ລັດ​ຖະ​ບານ ກຽມ​ຍົກ​ລະ​ດັບ​ມາດ​ຕະ​ຖານ​ທ່ອງ​ທ່ຽວ​ເມືອງ​ວັງ​ວຽງ ດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ


ໃນກອງປະຊຸມ ວິສາມັນ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ລັດຖະບານໄດ້ກຽມ​ຍົກ​ລະ​ດັບ​ມາດ​ຕະ​ຖານ​ທ່ອງ​ທ່ຽວ​ເມືອງ​ວັງ​ວຽງ ແຂວງວຽງຈັນ ໃຫ້ເປັນແຫຼ່ງທ່ອງທ່ຽວແຫ່ງຊາດ ດຶງດູດນັກທ່ອທ່ຽວໃຫ້ຫຼາຍຂຶ້ນ.

ໂດຍກອງປະຊຸມດັ່ງກ່າວ ໄດ້ເຫັນດີຍົກລະດັບເຂດທ່ອງທ່ຽວເມືອງວັງວຽງ ເປັນເຂດທ່ອງທ່ຽວລະດັບຊາດ ແລະ ເຫັນດີໃຫ້ກຳນົດຊື່ຂອງແຜນແມ່ບົດດັ່ງກ່າວ ເປັນ “ແຜນແມ່ບົດການພັດທະນາ ແລະ ຄຸ້ມຄອງເຂດທ່ອງທ່ຽວລະດັບຊາດເມືອງວັງວຽງ ໄລຍະແຕ່ປີ 2025-2035”.

ໃນກອງປະຊຸມດັ່ງກ່າວ ລັດຖະບານໄດ້ມອບໝາຍໃຫ້ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກຳນົດເນື້ອໃນສະພາບລວມ ໃຫ້ຊັດເຈນ, ສັ້ນກະທັດຮັດ ແລະ ເຂົ້າໃຈງ່າຍຕື່ມ.

ໂດຍການກໍານົດຈຸດປະສົງ ຕ້ອງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາຕົວຈິງກວ່າເກົ່າ; ສິ່ງທ້າທາຍຕ່າງໆ ເພື່ອສາມາດກໍານົດທິດທາງແກ້ໄຂໄດ້ຢ່າງຖືກຕ້ອງ; ແຜນພັດທະນາບັນດາກິດຈະການ ໃຫ້ມີການຈັດລຽງບູລິມະສິດ, ເປັນລະບົບຄົບຊຸດ, ກົມກຽວກັນ ແລະ ຮັບໃຊ້ການພັດທະນາຢ່າງແທ້ຈິງ.

ໃນການເຂດພັດທະນາດັ່ງກ່າວ ຕ້ອງໃຫ້ສອດຄ່ອງກັບແຜນພັດທະນາທີ່ດິນ, ແຜນປົກປັກຮັກສາສິ່ງແວດລ້ອມ ແລະ ແຜນພັດທະນາອື່ນໆ ທີ່ໄດ້ປະກາດນໍາໃຊ້ແລ້ວ; ຄວາມຮັບຜິດຊອບ ແລະ ການມີສ່ວນຮ່ວມ ຂອງທຸກພາກສ່ວນໃນສັງຄົມ ໃຫ້ລະອຽດຈະແຈ້ງກວ່າເກົ່າ.

ແຜນດັ່ງກ່າວ ຕ້ອງໃຫ້ມີແຫຼ່ງທຶນບໍາລຸງຮັກສາ ແລະ ພັດທະນາການທ່ອງທ່ຽວ; ການກຳນົດອັກສອນຫຍໍ້ ແລະ ຄຳອະທິບາຍສັບ ໃນແຜນແມ່ບົດ ຕ້ອງໃຫ້ເຂົ້າໃຈງ່າຍ ແລະ ເປັນເອກະພາບ; ແຜນແກ້ໄຂບັນດາກິດຈະການທີ່ເຫັນວ່າ ບໍ່ສອດຄ່ອງກັບທິດທາງການພັດທະນາໃນປັດຈຸບັນ ແລະ ອະນາຄົດ ຕ້ອງໃຫ້ຈະແຈ້ງຊັດເຈນ.

ແຜນນີ້ ຈະກໍານົດແຈ້ງບັນດາຈຸດທ່ອງທ່ຽວ ທີ່ເປັນເອກະລັກສະເພາະ ຂອງເມືອງວັງວຽງ ເປັນຕົ້ນ ສາຍນໍ້າຊອງ, ບໍ່ນ້ຳ, ທົ່ງນາລຽບຕາມຜາຫີນ, ການຜະລິດກະສິກຳ ແລະ ອື່ນໆ; ກຳນົດບັນດາກິດຈະກຳການທ່ອງທ່ຽວ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາ; ລະບົບການຄຸ້ມຄອງປົກປັກຮັກສາສິ່ງແວດລ້ອມ.

ນອກຈາກນີ້ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕ້ອງກຳນົດກົນໄກການຈັດຕັ້ງປະຕິບັດແຜນແມ່ບົດທີ່ຊັດເຈນ ບັນດາແຜນ ກໍຄື ທິດທາງການພັດທະນາ ແລະ ການປົກປັກຮັກສາດ້ານຕ່າງໆ ບົນພື້ນຖານ ຮັບປະກັນຄວາມສະອາດຈົບງາມ, ເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ທັນສະໄໝ, ສີຂຽວ ແລະ ຍືນຍົງ.

https://www.facebook.com/permalink.php?story_fbid=pfbid0DHDFvTFewYvUVixirBJxeUmAnd35p9ZwCJvisSqoLCmYjh2CyGzmYWjrhG5XUaX2l&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/