ລັດແຄລິຟໍເນຍວາງແຜນໃຊ້ທຶນກວ່າ 2,9 ພັນລ້ານໂດລາໃນການສ້າງເຄື່ອງສາກລົດໄຟຟ້າ ເພື່ອຕອບສະໜອງຍຸດທະສາດການຂົນສົ່ງໄຮ້ມົນລະພິດ

ລັດແຄລິຟໍເນຍວາງແຜນໃຊ້ທຶນ

ໃນປັດຈຸບັນນີ້ ຫຼາຍໆປະເທດແມ່ນໃຫ້ຄວາມສຳຄັນກັບການຮັກສາສິ່ງແວດລ້ອມ ແລະ ການລົດພາວະໂລກຮ້ອນມາເປັນອັນດັບຕົ້ນໆ ໂດຍຜ່ານການອອກມາດຕະການ ຫຼື ນະໂຍບາຍຕ່າງໆ ເຊັ່ນດຽວກັບທາງລັດແຄລິຟໍເນຍ ປະເທດສະຫະລັດອາເມຣິກາ ທີ່ເມື່ອບໍ່ດົນມານີ້ທາງຄະນະກຳມາທິການພະລັງງານແຫ່ງແຄລິຟໍເນຍ (CEC) ໄດ້ອອກມາຖະແຫຼງການຜ່ານເວັບໄຊເຖິງແຜນການລົງທຶນງົບປະມານ 2,9 ພັນລ້ານໂດລາ ສຳລັບການສ້າງເຄື່ອງສາກລົດໄຟຟ້າ (EV) ຈຳນວນ 90.000 ເຄື່ອງ ພາຍໃນປີ 2026 ເພື່ອເປັນການເລັ່ງຕອບສະໜອງຍຸດທະສາດການຂົນສົ່ງທີ່ໄຮ້ມົນລະພິດຂອງລັດແຄລິຟໍເນຍ.

ລັດແຄລິຟໍເນຍວາງແຜນໃຊ້ທຶນ

ທັງນີ້ໃນຈຳນວນເງິນທຶນ 2,9 ພັນລ້ານໂດລາ ແມ່ນຈະຖືກແບ່ງເປັນ 3 ກ້ອນໃຫຍ່ຄື: ເງິນກ້ອນທຳອິດ ຈຳນວນ 1,7 ພັນລ້ານໂດລາ ແມ່ນຈະຖືກນຳໄປສ້າງໂຄງສ້າງພື້ນຖານສຳລັບເຄື່ອງສາກລົດພະລັງງານໄຟຟ້າໄຮ້ມົນລະພິດ (ZEV) ຂະໜາດກາງ ແລະ ຂະໜາດໃຫຍ່; ຕໍ່ມາທຶນກ້ອນທີ 2 ຈຳນວນ 900 ລ້ານໂດລາ ຈະຖືກນຳໄປໃຊ້ໃນການສ້າງ ແລະ ພັດທະນາເຄື່ອງສາກສຳລັບລົດຂະໜາດນ້ອຍ ແລະ ທຶນກ້ອນສຸດທ້າຍຈຳນວນ 118 ລ້ານ ຈະຖືກນຳໄປໃຊ້ໃນການຜະລິດລົດພະລັງງານໄຟຟ້າໄຮ້ມົນລະພິດ ແລະ ເງິນທຶນສ່ວນທີ່ເຫຼືອອີກກວ່າ 200 ລ້ານໂດລາ ສຳລັບຄ່າໃຊ້ຈ່າຍຕ່າງໆ.

ລັດແຄລິຟໍເນຍວາງແຜນໃຊ້ທຶນ

“ການໃຫ້ຊາວແຄລິຟໍເນຍທຸກຄົນມີຄວາມສາມາດໃນການສາກລົດທີ່ປ່ອຍມົນລະພິດເປັນສູນ ແລະ ການເພີ່ມໂຄງສ້າງພື້ນຖານເພື່ອສາກລົດບັນທຸກ ແລະ ລົດໂດຍສານ ເປັນເລື່ອງສຳຄັນສຳລັບການປ່ຽນແປງທີ່ຈຳເປັນຂອງລັດແຄລິຟໍເນຍ ໄປສູ່ລະບົບຂົນສົ່ງທີ່ສະອາດ” ລີແອນ ແຣນດອຟ (Liane Randolph) ປະທານຄະນະກຳມະການຊັບພະຍາກອນທາງອາກາດແຄລິຟໍເນຍ (CARB) ກ່າວ.

ລັດແຄລິຟໍເນຍວາງແຜນໃຊ້ທຶນ

ເຊິ່ງກ່ອນໜ້ານີ້ໃນປີ 2021 ແຄລິຟໍເນຍມີຍອດຂາຍລົດພະລັງງານໄຟຟ້າໄຮ້ມົນລະພິດເກີນ 1 ລ້ານຄັນ ແລະ ເປັນຜູ້ນຳຂອງສະຫະລັດອາເມຣິກາໃນຕະຫຼາດລົດພະລັງງານໄຟຟ້າໄຮ້ມົນລະພິດ ເຊິ່ງມີການລະດົມທຶນສາທາລະນະໃນລະດັບສູງສຸດ, ມີເປີເຊັນສ່ວນແບ່ງຕະຫຼາດທີ່ໃຫຍ່ທີ່ສຸດ ແລະ ມີສະຖານີສາກສາທາລະນະທີ່ກວ້າງຂວາງທີ່ສຸດ. ດ້ວຍເຫດນັ້ນຈຶ່ງກ່າວໄດ້ວ່າ ຄວາມສຳເລັດຂອງໂຄງການຂອງລັດ ເຮັດໃຫ້ລົດພະລັງງານໄຟຟ້າໄຮ້ມົນລະພິດກາຍເປັນສິນຄ້າສົ່ງອອກອັນດັບຕົ້ນໆ ຂອງລັດ ແລະ ກະຕຸ້ນຄວາມກ້າວໜ້າທີ່ສຳຄັນໃນການຜະລິດ ແລະ ການສ້າງວຽກພາຍໃນລັດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/