ລາຄາຄຳປັບຕົວລົງ ຈາກແຮງເທຂາຍໄລຍະສັ້ນ ຜູ້ຊ່ຽວຊານຄາດວ່າລາຄາຄຳຍັງສາມາດເພີ່ມຂຶ້ນໄດ້ອີກ


ຄຳຂອງໂລກໄດ້ປະເຊີນກັບຄວາມກົດດັນຢ່າງໜັກ ເຮັດໃຫ້ລາຄາຫຼຸດລົງຢ່າງຫຼວງຫຼາຍໃນຕອນເຊົ້າຂອງວັນທີ 23 ເດືອນເມສາປີ 2024, ເຊິ່ງຫຼຸດລົງເຖິງ 2,300 ໂດລາຕໍ່ອອນ ເປັນຄັ້ງທໍາອິດໃນຮອບເກືອບສອງເດືອນ, ນັກລົງທຶນສ່ວນຫຼາຍໄດ້ພາກັນເທຂາຍຄໍາເພື່ອຊື້ສິນຊັບທີ່ປອດໄພເຊັ່ນເງິນໂດລາສະຫະລັດ. ທ່າມກາງຄວາມວິຕົກກັງວົນກ່ຽວກັບສະຖານະການທີ່ເຄັ່ງຕຶງຢູ່ຕາເວັນອອກກາງ ​ແລະ ​ຜົນ​ຂອງ​ກອງ​ປະຊຸມ​ທະນາຄານ​ກາງ​ສະຫະລັດ (Fed).

  • ຄວາມເຄັ່ງຕຶງຢູ່ຕາເວັນອອກກາງ

ອີຣານຂູ່ທີ່ຈະໂຈມຕີສະຖານທີ່ນິວເຄຼຍຂອງອິດສະຣາເອວ, ສົ່ງຜົນໃຫ້ ຄວາມສ່ຽງທາງດ້ານພູມສາດທີ່ເພີ່ມສູງຂຶ້ນ. ດັ່ງນັ້ນ, ນັກລົງທຶນຈຶ່ງເທຂາຍຊັບສິນທີ່ມີຄວາມສ່ຽງເຊັ່ນ: ຄໍາ.

ສະຖານະການທີ່ເຄັ່ງຕຶງໃນຕາເວັນອອກກາງ ມັກຈະສົ່ງຜົນໃຫ້ລາຄາຄໍາສູງຂຶ້ນ ເນື່ອງຈາກວ່ານັກລົງທຶນກໍາລັງຊອກຫາຊັບສິນທີ່ປອດໄພ.

ຢ່າງໃດກໍຕາມ, ໃນກໍລະນີນີ້ ນັກລົງທຶນເທຂາຍຄໍາ ເນື່ອງຈາກ​ກັງວົນ​ວ່າ​ສົງຄາມ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເສດຖະກິດ​ໂລກ ແລະ Fed ຕ້ອງການທີ່ຈະເລັ່ງການເພີ່ມອັດຕາດອກເບ້ຍຂຶ້ນ.

  • ມູນຄ່າເງິນໂດລາສະຫະລັດທີ່ເຂັ້ມແຂງ

ຄ່າເງິນໂດລາສະຫະລັດທີ່ເຂັ້ມແຂງຂຶ້ນ ໄດ້ດຶງດູດນັກລົງທຶນທີ່ຕ້ອງການຄວາມປອດໄພ. ໂດຍທົ່ວໄປ, ເມື່ອເງິນໂດລາມີຄວາມແຂງຄ່າຂຶ້ນ ລາຄາຄໍາມີແນວໂນ້ມທີ່ຈະອ່ອນລົງ.

ໂດຍເຫດນີ້ຄ່າເງິນໂດລາທີ່ມີຄວາມເຂັ້ມແຂງຂຶ້ນໃນໄລຍະເວລານີ້ ແມ່ນຍ້ອນຈາກນັກລົງທຶນຄາດການວ່າ Fed ຈະເພີ່ມອັດຕາດອກເບ້ຍໄວກວ່າທີ່ຄາດໄວ້.

  • ຜົນການປະຊຸມຂອງ Fed

ນັກລົງທຶນເທຂາຍຄໍາເພື່ອລໍຖ້າຜົນຈາກກອງປະຊຸມ Fed ໃນວັນທີ 25-26 ເດືອນເມສາ 25-26 ນີ້. ນັກລົງທຶນຄາດວ່າ Fed ຈະເພີ່ມອັດຕາດອກເບ້ຍເພື່ອຕໍ່ສູ້ກັບອັດຕາເງິນເຟີ້.

ໂດຍທົ່ວໄປແລ້ວ, ເມື່ອ Fed ເພີ່ມອັດຕາດອກເບ້ຍ ຄໍາມີແນວໂນ້ມທີ່ຈະອ່ອນລົງ. ເນື່ອງຈາກວ່ານັກລົງທຶນຈະຫັນໄປລົງທຶນໃນສິນຊັບທີ່ໃຫ້ຜົນຕອບແທນເຊັ່ນ: ພັນທະບັດ.

ໃນຂະນະດຽວກັນ, ສູນຄົ້ນຄວ້າຄໍາໄດ້ເປີດເຜີຍຜົນສໍາຫຼວດທິດທາງ “ລາຄາຄໍາ” ປະຈຳອາທິດຕັ້ງແຕ່ວັນທີ 22-26 ເດືອນເມສາ, ໂດຍຜູ້ຊ່ຽວຊານ-ນັກລົງທຶນ ຄາດວ່າລາຄາຄຳຈະສືບຕໍ່ເພີ່ມຂຶ້ນ. ທັງນີ້ປັດໄຈທີ່ຈະຕ້ອງຕິດຕາມມີດັ່ງນີ້:

  1. ສະຖານະ​ການ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ໃນທ້າຍອາທິດທີ່ຜ່ານມາ, ລາຄາຄໍາໄດ້ສືບຕໍ່ບັນລຸລະດັບສູງໃໝ່. ຄວາມ​ກັງ​ວົນ​ກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​​ລະ​ຫວ່າງ ອີ​ຣານ ແລະ ອິດ​ສະ​ຣາ​ເອວ ໄດ້​ກະ​ຕຸ້ນ​ໃຫ້​ມີ​ການ​ຊື້​ຄຳ, ເປັນ​ຊັບ​ສິນ​ທີ່​ປອດ​ໄພ.
  2. ກອງປະຊຸມທະນາຄານແຫ່ງຍີ່ປຸ່ນ (BOJ) ຄາດວ່າ BOJ ຈະສືບຕໍ່ຫຼຸດຜ່ອນການກະຕຸ້ນການເງິນ. ຖ້າຫາກອັດຕາເງິນເຟີ້ພື້ນຖານຂອງຍີ່ປຸ່ນເຄື່ອນຕົວເຂົ້າໃກ້ 2% ຕາມທີ່ BOJ ຄາດໄວ້, ການເຄື່ອນໄຫວດັ່ງກ່າວນັບເປັນການສົ່ງສັນຍານວ່າ BOJ ອາດຈະຂຶ້ນອັດຕາດອກເບ້ຍອີກຄັ້ງໃນປີນີ້.
  3. ລາຍ​ງານຕົວ​ເລກ​ເສດ​ຖະ​ກິດ​ສະ​ຫະ​ລັດ​ທີ່​ສໍາ​ຄັນ​ ລວມ​ມີ​:
    – ຍອດຂາຍເຮືອນໃໝ່
    – ຍອດຂາຍເຮືອນທີ່ລໍຖ້າປິດໃນເດືອນມີນາ 2024
    – ດັດຊະນີຜູ້ຈັດການຝ່າຍຈັດຊື້ (PMI) ຂະແໜງການຜະລິດ ແລະ ຂະແໜງບໍລິການຂັ້ນຕົ້ນເດືອນເມສາ 2024 ຈາກ S&P Global
    – ລາຍງານກ່ຽວກັບຈໍານວນຜູ້ຂໍຮັບສະຫວັດດີການການເງິນຊ່ວຍເຫຼືອສຳລັບຄົນວ່າງງານປະຈໍາອາທິດ.
    – ການຄາດການເບື້ອງຕົ້ນຂອງ GDP ໄຕມາດທີ 1 ປີ 2024 ລວມມີດັດຊະນີລາຄາການໃຊ້ຈ່າຍສ່ວນບຸກຄົນ (PCE). ໂດຍດັດຊະນີດັ່ງກ່າວແມ່ນຂໍ້ມູນເງິນເຟີ້ທີ່ສໍາຄັນໂຕສຸດທ້າຍກ່ອນທີ່ Fed ຈະຈັດກອງປະຊຸມນະໂຍບາຍການເງິນຂອງຕົນໃນວັນທີ 1 ພຶດສະພາ 2024.

ນອກຈາກນີ້, ປັດໄຈອື່ນໆທີ່ອາດຈະສົ່ງຜົນກະທົບຕໍ່ລາຄາຂອງຄໍາຄື: ເສດຖະກິດໂລກມີຄວາມສ່ຽງສູງ ອາດເຮັດໃຫ້ Fed ຕ້ອງຊະລໍການເພີ່ມອັດຕາດອກເບ້ຍ ເພື່ອໜຸນໃຫ້ຄຳກັບມາເປັນທີ່ໜ້າສົນໃຈອີກຄັ້ງ, ອັດຕາເງິນເຟີ້ຍັງຄົງຢູ່ໃນລະດັບສູງ ຄໍາຍັງຄົງເປັນສິນຊັບປ້ອງກັນໄພເງິນເຟີ້, ຄວາມຕ້ອງການຈາກນັກລົງທຶນລາຍຍ່ອຍ ອາດຈະຊື້ຄໍາເພື່ອກະຈາຍຄວາມສ່ຽງ.

ທີ່ມາ:

moneyandbanking

investing

fxstreet

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/