ລັດຖະບານ ວາງແຜນຊຸກຍູ້ເສດຖະກິດໃຫ້ກ້າວໜ້າຂຶ້ນໃນລະດັບ 4,5% ຂຶ້ນໄປ

ລັດຖະບານ

ໃນໂອກາດກອງປະຊຸມພົບປະນັກທຸລະກິດ ແລະ ງານມອບ–ຮັບຮາງວັນນັກທຸລະກິດຊັ້ນນໍາດີເດັ່ນ ສຄອຊ ປະຈໍາປີ 2022 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວໂອ້ລົມຕໍ່ທີ່ປະຊຸມ ເຊິ່ງທ່ານໄດ້ນໍາສະເໜີ ແຜນພັດທະນາເສດຖະກິດ–ສັງຄົມແຫ່ງຊາດ 2023 ລັດຖະບານ ຈະໄດ້ເອົາໃຈໃສ່ສຸມໃສ່ການຈັດຕັ້ງປະຕິບັດສູ້ຊົນໃຫ້ GDP ຂະຫຍາຍຕົວໃນລະດັບ 4,5% ຂຶ້ນໄປ.

ທ່ານນາຍົກ ໄດ້ກ່າວບາງຕອນວ່າ: ໃນປີ 2023 ນີ້ ສະພາບແວດລ້ອມຂອງພາກພື້ນ–ສາກົນ ຍັງຈະສືບຕໍ່ປ່ຽນແປງຢ່າງສັບສົນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະແມ່ນການລະບາດຂອງພະຍາດໂຄວິດ–19, ບັນຫາລາຄາສິນຄ້າ ແລະ ນໍ້າມັນ, ຄວາມຂັດແຍ້ງດ້ານການເມືອງ, ບັນຫາໄພທໍາມະຊາດ, ການປ່ຽນແປງຂອງເທັກໂນໂລຢີ ແລະ ການແຂ່ງຂັນທາງດ້ານເສດຖະກິດຕ່າງໆ; ບວກໃສ່ ສປປ ລາວ ກໍຍັງມີຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ, ບັນຫາດ້ານການເງິນ, ການແກ້ໄຂບັນຫາຢາເສບຕິດ ແລະ ອື່ນໆ.

ຕໍ່ກັບບັນຫາຕ່າງໆທີ່ກ່າວມານັ້ນ ລັດຖະບານ ໄດ້ພະຍາຍາມຊອກຫາທຸກວິທີທາງ ເພື່ອແກ້ໄຂ ໂດຍສະເພາະແມ່ນໄດ້ພະຍາຍາມສ້າງສິ່ງເອື້ອອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ, ການຄ້າ, ການລົງທຶນຂອງພາຍໃນ ແລະ ຕ່າງປະເທດ ພ້ອມທັງພະຍາຍາມດຶງດູດເອົາການສະໜັບສະໜູນຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັັ້ງສາກົນ ແລະ ນັກລົງທຶນຕ່າງປະເທດໃຫ້ເຂົ້າມາຊ່ວຍເຫຼືອ ແລະ ລົງທຶນຢູ່ ສປປ ລາວ ໃຫ້ນັບມື້ຫຼາຍຂຶ້ນ ໂດຍອີງໃສ່ທ່າແຮງທີ່ ສປປ ລາວ ເຮົາມີຢູ່.

ລັດຖະບານ

ທ່ານກ່າວຕື່ມວ່າ: ປີ 2023 ລັດຖະບານ ຈະໄດ້ເອົາໃຈໃສ່ ສຸມໃສ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ–ສັງຄົມແຫ່ງຊາດ ແລະ ເນັ້ນໃສ່ເປົ້າໝາຍຈຸດສຸມຕ່າງໆເຊັ່ນ:
(1) ຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທີ່ໜັກແໜ້ນ.
(2) ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ໄປຕາມທິດທີ່ໄດ້ກໍານົດໄວ້.
(3) ຊຸກຍູ້ທ່າແຮງດ້ານເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ.
(4) ເລັງໃສ່ການພັດທະນາຊັບພະຍາກອນມະນຸດຢ່າງຕັັ້ງໜ້າ ໂດຍເນັ້ນເອົາຄຸນະພາບເປັນກົກ.
(5) ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຕິດພັນກັບວຽກງານ 3 ສ້າງໃຫ້ແຂງແຮງ ແລະ ມີຈຸດສຸມກວ່າເກົ່າ.
(6) ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດຕາມທິດຍືນຍົງ ແລະ ຕິດພັນກັບການຟື້ນຟູຜົນກະທົບຈາກໄພພິບັດທໍາມະຊາດຕາມຄວາມສາມາດຕົວຈິງ.
(7) ປັບປຸງການຄຸ້ມຄອງບໍລິຫານລັດ, ຄຸ້ມຄອງເສດຖະກິດ – ສັງຄົມ ຕາມລະບຽບກົດໝາຍທີ່ເຂັ້ມງວດກວ່າເກົ່າ ແລະ ຮັບປະກັນທາງດ້ານປະສິດທິພາບ ແລະ ປະສິດທິຜົນ.
(8) ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ດ້ວຍການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການເຊື່ອມໂຍງ – ເຊື່ອມຈອດ ຕາມທິດທີ່ກອງປະຊຼຸມໃຫຍ່ ຄັ້ງທີ XI ຂອງພັກກໍານົດໄວ້.

ໃນນີ້, ຈະໄດ້ເນັ້ນໃສ່ເປົ້າໝາຍທີ່ເປັນບູລິມະສິດ ຕິດພັນກັບການພັດທະນາເສດຖະກິດ–ສັງຄົມໃຫ້ກ້າວໄປຢ່າງໜັກແໜ້ນ ເຊັ່ນ: ລັດຖະບານຈະໄດ້ສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ໃນປີ 2023 ນີ້ ຂະຫຍາຍຕົວໃນລະດັບ 4,5% ຂຶ້ນໄປ, ລາຍຮັບຕໍ່ຫົວຄົນ (GDP ຕໍ່ຫົວຄົນ) ບໍ່ຕໍ່າກວ່າ 1.625 ໂດລາສະຫະລັດ ແລະ ລວມຍອດລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນ 1.534 ໂດລາສະຫະລັດ; ສູ້ຊົນຜະລິດກະສິກໍາເປັນສິນຄ້າ ໃຫ້ໄດ້ 7,47 ລ້ານໂຕນ, ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ບັນລຸ 14.029,09 ຕື້ກີບ, ຜະລິດກະແສໄຟຟ້າ ໃຫ້ບັນລຸໄດ້ 51.134 ລ້ານກິໂລວັດໂມງ ເປັນມູນຄ່າ 41.321 ຕື້ກີບ, ຜະລິດແຮ່ທາດ ໃຫ້ໄດ້ 19.795 ຕື້ກີບ.

ລັດຖະບານ

ສູ້ຊົນສ້າງມູນຄ່າການຈໍລະຈອນສິນຄ້າ ( ຂາຍຍົກ–ຂາຍຍ່ອຍ ແລະ ຄ່າບໍລິການສ້ອມແປງ) ໃຫ້ບັນລຸໄດ້ 73.541,80 ຕື້ກີບ, ການບໍລິການຂົນສົ່ງສິນຄ້າໃນທຸກເສັ້ນທາງ (ທາງບົກ, ທາງນໍ້າ, ທາງອາກາດ ແລະ ທາງລາງ) ໃຫ້ໄດ້ 12.754 ພັນໂຕນ, ການຂົນສົ່ງໂດຍສານໃນທຸກເສັ້ນທາງໃຫ້ໄດ້ 95.864 ພັນຄົນ ແລະ ສູ້ຊົນດຶງດູດນັກທ່ອງທ່ຽວມາທ່ອງທ່ຽວ ສປປ ລາວ ໃຫ້ໄດ້ປະມານ 1.400.000 ເທື່ອຄົນ ແລະ ສ້າງລາຍຮັບໝູນວຽນຈາກການທ່ອງທ່ຽວປະມານ 340.000.000 ໂດລາສະຫະລັດ.
ກອງປະຊຸມພົບປະນັກທຸລະກິດ ແລະ ງານມອບ – ຮັບຮາງວັນນັກທຸລະກິດຊັ້ນນໍາດີເດັ່ນສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ (ສຄອຊ) ປະຈໍາປີ 2022 ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2023 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.

ຂອບໃຈຂໍ້ມູນຈາກ: https://bit.ly/3JkfvQM

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/