ສປປ ລາວ ແລະ ສປ ຈີນ ຫາລືເພີ່ມການຕິດຕໍ່ປະສານງານເພື່ອຊຸກຍູ້ການຈັດຕັ້ງປະຕິບັດແຜນກໍ່ສ້າງຄູ່ຮ່ວມຊາຕາກໍາລາວ-ຈີນສະບັບໃໝ່ ແລະ ຂະຫຍາຍການຮ່ວມມືໃຫ້ກວ້າງຂວາງ ແລະ ຮອບດ້ານ, ພ້ອມຕັ້ງເປົ້າເປັນປະຕູ ແລະ ຂົວຕໍ່ ຂົນສົ່ງທາງບົກ ເຊື່ອມຈີນ ແລະ ອາຊຽນ.

ອີງຕາມການລາຍງານຂອງ ໜັງສືພີມ ປະຊາຊົນ, ເມື່ອບໍ່ດົນມານີ້ ສຳນັກການສື່ສານພາສາຕ່າງປະເທດ ສປ ຈີນ (CICG) ໄດ້ຈັດກອງປະຊຸມແລກປ່ຽນການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງລາວ-ຈີນພາຍໃຕ້ຫົວຂໍ້ ການເປີດປະຕູສູ່ໂລກພາຍນອກທີ່ມີຄຸນນະພາບສູງ ເພື່ອສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ທ່ານນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງລາວ-ຈີນ ໄດ້ພັດທະນາຢ່າງວ່ອງໄວ ແລະ ມີຄຸນນະພາບ ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ, ການກໍ່ສ້າງໂຄງການທາງລົດໄຟລາວ-ຈີນໄດ້ກາຍເປັນເງື່ອນໄຂໃໝ່, ເປັນຊ່ອງທາງທີ່ສ້າງຄວາມສະດວກ, ເພີ່ມຄວາມວ່ອງໄວ, ຫຼຸດຕົ້ນທຶນການຂົນສົ່ງ ແລະ ໄປມາຫາສູ່ທັງເປັນສັນຍາລັກການຮ່ວມມືແບບພິເສດລະຫວ່າງລາວ-ຈີນ ທີ່ກໍາລັງເລັ່ງການຫັນປ່ຽນໂຄງສ້າງເສດຖະກິດຂອງ ສປປ ລາວ ໃຫ້ເຊື່ອມໂຍງ ແລະ ເຊື່ອມຈອດກັບອາຊຽນ ແລະ ສປ ຈີນ ໃຫ້ໄວຂຶ້ນ ແລະ ຈະປ່ຽນໂສມໜ້າຂອງການພັດທະນາຂອງ ສປປ ລາວ ໃນອະນາຄົດ.

ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ເນັ້ນໜັກວ່າ: ພວກເຮົາ ຈະຊຸກຍູ້ໃຫ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຈີນໄດ້ເຊື່ອມຕໍ່ກັບຍຸດທະສາດຂອງລາວ ແລະ ຂອງອາຊຽນທີ່ຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດທີ່ເຊື່ອມໂຍງ ແລະ ເຊື່ອມຈອດທາງບົກ, ຊຸກຍູ້ການກໍ່ສ້າງແລວເສດຖະກິດລາວ-ຈີນ, ສົ່ງເສີມໃຫ້ລາວໃຫ້ກາຍເປັນປະຕູ ແລະ ເປັນຂົວຕໍ່ໃຫຍ່ໜຶ່ງທີ່ເຊື່ອມຈີນ ແລະ ອາຊຽນ.

ກອງປະຊຸມຄັ້ງນີ້, ເປັນໂອກາດໃຫ້ສອງຝ່າຍໄດ້ປຶກສາຫາລືກ່ຽວກັບຊ່ອງທາງການຮ່ວມມືອັນໃໝ່ ໃນການພັດທະນາເສດຖະກິດ-ການຄ້າ ທັງມີຄວາມໝາຍຄວາມສໍາຄັນຕໍ່ການສົ່ງເສີມການກໍ່ສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ, ການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງລາວ-ຈີນ ມີອະນາຄົດທີ່ສົດໃສ.

ທີ່ມາ: ປະຊາຊົນ

https://www.facebook.com/PasaxonNewspaper/posts/pfbid02iARgVmHGD3EYz86hRc9a6ZtpxHYrnyb4tpSNaLFX9hF1HQjub9oxeCNaD3YnNggql