສະຖານທູດປະເທດສະມາຊິກອາຊຽນ ທີ່ ສປປ ລາວ ແລະ ພາກທຸລະກິດຈາກ ສປປ ລາວ ແລະ ສປ ຈີນ.

ຈຸດປະສົງຂອງການມາຈັດກິດຈະກຳຂອງສູນອາຊຽນ-ຈີນ ທີ່ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອສົ່ງເສີມການຮ່ວມມືໃນວຽກງານການເຊື່ອມໂຍງ-ເຊື່ອມຈອດ ແລະ ຜັນຂະຫຍາຍຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ກໍຄືແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ໃຫ້ມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າ ແລະ ພ້ອມທັງເປັນການຈັດຕັ້ງປະຕິບັດພາລະບົດບາດ ກໍຄືບັນດາກິດຈະກໍາຂອງສູນອາຊຽນ-ຈີນ ໃນການສົ່ງເສີມການຮ່ວມມືທາງດ້ານການຄ້າ, ການລົງທຶນ, ການສຶກສາ, ວັດທະນະທຳ ແລະ ການທ່ອງທ່ຽວລະຫວ່າງອາຊຽນ ແລະ ຈີນ ລວມທັງ ສປປ ລາວ ໃຫ້ນັບມື້ນັບຂະຫຍາຍໂຕ ແລະ ມີໝາກຜົນຕົວຈິງ.

ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວວ່າ: ສຳລັບ ສປປ ລາວ, ການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜື່ງແລວ ໜື່ງເສັ້ນທາງ ໂດຍສະເພາະໂຄງການທາງລົດໄຟ ລາວ-ຈີນ, ໂຄງການທາງດ່ວນໃນປະເທດ ແລະ ໂຄງການແລວເສດຖະກິດ ອື່ນໆ ໄດ້ປະກອບສ່ວນໂດຍກົງໃຫ້ແກ່ ສປປ ລາວ ໃນການ “ຫັນປະເທດທີ່ບໍ່ມີຊາຍແດນຕິດຈອດທະເລ ໄປສູ່ປະເທດເຊື່ອມໂຍງ-ເຊື່ອມຈອດພາກພື້ນ” ຢ່າງເປັນຮູບປະທຳ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ແລະ ແຜນແມ່ບົດ ວ່າດ້ວຍການເຊື່ອມຈອດອາຊຽນ 2025 (MPAC 2025) ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

ການຈັດກິດຈະກໍາຂອງສູນອາຊຽນ-ຈີນ ຢູ່ ສປປ ລາວ ໃນຄັ້ງນີ້ ພາຍໃຕ້ຫົວຂໍ້: “ເພີ່ມທະວີການເຊື່ອມຈອດ ແລະ ແບ່ງປັນຄວາມຈະເລີນກ້າວໜ້າ: ຜົນສໍາເລັດ ແລະ ທ່າແຮງຂອງການເຊື່ອມສານ ຂໍ້ລິເລີ່ມ ໜື່ງແລວ ໜື່ງເສັ້ນທາງ (BRI) ແລະ ແຜນແມ່ບົດ ວ່າດ້ວຍ ການເຊື່ອມຈອດອາຊຽນ 2025” ແມ່ນສອດຄ່ອງກັບຄໍາຂວັນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຄື: ເພີ່ມທະວີການເຊື່ອມຈອດ ແລະ ຄວມເຂັ້ມແຂງອາຊຽນ (ASEAN: Enhancing Connectivity and Resilience)”.

ຂໍ້ມູນຈາກ: Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/