ລາຍງານເຜີຍ ຊາວເກົາຫຼີໃຕ້ກວ່າ 3.000 ຄົນ ‘ຕາຍຢ່າງໂດດດ່ຽວ’ ເມື່ອປີ 2021 ທີ່ຜ່ານມາ

ລາຍງານເຜີຍ-ຊາວເກົາຫຼີໃຕ້

ທີ່ຜ່ານມາເຮົາອາດເຄີຍໄດ້ຍິນນິຍາມທີ່ວ່າ “ມະນຸດນັ້ນເປັນສັດສັງຄົມ ແລະ ມັກຢູ່ລວມກັນເປັນກຸ່ມ” ແຕ່ວ່າທຸກມື້ນີ້ຄຳນິຍາມດັ່ງກ່າວອາດໃຊ້ບໍ່ໄດ້ກັບມະນຸດທຸກຄົນ ເພາະເມື່ອເວລາທີ່ພວກເຂົາຈາກໂລກໄປ ອາດຈາກໄປແບບໂດດດ່ຽວກໍເປັນໄດ້ ເຊັ່ນດຽວກັບລາຍງານຈາກເກົາຫຼີໃຕ້ທີ່ອອກມາເຜີຍວ່າ ປະຊາກອນຊາວເກົາຫຼີໃຕ້ກວ່າ 3.000 ຄົນຕາຍຢ່າງໂດດດ່ຽວເມື່ອປີທີ່ຜ່ານມາ ໂດຍຜູ້ເສຍຊີວິດສ່ວນໃຫຍ່ເປັນໄວກາງຄົນທີ່ຢູ່ຄົນດຽວ, ຕັດຂາດຈາກຄອບຄົວ, ຕາຍຈາກການຂ້າຄົວຕາຍ-ອາການປ່ວຍ ແລະ ມັກຈະຕາຍແບບທີ່ບໍ່ມີໃຜຮັບຮູ້ໃນທັນທີ ບໍ່ມີໃຜມາພົບສົບໃນໄລຍະຫຼາຍມື້ ຫຼື ບາງກໍລະນີກໍເປັນເວລາຫຼາຍອາທິດ.

ລາຍງານເຜີຍ-ຊາວເກົາຫຼີໃຕ້

ປາກົດການທີ່ກ່າວມາຂ້າງເທິງຂອງຊາວເກົາຫຼີໃຕ້ນີ້ ເອີ້ນວ່າ ‘ໂກດົກຊາ’ (Godoksa) ທີ່ມີຄວາມໝາຍວ່າ ‘ຄວາມຕາຍທີ່ໂດດດ່ຽວ’ ໃນພາສາເກົາຫຼີ ເຊິ່ງກາຍເປັນບັນຫາລະດັບຊາດໃນໄລຍະທົດສະວັດທີ່ຜ່ານມາ ເພາະຈຳນວນຜູ້ທີ່ຕາຍແບບໂດດດ່ຽວມີຈຳນວນເພີ່ມຂຶ້ນສູງຢູ່ເລື້ອຍໆ.

ແລະເມື່ອບໍ່ດົນມານີ້ ກະຊວງສຸຂະພາບ ແລະ ສະຫວັດດີການເກົາຫຼີໃຕ້ໄດ້ປ່ອຍລາຍງານສະຖິຕິການເສຍຊີວິດ ຂໍ້ມູນບົ່ງຊີ້ວ່າມີປະຊາກອນ 3.378 ຄົນຕາຍຢ່າງໂດດດ່ຽວໃນປີ 2021 ທີ່ຜ່ານມາ ເຊິ່ງເພີ່ມສູງຂຶ້ນຈາກປີ 2020 ທີ່ມີການເສຍຊີວິດໃນລັກສະນະນີ້ຈຳນວນ 3.279 ຄົນ.

ລາຍງານເຜີຍ-ຊາວເກົາຫຼີໃຕ້

ທັງນີ້ສະຖິຕິຍັງເປີດເຜີຍວ່າອັດຕາການຕາຍຢ່າງໂດດດ່ຽວເພີ່ມສູງຂຶ້ນໃນໄລຍະ 5 ປີທີ່ຜ່ານມາ ໂດຍການເສຍຊີວິດໃນລັກສະນະນີ້ມີມາຈາກຫຼາກຫຼາຍໄວອາຍຸຄົນ ແລະ ສະຖິຕິທີ່ໜ້າສົນໃຈຄື ເພດຊາຍແມ່ນຈະປະເຊີນກັບການຕາຍຢ່າງໂດດດ່ຽວສູງກວ່າເພດຍິງເຖິງ 5,3 ເທົ່າ ໂດຍມີຜູ້ຊາຍຕາຍຢ່າງໂດດດ່ຽວ 2.817 ຄົນ ຂະນະທີ່ຜູ້ຍິງມີພຽງ 529 ຄົນ.

ລາຍງານເຜີຍ-ຊາວເກົາຫຼີໃຕ້

ຢ່າງໃດກໍຕາມ ລາຍງານສະຖິຕິແມ່ນບໍ່ໄດ້ລະບຸວ່າ ສາເຫດຂອງການຕາຍຢ່າງດຽວດາຍຄືຫຍັງ ແຕ່ປາກົດການໂກດົກຊາຖືກສຶກສາມາດົນນານແລ້ວໂດຍທາງພາກລັດ ເພາະຫວັງຈະເຮັດຄວາມເຂົ້າໃຈວ່າ ສາເຫດທີ່ມາຄືຫຍັງ ແລະ ຕ້ອງເຮັດແນວໃດເພື່ອຫາວິທີແກ້ໄຂບໍ່ໃຫ້ເກີດເຫດການໃນລັກສະນະນີ້ຂຶ້ນ.

ລາຍງານເຜີຍ-ຊາວເກົາຫຼີໃຕ້

ໂດຍເມື່ອປີ 2021 ລັດຖະບານກໍປະກາດໃຊ້ກົດໝາຍ ‘ປ້ອງກັນ ແລະ ຈັດການການຕາຍຢ່າງໂດດດ່ຽວ’ ທີ່ໄດ້ບັນຍັດໃຫ້ມີການອັບເດດຈຳນວນຄົນເສຍຊີວິດຢ່າງໂດດດ່ຽວໃນທຸກໆ 5 ປີເພື່ອປະໂຫຍດຕໍ່ການຈັດເຮັດນະໂຍບາຍເພື່ອປ້ອງກັນການເສຍຊີວິດໃນລັກສະນະດັ່ງກ່າວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/