ລັດຖະບານກຽມ ອອກກົດໝາຍ ວ່າດ້ວຍສະຫະກອນ ສ້າງຄວາມເຂັ້ມແຂງໃຫ້ກຳລັງການຜະລິດຢູ່ຊົນນະບົດ


ລັດຖະບານ ແຫ່ງ ສປປ ລາວ ສະເໜີຮ່າງກົດໝາຍວ່າດ້ວຍສະຫະກອນ (ສ້າງໃໝ່) ໂດຍແນໃສ່ການເຮັດໃຫ້ຜູ້ປະກອບການທຸລະກິດຂະໜາດນ້ອຍ, ກຸ່ມການຜະລິດ ແລະ ກະສິກອນ ມີຄວາມໝັ້ນໃຈໃນການເຕົ້າໂຮມກໍາລັງແຮງງານ, ທຶນຮອນ ແລະ ເຕັກໂນໂລຊີ ເຂົ້າໃນການຈັດຕັ້ງການຜະລິດແບບເປັນກຸ່ມ ແລະ ສະຫະກອນ ຫຼື ການຈັດຕັ້ງທຸລະກິດລວມໝູ່ ຫຼາຍຂຶ້ນ, ເພີ່ມຂີດຄວາມສາມາດ ຂອງ ກຸ່ມ-ສະຫະກອນ ໃນການຕໍ່ລອງລາຄາ ແລະ ຕະຫຼາດ, ກຳລັງການຜະລິດ ຢູ່ຊົນນະບົດ ມີຄວາມເຂັ້ມແຂງຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກລະດັບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ດີຂຶ້ນກວ່າເກົ່າ.

ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍສະຫະກອນ (ສ້າງໃໝ່) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ມິຖຸນາ 2024 ໂດຍທ່ານໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນ ໃນການສ້າງກົດໝາຍ ວ່າດ້ວຍສະຫະກອນວ່າ: ນະໂຍບາຍສົ່ງເສີມສະຫະກອນ ຍັງມີລັກສະນະລວມໆ, ສະຫະກອນ ກັບວິສາຫະກິດບໍ່ມີຫຍັງແຕກຕ່າງກັນ ເຮັດໃຫ້ປະຊາຊົນ ບໍ່ຢາກເຂົ້າຮ່ວມການຈັດຕັ້ງສະຫະກອນ ເນື່ອງຈາກຕ້ອງໄດ້ແບກຫາບພັນທະ ຄືກັບວິສາຫະກິດ; ບັນດາມາດຕະການ, ຫຼັກການ, ວິທີການ, ຂັ້ນຕອນ ແລະ ເງື່ອນໄຂ ໃນການສ້າງຕັ້ງສະຫະກອນ ກໍຍັງບໍ່ທັນຊັດເຈນ, ຈະແຈ້ງ ແລະ ບໍ່ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ.

ນອກຈາກນີ້ ຜູ້ບໍລິໂພກ ຫຼື ປະເທດຄູ່ຄ້າ ມີຄວາມຕ້ອງການສິນຄ້າເພີ່ມຂຶ້ນທາງດ້ານປະລິມານ ແລະ ຄຸນະພາບ ແລະ ໄດ້ກຳນົດເປັນມາດຕະຖານຕ່າງໆ ເຊິ່ງຈໍາເປັນຕ້ອງມີການຈັດຕັ້ງການຜະລິດ ເພື່ອເຕົ້າໂຮມເອົາບັນດາຜູ້ຜະລິດຂະໜາດນ້ອຍ, ເອກະເທດ ກະແຈກກະຈາຍ ເຮັດພໍໃຜພໍລາວ ເຂົ້າການຈັດຕັ້ງ; ສ້າງ ແລະ ປັບປຸງ ກໍາລັງການຜະລິດ ຢູ່ຊົນນະບົດ ໃຫ້ມີຄວາມເຂັ້ມແຂງ ເພື່ອຜະລິດສິນຄ້າ ແລະ ບໍລິການ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄວບຄຸມຄຸນະພາບໄດ້ຕາມຕະຫຼາດຕ້ອງການ.

ທ່ານ ລິນຄໍາ ດວງສະຫວັນ ຍັງໃຫ້ຮູ້ອີກວ່າ: ພາຍຫຼັງ ຮ່າງກົດໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເຮັດໃຫ້ການຄຸ້ມຄອງວຽກງານສະຫະກອນລວມສູນ ແລະ ມີການຈັດຕັ້ງຮັບຜິດຊອບຢ່າງຈະແຈ້ງ ແລະ ຫັນເຂົ້າສູ່ລະບຽບກົດໝາຍ ຕາມແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ ແລະ ກົດໝາຍຂອງລັດວາງອອກ, ທັງເປັນບ່ອນອີງໃຫ້ແກ່ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ; ຫຼັກການ, ຂັ້ນຕອນ ແລະ ເງື່ອນໄຂ ໃນການສ້າງຕັ້ງສະຫະກອນ ມີຄວາມຊັດເຈນ, ຈະແຈ້ງ ແລະ ມີຄວາມເປັນເອກະພາບກັນ ເຊິ່ງຈະເປັນການຍູ້ແຮງຂະບວນການຜະລິດເປັນສິນຄ້າ, ການບໍລິການ, ສ້າງວຽກເຮັດງານທຳ ເຮັດໃຫ້ຄອບຄົວມີລາຍຮັບ ແລະ ມີອາຊີບໝັ້ນຄົງ ດີຂຶ້ນເທື່ອລະກ້າວໃນຂອບເຂດທົ່ວປະເທດ.

ພາຍໃຕ້ ກົດໝາຍສະບັບໃໝ່ນີ້ ກົນໄກການປະສານງານ, ມາດຕະການ, ວິທີການ, ມາດຕະຖານ, ເງື່ອນໄຂ ໃນການສ້າງຕັ້ງ ແລະ ສົ່ງເສີມສະຫະກອນ ຈະມີຄວາມຊັດເຈນ, ຈະແຈ້ງ ແລະ ມີຄວາມເປັນເອກະພາບກັນ ໃນທົ່ວປະເທດ; ເຮັດໃຫ້ຜູ້ປະກອບການທຸລະກິດຂະໜາດນ້ອຍ, ກຸ່ມການຜະລິດ ແລະ ກະສິກອນມີຄວາມໝັ້ນໃຈໃນການເຕົ້າໂຮມກໍາລັງແຮງງານ, ທຶນຮອນ ແລະ ເຕັກໂນໂລຊີ ເຂົ້າໃນການຈັດຕັ້ງການຜະລິດແບບເປັນກຸ່ມ ແລະ ສະຫະກອນ ຫຼືການຈັດຕັ້ງທຸລະກິດລວມໝູ່ ຫຼາຍຂຶ້ນ, ເພີ່ມຂີດຄວາມສາມາດຂອງກຸ່ມ-ສະຫະກອນ ໃນການຕໍ່ລອງລາຄາ ແລະ ຕະຫຼາດ, ກຳລັງການຜະລິດ ຢູ່ຊົນນະບົດ ມີຄວາມເຂັ້ມແຂງຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກລະດັບສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນກວ່າ; ສ້າງຄວາມເຊື່ອໝັ້ນ ແລະ ຍາດແຍ່ງການຊ່ວຍເຫຼືອລ້າ, ກູ້ຢືມຈາກຕ່າງປະເທດ, ອົງການຈັດຕັ້ງສາກົນຕ່າງໆເຂົ້າໃນວຽກງານດັ່ງກ່າວ.

https://www.facebook.com/permalink.php?story_fbid=pfbid0wAv35XUkbEK5HZLz9FGLpox6Z6cEvQDWaXk6EE7yewoiL93Jyjk99th4Nf2ETD6gl&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/