ລັດຖະບານ ຊຸກຍູ້ ເສີມຂະຫຍາຍທ່າແຮງຂອງຂະແໜງການທ່ອງທ່ຽວ ໃຫ້ກາຍເປັນເສດຖະກິດປາຍແຫຼມ


ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມວິທະຍາສາດ ກ່ຽວກັບການເສີມຂະຫຍາຍທ່າແຮງບົ່ມຊ້ອນ ຂອງຂະແໜງການທ່ອງທ່ຽວ ໃຫ້ກາຍເປັນເສດຖະກິດປາຍແຫຼມ ເພື່ອປະກອບສ່ວນຊ່ວຍແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ.

ການເຄື່ອນໄຫວດັ່ງກ່າວ ເກີດຂຶ້ນໃນກອງປະຊຸມວິທະຍາສາດ ກ່ຽວກັບການເສີມຂະຫຍາຍທ່າແຮງບົ່ມຊ້ອນ ຂອງຂະແໜງການທ່ອງທ່ຽວ ໃຫ້ກາຍເປັນເສດຖະກິດປາຍແຫຼມ ຂຶ້ນວັນທີ 6-7 ມິຖຸນາ 2024 ທີ່ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ.

ຂະແໜງເສດຖະກິດປາຍແຫຼມ ໝາຍເຖິງຂະແໜງເສດຖະກິດທີ່ມີທ່າແຮງໄດ້ປຽບແບບທຽບຖານ ໃນດ້ານຕ່າງໆ, ເປັນຂະແໜງການນໍາໜ້າໃນການຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດທີ່ ຮັບປະກັນຄວາມໝັ້ນທ່ຽງ ແລະ ຕໍ່ເນື່ອງ, ສາມາດສ້າງລາຍຮັບແຫ່ງຊາດທີ່ເຂັ້ມແຂງ, ສ້າງວຽກເຮັດງານທຳໃຫ້ແກ່ສັງຄົມຢ່າງກວ້າງຂວາງ ແລະ ສ້າງການຫັນປ່ຽນໂຄງປະກອບເສດຖະກິດໝັກແໜ້ນ ແລະ ຍືນຍົງ.

ເຊິ່ງກອງປະຊຸມຄັ້ງນີ້ມີຫຼາຍຫົວຂໍ້ທີ່ນໍາມາສະເໜີເປັນຕົ້ນ ຍູ້ແຮງການພັດທະນາສົ່ງເສີມ ແລະ ຄຸ້ມຄອງການທ່ອງທ່ຽວໃຫ້ແຂງແຮງ ເພື່ອຊ່ວຍເຫຼືອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງລາວ (ບັນຫາສິ່ງທ້າທາຍ ແລະ ການແກ້ໄຂບັນຫາ) ການພັດທະນາສະຖານທີ່ທ່ອງທ່ຽວ ຜະລິດຕະພັນການທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສະດວກໃຫ້ມີຄຸນະພາບ ມີຄວາມຍືນຍົງ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ການຈັດຕັ້ງປະຕິບັດບັນດາກິດຈະກໍາ ໃນຂະແໜງການທ່ອງທ່ຽວ ເພື່ອຄຸ້ມຄອງ ແລະ ອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວ ການໂຄສະນາ-ສົ່ງເສີມການທ່ອງທ່ຽວລາວ ໃຫ້ເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍ ແລະ ການຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນໃນຂະແໜງການທ່ອງທ່ຽວ ເພື່ອໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ການປຶກສາຫາລືດັ່ງກ່າວ ຍັງໄດ້ກວມເອົາເຖິງ ການບໍລິການນັກທ່ອງທ່ຽວຂ້າມປະເທດ ການອຳນວຍຄວາມສະດວກຂອງຕຳຫຼວດທ່ອງທ່ຽວ  ການຄຸ້ມຄອງການບໍລິການລົດໂດຍສານ ແລະ ລົດຕູ້ບໍລິການທ່ອງທ່ຽວ ການອຳນວຍຄວາມສະດວກນັກທ່ອງທ່ຽວ ທີ່ນໍາໃຊ້ລົດຈັກບິກໄບ້ ການປັບປຸງເສັ້ນທາງເຊື່ອມຕໍ່ເຂົ້າເຖິງສະຖານທີ່ທ່ອງທ່ຽວ ການອະນຸຍາດປຸກສ້າງເຄຫາສະຖານທີ່ ຕິດພັນກັບຂະແໜງການທ່ອງທ່ຽວ (ສະຖານທີ່ພັກແຮມ ຮ້ານອາຫານຢູ່ພາຍໃນແຫຼ່ງທ່ອງທ່ຽວ ບໍລິເວນແຄມນໍ້າ ແລະ ໜ້ານໍ້າ) ການສ້າງຈຸດແວ່ພັກເຊົາຢູ່ຕາມເສັ້ນທາງຫຼວງ ແລະ ເສັ້ນທາງສາຍຫຼັກ ການຄຸ້ມຄອງລາຄາສິນຄ້າ ແລະ ຄຸນະພາບຢູ່ສະຖານທີ່ທ່ອງທ່ຽວ ການສົ່ງເສີມຜະລິດຕະພັນທ້ອງຖິ່ນ.

ປຶກສາຫາລື ກ່ຽວກັບການຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງການ ລົງທຶນພັດທະນາແຫຼ່ງທ່ອງທ່ຽວ (ໂຄງການສຳປະທານຂອງພາກທຸລະກິດທີ່ໄດ້ຮັບການອະນຸຍາດແລ້ວ ແຕ່ບໍ່ມີການພັດທະນາໄປຕາມສັນຍາ) ການຄຸ້ມຄອງຫົວໜ່ວຍທຸລະກິດການທ່ອງທ່ຽວ (ການເຂົ້າເປັນສະມາຊິກສະມາຄົມທ່ອງທ່ຽວ ບໍລິສັດທ່ອງທ່ຽວ ຮ້ານບັນເທີງ ການເປີດເພງໃນແຫຼ່ງທ່ອງທ່ຽວ ຄວາມປອດໄພຂອງກິດຈະກຳທ່ອງທ່ຽວ) ການເກັບເງິນກອງທຶນຜ່ານລະບົບທັນສະໄໝຢູ່ດ່ານສາກົນ ການເກັບລາຍຮັບຜ່ານລະບົບທັນສະໄໝ ຢູ່ບັນດາສະຖານທີ່ທ່ອງທ່ຽວ ການໂຄສະນາສົ່ງເສີມການທ່ອງທ່ຽວລາວໃຫ້ເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍ.

ເພີ່ມການມີສ່ວນຮ່ວມຂອງພາກທຸລະກິດ ຕໍ່ກັບວຽກງານສົ່ງເສີມໂຄສະນາ ການທ່ອງທ່ຽວ ຈັດຕັ້ງຜັນຂະຫຍາຍຫຼັກສູດການຮຽນ – ການສອນວິຊາຊີບທ່ອງທ່ຽວອາຊຽນ ຈັດຕັ້ງຫຼັກສູດເຝິກອົບຮົມພະນັກງານນໍາທ່ຽວລະດັບຊາດ ລະດັບແຂວງ ລະດັບພື້ນທີ່ສະເພາະ ແລະ ຫຼັກສູດຍົກລະດັບຄຸນະພາບການບໍລິການ ໃຫ້ແກ່ທຸລະກິດໃນຂະແໜງທ່ອງທ່ຽວ ບໍລິການອື່ນໆ ຄວາມຕ້ອງການດ້ານການພັດທະນາ ແລະ ຍົກລະດັບທັກສະບຸກຄະລາກອນໃນປັດຈຸບັນ  ໂດຍສະເພາະຍຸກການປ່ຽນແປງຄວາມຄາດຫວັງຂອງນັກທ່ອງທ່ຽວ ໃນຍຸກດິຈິຕອນ ແລະ ອື່ນໆ.

ໃນໂອກາດປີທ່ອງທ່ຽວລາວ 2024, ສປປ ລາວ ວາງຄາດໝາຍດຶງດູດນັກທ່ອງທ່ຽວຈີນໃຫ້ໄດ້ບໍ່ຫຼຸດ 8 ແສນກວ່າຄົນ ໃນຈໍານວນຄາດໝາຍດຶງດູດນັກທ່ອງ ທ່ຽວຕ່າງປະເທດໃຫ້ໄດ້ທັງໝົດ 2,7 ລ້ານຄົນ.

ຈາກສະຖິຕິ 3 ເດືອນຕົ້ນປີນີ້ (ເດືອນມັງກອນ -ມີນາ) ມີນັກທ່ອງທ່ຽວຈີນເດີນທາງເຂົ້າມາທ່ອງທ່ຽວລາວ  242,139 ຄົນ, ຈັດຢູ່ອັນດັບທີ 3 ຂອງຈໍານວນນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ອງທ່ຽວລາວທັງໝົດ. ຂະນະທີ່ ປີ 2023 ຜ່ານມາ ມີນັກທ່ອງທ່ຽວຈີນເດີນທາງເຂົ້າມາທ່ອງທ່ຽວລາວທັງໝົດ 641,314 ຄົນ.

https://www.facebook.com/photo/?fbid=985641880238295&set=a.524845539651267

ຂອບໃຈຮູບຈາກ: The Lao Tian Times

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/