ລາຍງານເຜີຍ 6 ເດືອນ ຕົ້ນປີ ລາຍໄດ້ສະເລ່ຍຂອງຄົນ ໃນນະຄອນຫຼວງວຽງຈັນ ເດືອນລະ 7 ລ້ານກວ່າກີບ


ລາຍງານເຜີຍ ໃນ 6 ເດືອນ ຕົ້ນປີ GDP ຕໍ່ຫົວຄົນທີ່ອາໄສໃນນະຄອນຫຼວງວຽງຈັນ ມີພຽງດືອນລະ 7 ລ້ານກວ່າກີບ ຫຼື ປະມານ 43,14 ​ລ້ານກີບ ຫຼື ປະມານ 2,000 ໂດລາ.

ອີງຕາມການລາຍງານຂອງ ໜັງສືພີມ ປະຊາຊົນ, ໂຕເລກດັ່ງກ່າວ ຖືກລາຍງານໂດຍ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ອາດສະພັງທອງ ສີພັນດອນ ໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ຊຸດທີ II ໃນວັນທີ 8 ກໍລະກົດນີ້.

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນວງວຽງຈັນ (ນວ) ໄດ້ລາຍງານວຽກທີ່ພົ້ນເດັ່ນ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 6 ເດືອນຕົ້ນປີວ່າ: ເສດຖະກິດ ນວ ຄາດວ່າຈະຂະຫາຍຕົວໃນລະດັບ 5.7% (ມະຕິສະພາໃຫ້ບັນລຸ 5,5%) ລວມຍອດຜະລິດຕະພັນພາຍໃນ (GDP) ຄາດວ່າຈະບັນລຸ 43,960.07 ຕື້ກີບ ເທົ່າກັບ 51.23% ຂອງແຜນການປີ (ມະຕິສະພາໃຫ້ບັນລຸ 85,799 ຕື້ກີບ) GDP ສະເລ່ຍຕໍ່ຫົວຄົນ 43.14 ລ້ານກີບ (ມະຕິສະພາ ໃຫ້ໄດ້ 81.7 ລ້ານກີບ).

ໃນນັ້ນ ຂະແໜງກະສິກໍາຂະຫຍາຍຕົວເພີ່ມຂຶ້ນ 4.2% ກວມເອົາ 13% ຂອງ GDP (ມະຕິສະພາໃຫ້ເພີ່ມຂຶ້ນ 4% ກວມເອົາ 14.3% ຂອງ GDP) ຂະແໜງອຸດສາຫະກຳຂະຫຍາຍຕົວເພີ່ມຂຶ້ນ 7.05% ກວມເອົາ 48% ຂອງ GDP (ມະຕິສະພາໃຫ້ເພີ່ມຂຶ້ນ 6.9% ກວມເອົາ 47.5% ຂອງ GDP), ຂະແໜງບໍລິການ ຂະຫຍາຍຕົວເພີ່ມຂຶ້ນ 3.8% ກວມເອົາ 39% ຂອງ GDP (ມະຕິສະພາໃຫ້ເພີ່ມຂຶ້ນ 3.5% ກວມເອົາ 38.2% ຂອງ GDP).

ດ້ານງົບປະມານ ຮອດວັນທີ 30 ມິຖຸນາ 2024 ສາມາດເກັບລາຍຮັບງົບປະມານໄດ້ທັງໝົດ 5,029.26 ຕື້ກີບ ເທົ່າກັບ 70.39% ຂອງແຜນການສະພາຮັບຮອງ 7,144.42 ຕື້ກີບ ໃນນີ້ ລາຍຮັບພູດນະຄອນຫຼວງ ຈັດເກັບ 1,543.66 ຕື້ກີບ ເທົ່າກັບ 90,75% ຂອງມະຕິສະພາ 1,701.06 ຕື້ກີບ, ດ້ານລາຍຈ່າຍ ປະຕິບັດໄດ້ 426.63 ຕື້ກີບ ເທົ່າກັບ 74.71% ຂອງມະຕິສະພາ (570.98 ຕື້ກີບ), ດ້ານດຸ່ນດ່ຽງ ປະຕິບັດໄດ້ 506.52 ຕື້ກີບ ເທົ່າກັບ 44.82% (ຂອງມະຕິສະພາ 1,130.07 ຕື້ກີບ), ດ້ານແຫຼ່ງທຶນເພື່ອການພັດທະນາ ການລົງທຶນລວມທົ່ວສັງຄົມສາມາດປະຕິບັດໄດ້ 10,511 ຕື້ກີບ ເທົ່າກັບ 52.16% (ຂອງມະຕິສະພາ 20,150 ຕື້ກີບ).

https://www.facebook.com/photo/?fbid=1023818579431598&set=a.563325788814215

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/