ລະວັງກາເຟປອມ! ຈຳປາສັກຢຶດ ແລະ ທໍາລາຍ NESCAFE ປອມກວ່າ 200 ຖົງ


ເຈົ້າໜ້າທີ່ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ຈຳປາສັກ ຢຶດ ແລະ ທໍາລາຍ NESCAFE ປອມແປງ ຫຼື ລອກລຽນແບບ ກວ່າ 266 ຖົງ.

ອີງຕາມການລາຍງານ ໜັງສືພີມ ຈຳປາໃໝ່. ເມື່ອວັນທີ 17 ພຶດສະພາ ທີ່ຜ່ານມານີ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ໄດ້ຈັດພິທີທໍາລາຍສິນຄ້າປະເພດກາເຟ NESCAFE ທີ່ເປັນສິນຄ້າປອມແປງ ຫຼື ລອກລຽນແບບ, ໂດຍມີ ທ່ານ ຄໍາແດງ ພົມມາພັກດີ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ໄກ່ທອງ ສຸວັນນາດີ ຮອງຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ, ມີຕາງໜ້າບໍລິສັດ ເນສເລ້, ມີຂະແໜງການກ່ຽວຂ້ອງ ແລະ ພະນັກງານກວດກາການຄ້າ ເຂົ້າຮ່ວມ.

ທ່ານ ໄກ່ທອງ ສຸວັນນາດີ ຮອງຫົວໜ້າຂະແໜງການຄ້າພາຍໃນ ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດຕໍ່ກັບຜົນກວດກາສິນຄ້າປະເພດກາເຟ (NESCAFE) ເພື່ອປະຕິບັດຕາມກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ເລກທີ 02/ສພຊ, ລົງວັນທີ 30 ມິຖຸນາ 2010 ທີ່ເປັນສິນຄ້າປອມແປງ ຫຼື ລອກຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າທີ່ນໍາມາຈໍາໜ່າຍພາຍໃນແຂວງຈໍາປາສັກ.

ໂດຍກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບເຈົ້າໜ້າທີ່ການຄ້າ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ເຈົ້າໜ້າທີ່ ປກສ ແຂວງ, ຂະແໜງຊັບສິນທາງປັນຍາ ແລະ ມາດຕະຖານວັດແທກ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ນະຄອນປາກເຊ, ລົງກວດກາຮ້ານຄ້າ ທີ່ເປັນເປົ້າໝາຍໃນການກວດກາ ຈໍານວນ 3 ເມືອງ ຄື: ນະຄອນປາກເຊ, ເມືອງສຸຂຸມາ, ເມືອງປາກຊ່ອງ ແລະ ສາມາດກວດພົບພ້ອມຢຶດສິນຄ້າປະເພດກາເຟ NESCAFE ທີ່ເປັນສິນຄ້າປອມແປງ ຫຼື ລອກລຽນແບບ ຈໍານວນ 266 ຖົງ.

ໂອກາດນີ້ທ່ານ ຄໍາແດງ ພົມມາພັກດີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ກໍໄດ້ມີຄໍາເຫັນໂດຍເນັ້ນໜັກໃຫ້ຄະນະກຳມະການກວດກາສິນຄ້າຂັ້ນແຂວງ, ຂັ້ນເມືອງສືບຕໍ່ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານກວດກາສິນຄ້າຢ່າງເຂັ້ມງວດ ເພື່ອຮັບປະກັນປົກປ້ອງຜົນປະໂຫຍດຂອງຜູ້ບໍລີໂພກສິນຄ້າ ໃຫ້ໄດ້ບໍລິໂພກສິນຄ້າທີ່ມີຄຸນະພາບດີ.

https://www.facebook.com/permalink.php?story_fbid=pfbid02rT75msKAo5ebzrhzRuhjntwif7ecGX3PjuyYqaGc49Yr4jS39QTWx7eKFF1evYgml&id=100063541602240

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/