ລາຄາຫຼຽນ SNFT ຫຼຸດລົງ 20% ສວນທາງກັບໄຊຊະນະ! ຫຼັງຈາກທີ່ສະເປນຄວ້າແຊ້ມຢູໂຣ 2024


ປະເທດສະ​ເປນ​ສະ​ເຫຼີມ​ສະ​ຫຼອງ​ໄຊ​ຊະ​ນະ​ໃນເສິກ UEFA Euro 2024 ແຕ່​ຫຼຽນ crypto ປະຈຳທີມຊາດສະເປນ ຫຼື National Fan Token (SNFT) ກັບຫຼຸດລົງສວນທາງກັບໄຊຊະນະ.

ລາຄາ SNFT ຫຼຸດລົງ 20% ຫຼື 0.024 ໂດລາໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ. ສົ່ງຜົນໃຫ້ມູນຄ່າຕະຫຼາດເຫຼືອ 565,000 ໂດລາ, ອີງຂໍ້ມູນຈາກ Coingecko. ເຊິ່ງເຫດການດັ່ງກ່າວໄດ້ສວນທາງກັບຫຼຽນແຟນກິລາບານເຕະຊັ້ນນໍາອື່ນໆເຊັ່ນ: Paris Saint-Germain Fan ແລະ FC Barcelona Fan, ທີ່ລາຄາເພີ່ມຂຶ້ນ 2% ຫາ 4% ທ່າມກາງການຟື້ນຕົວຂຶ້ນຂອງລາຄາ Bitcoin

ຫຼຽນ SNFT ເປີດຕົວຄັ້ງທຳອິດໃນປີ 2021 ຮ່ວມກັບ Royal Spanish Football Federation ແລະ Bitci blockchain platform ຂອງຕຸຣເຄຍ, ໂດຍມີຈຸດປະສົງເພື່ອເພີ່ມການມີສ່ວນຮ່ວມຂອງແຟນໆ ແລະ ມອບປະສົບການທີ່ເປັນພິເສດໃຫ້ກັບຜູ້ຫຼົງໃຫຼໃນກິລາ ແລະ ນັກລົງທຶນ.

ນັກວິເຄາະຄາດການວ່າ ການຫຼຸດລົງຂອງລາຄາ SNFT ອາດຈະເກີດຂຶ້ນຈາກປາກົດການ “buy the rumor, sell the fact” ຫຼື ການຊື້ເມື່ອມີຂ່າວລື ແລະ ຂາຍເມື່ອມີຂ່າວຈິງ, ໂດຍລາຄາ SNFT ເພີ່ມຂຶ້ນຫຼາຍກວ່າ 70% ເປັນ  0.03845 ໂດລາໃນສາມມື້ກ່ອນການແຂ່ງຂັນຮອບຊິງຊະນະເລີດ

ຢ່າງໃດກໍຕາມ, ນັກຄົ້ນຄວ້າຍັງມີຄວາມຄິດເຫັນທີ່ແຕກຕ່າງກັນກ່ຽວກັບຜົນກະທົບຂອງການແຂ່ງຂັນບານເຕະຕໍ່ມູນຄ່າຕະຫຼາດຂອງຫຼຽນ. ອີງຈາກການສຶກສາໜຶ່ງໂດຍ Mieszko Mazur ແລະ Miguel Vega ໃນປີ 2022 ໄດ້ສຶກສາຄວາມສໍາພັນລະຫວ່າງຫຼຽນ Fan Tokens ແລະ ຜົນການແຂ່ງຂັນ ພົບວ່າຜົນງານຂອງທີມບໍ່ມີຜົນຕໍ່ລາຄາຂອງຫຼຽນ.

ທັງນີ້, Fan Tokens ມັກຈະມີຄວາມຜັນຜວນຂອງລາຄາສູງ, ບົດການວິເຄາະດຽວກັນຍັງລະບຸວ່າ ໃນໄລຍະຍາວ ຫຼຽນເຫຼົ່ານີ້ມັກຈະໃຫ້ຜົນຕອບແທນທີ່ບໍ່ດີກວ່າເກນມາດຕະຖານຂອງ crypto ຊັ້ນນໍາ.

ທີ່ມາ:

coindesk

aljazeera

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/