ລັດຖະບານກຳລັງຮ່ວມມືກັບອົງການອື່ນໆໃນລາວ ເພື່ອປັບປຸງວຽກງານກະສິກຳ ໂດຍຮັບປະກັນໃຫ້ຊາວກະສິກອນມີການເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດໃຫ້ຫຼາຍຂຶ້ນ ແລະ ນຳໃຊ້ເທັກໂນໂລຢີທີ່ທັນສະໄໝເພື່ອຊຸກຍູ້ຜົນຜະລິດ.

ຄຳເຫັນດັ່ງກ່າວ ມີຂຶ້ນ ໃນລະຫວ່າງ ທ່ານ ລິນ​ຄຳ ດວງ​ສະຫວັນ ລັດຖະມົນຕີ​ກະຊວງ​ກະສິກຳ ແລະ ປ່າໄມ້ ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ຂອງ​ກະຊວງ ແລະ ອົງການ​ແນວ​ລາວ​ສ້າງ​ຊາດ ໃນ​ທ້າບອາທິດທີ່ຜ່ານມາ.

ກອງ​ປະຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ຄວາມ​ຕ້ອງການ​ປະສານ​ສົມທົບ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ຂອງ​ພັກ​ກ່ຽວ​ກັບ​ການ​ປູກຝັງ, ​ໂດຍ​ກ່າວ​ວ່າ SMEs ຕິດ​ພັນ​ກັບ​ກະສິກຳ​ຈະ​ໄດ້​ຮັບ​ແຫຼ່ງທຶນ​ຫຼາຍ​ກວ່າ.

ນອກຈາກນັ້ນ, ໂຄງການໜຶ່ງເມືອງ, ໜຶ່ງຜະລິດຕະພັນ ຈະໄດ້ຮັບການສົ່ງເສີມໃຫ້ກວ້າງຂວາງຍິ່ງຂຶ້ນ ແລະ ການຮ່ວມມື ແລະ ກຸ່ມຜະລິດກໍ່ຈະໄດ້ຮັບການເພີ່ມທະວີການສະໜັບສະໜູນ,ແນວລາວສ້າງຊາດ ແລະ ກະຊວງ ຈະສືບຕໍ່ສົມທົບກັນໃນດ້ານນີ້ ແລະ ສະຫະພັນຊາວກະສິກອນລາວ ຈະຖືກສ້າງຕັ້ງຂື້ນພາຍໃຕ້ແນວລາວສ້າງຊາດ.

​ໂດຍ ສະຫະພັນ​ຊາວ​ກະສິກອນ​ລາວ​ທີ່​ດຳ​ເນີນ​ງານ​ຢູ່​ຂັ້ນ​ຮາກ​ຖານ​ຕົ້ນຕໍ​ຈະ​ມີ​ບົດບາດ​ປະສານ​ງານ​ໂດຍ​ການ​ຊຸກຍູ້​ແນວທາງ​ໜູນ​ຊ່ວຍ​ຂອງ​ພັກ​ໃຫ້​ແກ່​ຊາວ​ກະສິກອນ, ​​ສິດທິຕ່າງໆ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຊາວ​ກະສິກອນ ພ້ອມກັບຕີ​ລາຄາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຊາວ​ກະສິກອນ​ເພື່ອ​ຊຸກຍູ້​ການ​ຜະລິດໃນພື້ນທີ່ນັ້ນໆ.

ບຸລິມະສິດ​ອັນ​ດັບ​ໜຶ່ງ​ແມ່ນ​ເນັ້ນ​ໜັກ​ເຖິງ​ດ້ານ​ເສດຖະກິດ​ກະສິກຳ, ພ້ອມ​ທັງ​ຮັບປະກັນ​ໃຫ້​ຜະລິດ​ຕະພັນ​ກະ​ເສດ​ຮັກສາ​ຄຸນ​ນະພາ​ບສູງ ​ແລະ ຜະລິດ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ແນວລາວສ້າງຊາດ ແລະ ກະຊວງກະສິກຳ ແລະ ປ່າໄມ້ ຈະກຳນົດພື້ນທີ່ປູກພືດສະເພາະ ແລະ ຊຸກຍູ້ໃຫ້ມີການຜະລິດກະສິກຳເປັນສິນຄ້າ ແລະ ປຸງແຕ່ງຜະລິດຕະພັນກະເສດຫຼາຍຂຶ້ນ, ໂດຍຜ່ານການພົວພັນໂດຍກົງກັບກົມສົ່ງເສີມຂອງກະຊວງ.

ບັນດາ​ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ເອກະສານ​ທີ່​ໄດ້​ສັງ​ລວມ​ໃສ່​ບັນດາ​ທິດ​ທາງ​ດັ່ງກ່າວ ​ເພື່ອ​ຮັບປະກັນ​ໃຫ້​ຄົບ​ຖ້ວນ ​ແລະ ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຜະລິດ​ໃນ​ປະຈຸ​ບັນ ​ແລະ ອະນາຄົດ.

ທີ່ມາ: Vientiane Times