ລາວ-ຫວຽດນາມ ກຽມເປີດບໍລິການຊຳລະຂ້າມແດນ ຜ່ານ QR Code ຄາດເລີ່ມໃຫ້ບໍລິການ ໃນເດືອນສິງຫາ


ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານກາງ ຫວຽດນາມ ກຽມເປີດນຳໃຊ້ບໍລິການຊຳລະເງິນຂ້າມແດນ ຜ່ານ QR Code ອຳນວຍຄວາມສະດວກ ຊຸກຍູ້ການທ່ອງທ່ຽວ ໃນພາກພື້ນ ຄາດເລີ່ມໃຫ້ບໍລິການ ເດືອນສິງຫານີ້.

ຄວາມຄືບໜ້າດັ່ງກ່າວ ຖືກລາຍງານໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າທະນາຄານແຫ່ງ ສປປ ລາວ ໃນໂອກາດຂຶ້ນອ່ານຄຳຂີ້ແຈງວຽກງານທະນາຄານກາງ ໃນກອງປະຊຸມສະພາແຫ່ງຊາດ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX.

ຄວາມເຄື່ອນໄຫວດັ່ງກ່າວ ເປັນ ໜຶ່ງ ໃນຄວາມພະຍາຍາມ ໃນການຊຸກຍູ້ການທ່ອງທ່ຽວ ແລະ ພະຍາຍາມຈັດເກັບເງິນຕາຈາກນັກທ່ອງທ່ຽວໃຫ້ຜ່ານລະບົບທະນາຄານ ໂດຍຈຳເປັນຕ້ອງໃຫ້ນັກທ່ອງທ່ຽວໄປແລກເງິນ.

ຜູ້ວ່າທະນາຄານກາງກ່າວວ່າ: ຕົ້ນເດືອນ 8 ນີ້ ເຮົາຈະໃຫ້ ຫວຽດນາມ ສະແກນ QR Code ລາວໄດ້ ເຮັດໃຫ້ນັກທ່ອງທ່ຽວ ນັກທຸລະກິດ ທີ່ມາຈາກຫວຽດນາມ ສາມາດເອົາມືຖືສະແກນຈ່າຍ ຄ່າບໍລິການ ແລະ ສິນຄ້າຕ່າງໆ ຢູ່ໃນປະເທດລາວໄດ້ເລີຍ ເຊິ່ງການເຮັດແບບນີ້ ຈະເຮັດໃຫ້ແຫຼ່ງລາຍຮັບທີ່ເປັນເງິນຕາຕ່າງປະເທດ ຈາກນັກທ່ອງທ່ຽວ ຫຼື ຈາກແຫຼ່ງອື່ນໆ ໄດ້ເຂົ້າຜ່ານລະບົບທະນາຄານ”

ໃນໄລຍະທີ່ຜ່ານມາ ສປປ ລາວ ກໍໄດ້ເປີດບໍລິການຊຳລະຜ່ານແແດນ ຜ່ານ QR Code ກັບປະເທດໄທມາແລ້ວ ແຕ່ປັດຈຸບັນຍັງມີແຕ່ລາວໄປສະແກນຢູ່ໄທ ແລະ ຄາດວ່າ ຕົ້ນເດືອນ 7 ຈະມາຮອດນີ້ ຈະສາມາດໃຫ້ນັກທ່ອງທ່ຽວໄທ ເຂົ້າມາສະແກນ QR Code ຢູ່ລາວໄດ້.

ທ່ານ ບຸນເຫຼືອ ກ່າວວ່າ: “ຖ້າ ນັກທ່ອງທ່ຽວໄທ ທີ່ເຂົ້າມາລາວ 1 ລ້ານກວ່າຄົນ ເຂົ້າມາສະແກນຈ່າຍຢູ່ລາວ ຂະເຮັດໃຫ້ເງິນບາດທັງໝົດ ໄຫຼເຂົ້າທະນາຄານເລີຍ ອາດເຮັດໃຫ້ອັດຕາແລກປ່ຽນເປັນໄປຕາມກົນໄກທະນາຄານ ບໍ່ຂຶ້ນກັບຜູ້ຮັບແລກປ່ຽນເງິນຕາແບບຜິດກົດໝາຍ”

ປັດຈຸບັນປະເທດເຮົາ ທີ່ກໍາລັງຜະເຊີນຢູ່ ໃນຖານະເງິນຕາຂອງປະເທດຍັງບໍ່ແຂງແຮງ ເນື່ອງຈາກໂຄງສ້າງພື້ນຖານທາງດ້ານເສດຖະກິດ ແລະ ການຜະລິດຂອງພວກເຮົາ ຍັງບໍ່ທັນສົມດຸນກັບການຊົມໃຊ້ ຈຶ່ງສົ່ງຜົນກະທົບລັກສະນະແກ່ຍາວ.

ປັດຈຸບັນ ລັດຖະບານ ຫຼື ທະນາຄານແຫ່ງ ສປປ ລາວ ພະຍາຍາມຢ່າງໜັກໃນການນຳໃຊ້ມາດຕະການຕ່າງໆ ເພື່ອຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ມີສະຖຽນລະພາບຫຼາຍຂຶ້ນກວ່າເກົ່າ ທັງການຊຸກຍູ້ໃຫ້ບັນດາບໍລິສັດນຳເຂົ້າສົ່ງອອກ ມາເປີດບັນຊີສະເພາະກັບທະນາຄານ ແລະ ການນຳໃຊ້ເຄື່ອງມືຕ່າງຢ່າງລະບົບຕິດຕາມການໄຫຼອອກໄຫຼເຂົ້າຂອງເງິນຕາຢ່າງ CMS ເພື່ອເຮັດໃຫ້ບັນຫາເງິນເຟີ້ຫຼຸດລົງ

ອັດຕາເງິນເຟີ້ຂອງ ສປປ ລາວ ເດືອນພຶດສະພາ 2024 ຍັງສືບຕໍ່ເໜັງຕີງເພີ່ມສູງຂຶ້ນ ຢູ່ໃນລະດັບ 25,8% (ເດືອນເມສາ 2024 ຢູ່ໃນລະດັບ 24,9%) ຈາກການສືບຕໍ່ອ່ອນຄ່າຂອງເງິນກີບ ແລະ ການເພີ່ມຂຶ້ນຂອງລາຄາສິນຄ້າກະສິກຳ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/