ລັດຖະບານລະດົມຄວາມຄິດເຫັນເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ

ລັດຖະບານ

ໃນວັນທີ 6 ເມສາ 2022 ຜ່ານມາ, ຢູ່ສະພາແຫ່ງຊາດ ໄດ້ຈັດກອງ​ປະຊຸມເພື່ອລະດົມແນວຄວາມຄິດກ່ຽວກັບ ການແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ ແລະ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີບັນດາປະທານກໍາມາທິການ, ສະມາຊິກສະພາແຫ່ງຊາດ, ລັດຖະມົນຕີ ແລະ ຕາງໜ້າອົງການຈັດຕັ້ງສາກົນ ທີ່ປະຈໍາຢູ່ ສປປ ລາວ ເຂົ້າຮ່ວມ.

ລັດຖະບານ

ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ໃນໄລຍະຜ່ານມາບັນດາປະເທດໃນໂລກ ແລະ ພາກພື້ນ ກໍຄືປະເທດເຮົາໄດ້ປະເຊີນໜ້າກັບສິ່ງທ້າທາຍໃໝ່ນັ້ນ ແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກການລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ, ສະຖຽນລະພາບທາງດ້ານການເມືອງ ແລະ ອື່ນໆ ເປັນຕົ້ນແມ່ນ ຂະແໜງອຸດສາຫະກຳ, ການຄ້າ, ກະສິກຳ, ການບໍລິການ ແລະ ຫຼາຍຂະແໜງການໃນທົ່ວປະເທດ.

ລັດຖະບານ

ຜ່ານມາລັດຖະບານ ກໍໄດ້ພະຍາຍາມເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ ແຕ່ຍ້ອນມີຄວາມຫຍຸ້ງຍາກດັ່ງກ່າວ ພວກເຮົາຕ້ອງມີຄວາມພະຍາຍາມຕື່ມ. ດັ່ງນັ້ນ, ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ສະພາແຫ່ງຊາດ ຈຶ່ງໄດ້ຈັດກອງປະຊຸມລະດົມຄວາມຄິດ ເພື່ອຮັບຟັງການປະກອບຄໍາຄິດເຫັນຈາກບັນດາທ່ານ ທີ່ມາຈາກຫຼາຍຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການຂອງກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ບັນດາຂະແໜງການຂົງເຂດເສດຖະກິດ, ສະຖາບັນຄົ້ນຄວ້າເສດຖະກິດ, ຕາງໜ້າຈາກອົງການສາກົນປະຈໍາ ສປປ ລາວ ເພື່ອຊອກໃຫ້ເຫັນບັນຫາ ແລະ ຫາວິທີການແກ້ໄຂບັນຫາດັ່ງກ່າວຮ່ວມກັນ ເພື່ອເປັນແນວທາງໃຫ້ແກ່ພາກສ່ວນກ່ຽວຂ້ອງ ໃນການສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ແນໃສ່ຮັບປະກັນໃຫ້ການຈັດຕັ້ງປະຕິບັດຖືກຕ້ອງ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ.

ລັດຖະບານ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/