ລາຄາ Bitcoin ດີດຂຶ້ນ 64,300 ໂດລາ ສູງສຸດໃນຮອບ 7 ມື້ ຫຼັງຈີນ ປະກາດມາດຕະການກະຕຸ້ນເສດຖະກິດ.

ຈີນໄດ້ປະກາດ ຈະເພີ່ມປະລິມານໜີ້ຂຶ້ນ ເພື່ອກະຕຸ້ນເສດຖະກິດທີ່ກຳລັງອ່ອນແອ ແຕ່ບໍ່ໄດ້ເປີດເຜີຍລາຍລະອຽດເມັດເງິນທີ່ຈະໃຊ້ໃນການກະຕຸ້ນເສດຖະກິດ ເຮັດໃຫ້ນັກລົງທຶນຮູ້ສຶກບໍ່ແນ່ໃຈກ່ຽວກັບຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ຄວາມຍັ້ງຢືນຂອງການຟື້ນຕົວໃນຕະຫຼາດຫຮຸ້ນ.

ເມື່ອເດືອນ ກັນຍາທີ່ຜ່ານມາ  Bitcoin ດີດຂຶ້ນ 65,000 ໂດລາ ຫຼັງຈາກທີ່ຈີນປະກາດວ່າຈະອັດສີດເງິນທຶນ 113,000 ລ້ານໂດລາເພື່ອສະໜັບສະໜູນຮຸ້ນທີ່ກຳລັງປະສົບບັນຫາ, ນອກຈາກນີ້ ຈີນຍັງປະກາດວ່າຈະລົດຂໍ້ກຳໜົດເລື່ອງການສຳຮອງເງິນຂອງທະນາຄານ ແລະ ຜ່ອນຄາຍກົດລະບຽບສຳຫຼັບການຊື້ເຮືອນ ຫຼັງທີ່ສອງລົງອີກດ້ວຍ.

ຜູ້ຊ່ຽວຊານເຊື່ອວ່າ ມາດຕະການກະຕຸ້ນເສດຖະກິດຂອງຈີນ ຈາກທະນາຄານກາງ ຈະຊ່ວຍສະໜັບສະໜູນຕະຫຼາດ Crypto ຕະຫຼອດໃນໄລຍະເວລາທີ່ເຫຼືອຂອງປີນີ້ ໃນຂະນະທີ່ອັດຕາດອກເບ້ຍຂອງສະຫະລັດ ອາເມຣິກາ ແລະ ຕ່າງປະເທດກຳລັງຖືກປັບລົດລົງ.

https://siamblockchain.com/2024/10/14/bitcoin-jumps-asian-stocks-mixed-as-traders-assess-chinas-economic